|
 |
(GMT+08:00)
2005-03-23 16:43:48
|
ນາຍົກລັດຖະມົນຕີໄທນຳສະເໜີໂຄງການດຳເນີນງານຂອງລັດຖະບານຊຸດໃໝ່
cri
Author: da
ຕາມຂ່າວCRI:ວັນທີ 23 ມີນາ,ທ່ານທັກສິນ ຊິນນະວັດ ນາຍົກລັດຖະມົນຕີໄທທີ່ຮັບຕຳແໜ່ງນາຍົກອີກຊຸດໜຶ່ງໃນຕົ້ນເດືອນນີ້ໄດ້ຍື່ນໂຄງການດຳເນີນງານຂອງລັດຖະບານຊຸດໃໝ່ໃຫ້ລັດຖະສະພາຢ່າງເປັນທາງການ.
ໂຄງການດຳເນີນງານສະບັບນີ້ໄດ້ບັນຍາຍຈຸດໜັກວຽກງານໃນ 9 ດ້ານຄືເສດຖະກິດ ການເມືອງ ການຕ່າງປະເທດ ວັດທະນະທຳແລະສັງຄົມເປັນຕົ້ນຂອງລັດຖະບານທັກສິນໃນ 4 ປີຂ້າງໜ້າ.ໃນໂຄງການດຳເນີນງານ,ທ່ານທັກສິນໄດ້ຈັດວາງການແກ້ໄຂບັນຫາຄວາມທຸກຍາກໄວ້ໃນອັນດັບຕົ້ນ,ພ້ອມກັນນັ້ນໄດ້ເນັ້ນໜັກເຖິງເນື້ອໃນຕ່າງໆເຊັ່ນ ເອົາໃຈໃສ່ນຳການພັດທະນາສັງຄົມແລະຊັບພະຍາກອນມະນຸດ,ສັບຊ້ອນອົງປະກອບເສດຖະກິດແລະອະນຸລັກຊັບພະຍາກອນທຳມະຊາດເປັນຕົ້ນ.
ຕາມໄດ້ຊາບ,ລັດຖະສະພາຂອງໄທຈະສຳຫຼວດພິຈາລະນາໂຄງການດຳເນີນງານທີ່ທ່ານທັກສິນນຳສະເໜີ,ແລະຈະລົງຄະແນນສຽງໃນວັນທີ 25 ມີນາ.
|
|
|