|
 |
(GMT+08:00)
2005-03-23 22:29:41
|
ຜູ້ແທນຈີນກ່າວວ່າ ປະຊາຄົມໂລກຄວນໃຊ້ມາດຕະການຕົວຈິງ ແກ້ໄຂບັນຫາປາເລັສຕີນໂດຍໄວ
cri
Author: da
ຕາມຂ່າວCRI:ວັນທີ 23 ມີນາ ໃນເວລາປະກອບຄຳຄິດຄຳເຫັນໃນກອງປະຊຸມຄະນະກຳມາທິການສິດມະນຸດສະຫະປະຊາຊາດຄັ້ງທີ 61 ,ທ່ານຊາຈູຄັງ ຫົວໜ້າຄະນະຜູ້ແທນຈີນ ຜູ້ຕາງໜ້າຈີນປະຈຳອົງການສະຫະປະຊາຊາດທີ່ເຊີແນວໄດ້ກ່າວວ່າ,ປະຊາຄົມໂລກຄວນໃຊ້ມາດຕະການຕົວຈິງທີ່ບັງເກີດຜົນ,ຊຸກຍູ້ໃຫ້ແກ້ໄຂບັນຫາຕາເວັນອອກກາງແລະບັນຫາປາເລັສຕີນຢ່າງທ່ຽງທຳແລະສົມເຫດສົມຜົນໂດຍໄວ.
ໃນເວລາປະກອບຄຳຄິດຄຳເຫັນກ່ຽວກັບບັນຫາສິດທິມະນຸດຂອງເຂດດິນແດນອາລັບທີ່ຖືກຍຶດຄອງປະສົບການລ່ວງລ້ຳນັ້ນ ທ່ານຊາຈູຄັງເວົ້າວ່າ,ໃນໄລຍະມໍ່ໆນີ້,ສະຖານະການຕາເວັນອອກກາງໄດ້ປະກົດມີການປ່ຽນແປງຢ່າງຕັ້ງໜ້າ.ຝ່າຍຈີນຫວັງໃຫ້ປາເລັສຕີນອິສຣາແອນກຳໂອກາດທີ່ດີ,ຊຸກຍູ້ໃຫ້ຂະບວນວິວັດສັນຕິພາບຕາເວັນອອກກາງມີການຄືບໜ້າ.
|
|
|