|
 |
(GMT+08:00)
2005-03-22 21:24:44
|
 |
ການພົວພັນການເມືອງລະຫວ່າງຈີນກັບຫວຽດນາມ
cri
Author: q
ວັນທີ 30 ມິຖຸນາ ປີ 2004,ທ່ານ ຫວງອີ້ ຫົວຫນ້າຄະນະຜູ່ແທນລັດຖະບານຈີນ ຮອງລັດຖະມົນຕີການຕ່າງປະເທດຈີນກັບ ທ່ານອູຢົງ ຫົວຫນ້າຄະນະຜູ່ແທນລັດຖະບານຮອງລັດຖະມົນຕີການຕ່າງປະເທດ ຫົວຫນ້າຄະນະກຳມະການຊາຍແດນ ຫວຽດນາມຕາງຫນ້າປະເທດຕົນເອງໄດ້ແລກປ່ຽນເອກະສານໃຫ້ສັດຕະຍາບັນສັນຍາລະຫວ່າງສ.ປຈີນກັບສ.ສຫວຽດນາມກ່ຽວກັບສັນຍາຂີດແບ່ງເສັ້ນຊາຍແດນຂອງນ່ານທະເລ ເຂດເສດຖະກິດຈຳເພາະແລະໄລທະຫວີບຢູ່ອ່າວພາກເຫນືອຂອງສອງປະເທດພ້ອມກັນນັ້ນ,ເຈົ້າຫນ້າທີ່ກະຊວງການຕ່າງປະເທດຂອງສອງປະເທດກໍໄດ້ແລກປ່ຽນບົດບັນທຶກທີ່ສັນຍາລະຫວ່າງລັດຖະບານສ.ປ.ຈີນກັບລັດຖະບານສ.ສຫວຽດນາມກ່ຽວກັບການຮ່ວມມືຫາປາອ່າວພາກເຫນືອມີຜົນບັງຄັບໃຊ້,ສັນຍາສອງສະບັບດັ່ງກ່າວໄດ້ມີຜົນບັງຄັບໃຊ້ໃນມື້ດຽວກັນ.
ວັນທີ 6 ຫາ ວັນທີ 7 ຕຸລາ ປີ 2004 ,ທ່ານເວີນເຈຍປາວ ນາຍົກລັດຖະມົນຕີຈີນໄດ້ຢ້ຽມຢາມຫວຽດນາມຢ່າງເປັນທາງການ,ໃນໄລຍະຢ້ຽມຢາມ,ທ່ານນາຍົກລັດຖະມົນຕີເວີນເຈຍປາວກັບທ່ານນາຍົກລັດຖະມົນຕີພັນວັນໄຄໄດ້ຈັດການເຈລະຈາກັນ,ກ່ຽວກັບການພົວພັນດ້ານເສດຖະກິດການຄ້າ,ທ່ານເວີນເຈຍປາວເວົ້າວ່າ,ມູນຄ່າການຄ້າລະຫວ່າງຈີນ ຫວຽດ ນາມໃນປີ 2003 ໄດ້ບັນລຸ4 ຕື້ 640 ລ້ານໂດລາສະຫະລັດ,ໃນປີ 2004,ມີຄວາມຫວັງລື່ນກາຍ 6 ຕື້ໂດລາສະຫະລັດ,ເຊື່ອວ່າ ຜ່ານຈາກຄວາມພະຍາຍາມພ້ອມກັນ,ພວກຂ້າພະເຈົ້າສາມາດບັນລຸ ເປົ້າຫມາຍທີ່ຍົກມູນຄ່າການຄ້າເຖິງ 10 ຕື້ໂດລາສະຫະລັດໃນປີ 2010,ທ່ານເວີນເຈຍປາວສະເຫນີໃຫ້ສອງຝ່າຍສືບຕໍ່ເປີດກວ້າງຂະຫນາດການຄ້າລະຫວ່າງສອງຝ່າຍຍາດເວລາຈັດຕັ້ງປະຕິບັດໂຄງການຮ່ວມມືທີ່ໄດ້ຕົກລົງກັນແລ້ວ,ຕັ້ງຫນ້າສົ່ງເສີມແລະສະຫນັບສະຫນູນວິສາຫະກິດຂອງສອງຝ່າຍດຳເນີນການຮ່ວມມືຍາວນານໃນຂົງເຂດກໍ່ສ້າງ ພື້ນຖານໂຄງຮ່າງສຳຄັນແລະໂຄງການອຸດສາຫະກຳ,ຍົກລະດັບແລະຄຸນນະພາບແຫ່ງການຮ່ວມມືດ້ານເສດຖະກິດການຄ້າຂອງສອງປະເທດໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ,ໃນໄລຍະຢ້ຽມຢາມ,ທ່ານນາຍົກລັດຖະມົນຕີເວີນເຈຍປາວໄດ້ ພົບປະທ່ານນົງດຶກແມັງເລຂາທິການໃຫຍ່ ສູນກາງພັກກອມມູນິດຫວຽດນາມ ທ່ານເຈິນດຶກເລືອງປະທານປະເທດແລະທ່ານຫງວຽນວັນອັນປະທານ ສະພາແຫ່ງຊາດຫວຽດນາມ,ຜູ່ນຳທັງສອງປະເທດໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການເພີ່ມທະວີການພົວພັນສອງຕໍ່ສອງບັນຫາສາກົນແລະພາກພື້ນທີ່ສົນໃຈນຳກັນໃນບັນຍາກາດເປີດອົກເປີດໃຈ ມິດຕະພາບແລະຕິດແທດຕົວຈິງ,ແລະບັນລຸມີຄວາມຮູ້ຄືກັນຢ່າງກວ້າງຂວາງ,ວັນທີ 8 ຕຸລາ ລັດຖະບານທັງສອງປະເທດຈີນ ຫວຽດໄດ້ອອກປະກາດແຈ້ງການຮ່ວມ.
ວັນທີ 19 ພະຈິກ ປີ 2004 ,ທ່ານຫູຈິນທາວ ປະທານປະເທດຈິດໄດ້ພົບປະທ່ານເຈິນດຶກເລືອງ ປະທານປະເທດຫວຽດນາມຢູ່ຊັງຕີອາໂກ.ສອງຝ່າຍໄດ້ໂອ້ລົມກັນດ້ວຍໄມຕິຈິດກ່ຽວກັບບັນຫາຕ່າງໆເຊັ່ນ:ການພົວພັນລະຫວ່າງຈີນຫວຽດ ແລະກອງປະຊຸມທີ່ບໍ່ເປັນທາງການ ອົງການອາເປັກທີ່ຈະຈັດຂຶ້ນ. 1 2
|
|
|