ອາລາບີຊາອູດິດພິຈາລະນາສ້າງໂຮງງານປຸງແຕ່ງຜະລິດຕະພັນເຄມີນ້ຳມັນເຊື້ອໄຟແລະກັ່ນນ້ຳມັນເຊື້ອໄຟຢູ່ຟິລິບປິນ
cri
ຂ່າວສານຊິນຮວາໄດ້ນຳເອົາຂ່າວຈາກຫນັງສືພິມມານິລາບູລິຕິນມາແຈ້ງວ່າ:ວັນທີ 22 ມີນາ,ທ່ານນາອີມີ ລັດຖະມົນຕີກະຊວງນ້ຳມັນເຊື້ອໄຟຂອງອາລາບີຊາອູດດິດທີ່ພວມຢ້ຽມຢາມຟິລິບປິນເວົ້າວ່າ,ອາລາບີຊາອູດິດພວມພິຈາລະນາສ້າງໂຮງງານປຸງແຕ່ງຜະລິດຕະພັນເຄມີນ້ຳມັນເຊື້ອໄຟແລະກັ່ນນ້ຳມັນຢູ່ຟິລິບປິນ,ເພື່ອຕອບສະຫນອງຄວາມຕ້ອງການນ້ຳມັນທີ່ເພີ່ມຂຶ້ນເລື້ອຍໆຂອງພາຍໃນປະເທດຟິລິບປິນແລະອາຊີຕາເວັນອອກ.
|
|