ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-22 23:34:23    
[ມະ​ຫາ​ກາບ​ຊີ​ວະ​ປະ​ຫວັດ​ເຈົ້າ​ເກີ​ຊາ]

cri



ມະຫາ​ກາບຊີວະ​ປະຫວັດ​ເຈົ້າ​​ເກີ​ຊາມີຄວາມ​ທະ​ນົງ​ອົງ​ອາດທັງ​ມີ​ຄວາມ​​ໃຝ່ຝັນ​ອັດສະຈັນ ຜ່ານ​ການ​ປັ້ນ​ແຕ່ງຮູບ​ໂສມ​ຂອງ​ເຈົ້າ​ເກີ​ຊາ ວິລະ​ຊົນ​ເຜົ່າ​ຕິ​ເບ​ດ,ສ່ອງ​​ແສງ​ຢ່າງ​ລະ​ອິດ​ລະ​ລ້ຽວ​ເຖິງ​ເຫດການ​ປະ​ຫວັດ​ສາດ​ສຳຄັນ​ຈຳນວນ​ຫນຶ່ງ​ຢູ່​ເຂດ​ເຜົ່າ​ຕິ​ເບດ​ໃນ​ສະຕະວັດ​ທີ 6 ຮອດ​ສະຕະວັດ​ທີ 9​ພ້ອມ​ທັງ​ກ່ອນ​ແລະ​ຫຼັງ​ສະຕະວັດ​ທີ 11 ,ສະ​ແດງ​ໃຫ້​ເຫັນ​ຄວາມ​ປາຖະຫນາ​ອັນສວຍ​ງາມຂອງ ປະຊາຊົນ​ເຜົ່າ​ຕິ​ເບ​ດທີ່ຊັງ​ການ​ປັ່ນປ່ວນ​ການ​ແບ່ງ​ແຍກ​ໃຫ້ໂຮມ​ປະ​ເທດ​ຊາດ ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ,ມັນ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ເຖິງສີສັນ​ພິ​ເສດແລະ​ຄວາມ​ສະ​ເຫນ​ຂອງ​ການ​ປະຫວັດສາດ  ​ແລະ​ມີ​ສີ​ສັນ​ພິ​ເສດ​ຂອງຊົນ​ເຜົ່າ​ຢ່າງ​ເດັ່ນ​ຊັດ,ດ້ວຍ​ເຫດ​ນີ້ ມັນ​ບໍ່​ພຽງ​ແຕ່​ແມ່ນ​ວັນະ​ນະ​ຄະດີ​ຂັບ​ລຳທີ່​ປະຊາ​ຊົນ​ເຜົ່າ​ຕິ​ເບ​ດນິຍົມ​ຊົມ​ຊອບ​ທໍ່​ນັ້ນ ​ເວົ້າ​ໃນ​ດ້ານຄວາມ​ຫມາຍ​ໃນ​ລະດັບ​ໃດ​ຫນຶ່ງ​ແລ້ວ​ວ່າ ກໍ​ແມ່ນ​ສາລານຸກົມ​ເລື່ອງ​ຫນຶ່ງອັນ​ຄົບ​ຖ້ວນຂອງ​ວັດທະນະທຳ​ເຜົ່າ​ຕິ​ເບ​ດ  ລ້ວນ​ແຕ່​ມີ​ຄຸນ​ຄ່າທີ່​ເປັນ​ເອກະສານ​ສຳຄັນ​ໃນ​ການ​ຄົ້ນຄວ້າ​ປະຫວັດສາດ​  ພູມ​ສາດ ສັງຄົມ ວັດທະນະທຳ ສາສະຫນາ​ແລະ​ພາສາ​ຂອງ​ເຜົ່າ​ຕິ​ເບດໄດ້​ຈັດວຽກ​ງານມະຫາ​ກາບຊີວະ​ປະຫວັດ​ເຈົ້າ​ເກີ​ຊາ​​ເປັນໂຄງການ​ຈຸດ​ຫນັດ​ແຫ່ງການ​ຄົ້ນ​ຄ້ວາວິທະ ຍາສາດ​ສັງຄົມ​ຂອງ​ລັດ,​ພາກສ່ວນ​ສຳຄັນ​​ເປັນ​ຈຳນວນ​ຫຼວງ​ຫຼາຍ​ ຕົວຢ່າງ​ຄື​ສົງຄາມ​​ໂຮຫຼິງ​ແລະ​ພາກສ່ວນ​ປາບ​ມານເປັນ​ຕົ້ນ​ໄດ້​ພິມ​ຈຳຫນ່າຍ​ແລ້ວ


1  2