ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-23 22:12:30    
ທ່ານ​ຫູ​ຈີນ​ທາວ​ເວົ້າ​ວ່າ,​ຈີນ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ໃນ​ການ​ຟື້ນ​ຟູ​ການ​ເຈ​ລະ​ຈາ 6 ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ

cri Author: da
ຕາມ​ຂ່າວCRI:ວັນ​ທີ 23 ມີນາໃນ​ເວລາ​ພົບປະ​ທ່ານປັກ​ບົງ​ຈູ ນາຍົກລັດຖະມົນຕີສປປ​ເກົາຫຼີຢູ່​ທີ່​ປັກ​ກິ່ງ,​ ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ເວົ້າວ່າ,ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ,ທຳ​ຄວາມ​ພະຍາຍາມເສີມຂະຫຍາຍ​ບົດບາດທີ່​ມີ​ລັກສະນະ​ສ້າງສັນ​ໃນ​ການ​ຟື້ນ​ຟູ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ.

ທ່ານ​ຫູ​ຈີນ​ທາວ​ເວົ້າວ່າ,ການ​ຍຶດໝັ້ນ​​ເຮັດໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ,​ແກ້​ໄຂ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຝ່າຍ​ສປປ​ເກົາຫຼີ,ປົກ​ປັກ​ຮັກສາສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​​ເກົາຫຼີ,ສອດ​ຄ່ອງກັບ​ຜົນ​ປະ​​ໂຫຍ​ດຮ່ວມ​ຂອງຈີນ​ແລະ​ສປປ​ເກົາຫຼີ.ຜ່ານ​ການ​ສົນທະນາ​ກັນ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ໂດຍ​ສັນຕິ​ແມ່ນ​ການ​ຄັດ​ເລືອກ​ທີ່​ຖືກຕ້ອງ​​ພຽງ​ຢ່າງດຽວ,ຝ່າຍ​ຈີນ​ຈະ​ສືບ​ຕໍ່​​ຊຸກຍູ້​ໃຫ້​ປອງ​ດອງ​ກັນ​ແລະ​ຟື້ນ​ຟູ​ການ​ເຈລະຈາ​ຄືນ​ໃໝ່.

ທ່ານປັກ​ບົງ​ຈູເວົ້າວ່າ,ການຂະຫຍາຍ​ມິດຕະພາບ​ສປປ​ເກົາຫຼີຈີນ​ແມ່ນ​ນະ​ໂຍບ​າຍທີ່​ໝັ້ນໜຽວ​​ບໍ່​ປ່ຽນ​ແປງຂອງ​ຝ່າຍ​ສປປ​ເກົາຫຼີ​,ຝ່າຍ​ສປປ​ເກົາຫຼີ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ຈີນ ທຳ​ຄວາມ​ພະຍາຍາມຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ຕໍ່​ໄປ.ທ່ານ​ຍ້ອງຍໍ​ຜົນສຳ​ເລັດ​ທີ່ຈີນ​ໄດ້​ຮັບ​​ໃນ​ການ​ພັດທະນາ​ເສດຖະກິດ​ການ​ເມືອງ​,​ແລະ​ກ່າວ​ວ່າ​ຝ່າຍ​ຈີນ​ຍິນ​ດີ​ຖອດ​ຖອນ​ເອົາ​ບົດຮຽນ​ການ​ພັດທະນາ​ຂອງ​ຈີນ.