|
 |
(GMT+08:00)
2005-03-27 17:11:35
|
ຊູດັງຊົມເຊີຍສະພາຄວາມໝັ້ນຄົງຕົກລົງຈັດວາງກອງທະຫານຮັກສາສັນຕິພາບຢູ່ເຂດໃຕ້ຊູດັງ
cri
Author: da
ຕາມຂ່າວvສານຊິນຮວາ:ວັນທີ 26 ມີນາ ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ນະຄອນຫຼວງກາກຕູມ,ທ່ານອິສເມເອີ ລັດຖະມົນຕີການຕ່າງປະເທດຊູດັງເວົ້າວ່າ, ຊູດັງຊົມເຊີຍການຕົກລົງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໃນວັນທີ 24 ມີນາກ່ຽວກັບການຈັດວາງກອງທະຫານຮັກສາສັນຕິພາບສະຫະປະຊາຊາດຢູ່ເຂດໃຕ້ຊູດັງ.
ມື້ດຽວກັນ,ຂະບວນປົດປ່ອຍປະຊາຊົນຊູດັງ ອົງການປະກອບອາວຸດພາກໃຕ້ຊູດັງທີ່ເຊັນສັນຍາສັນຕິພາບກັບລັດຖະບານຊູດັງໃນຕົ້ນປີນີ້ກໍອອກຖະແຫຼງການ,ຊົມເຊີຍມະຕິຕົກລົງດັ່ງກ່າວຂອງສະພາຄວາມໝັ້ນຄົງ.
ວັນທີ 24 ມີນາ ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຜ່ານມະຕິສະບັບໜຶ່ງ,ຕົກລົງຈັດວາງກອງທະຫານຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ພາກໃຕ້ຊູດັງ,ເພື່ອສະໜັບສະໜູນລັດຖະບານຊູດັງແລະຂະບວນປົດປ່ອຍປະຊາຊົນຊູດັງປະຕິບັດສັນຍາສັນຕິພາບ.
|
|
|