ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-22 21:05:28    
ຝ່າຍ​ຈີນ​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ຖື​ທ່າ​ທີ​ຄ່ອງ​ແຄ້ວ,​ຈິງ​ໃຈ​ແລະ​ອົດ​ທົນ​ໃນ​ບັນ​ຫາ​ນີວ​ເຄຼຍ​ແຫຼມ​ເກົາ​ຫຼີ

cri Author: q
ຕາມ​ຂ່າວCRI,ວັນ​ທີ22​ມີນາ,ຢູ່​ທີ່​ປັກ​ກິ່ງ,​ໃນ​ເວລາ​ພົບ​ປະ​ທ່ານປັກ​ບົງ​ຈູ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສ.ປ.ປ.​ເກົາຫຼີ​ທີ່​ມາ​ຢ້ຽມ​ຢາມ,ທ່ານ​ເວິນ​ເຈຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ,​ຝ່າຍ​ຈີນ​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງ​ຖືທ່າ​ທີ​ຄ່ອງ​ແຄ້ວ, ຈິງ​​ໃຈ​ແລະ​ອົດ​ທົນ​​ໃນ​ບັນ​ຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ,ສືບ​ຕໍ່​ຕັ້ງໜ້າ​ຊຸກ​ຍູ້​ການ​ເຈລະຈາ​ສັນ​ຕິ​ພາບ​ຕາມ​ຫຼັກ​ໝັ້ນ​ນອກ​ຕົວ​ແລະ​ທ່ຽງ​ທຳ.

ທ່ານປັກ​ບົງ​ຈູກ່າວ​ວ່າ,ຫຼັກ​ໝັ້ນ​ຂອງຝ່າຍ​ສ.ປ.​ປ.​ເກົາຫຼີ​ທີ່​ໃຫ້​ແຫຼມ​ເກົາຫຼີ​ປອດ​ນີວ​ເຄຼຍ,​ເຈ​ລະ​ຈາ​ກັນແກ້​ໄຂ​ບັນຫາ​ນີວ​ເຄຼຍດ້ວຍ​ສັນຕິ​ວິທີ​ນັ້ນ​ບໍ່​ມີ​ການ​ປ່ຽນ​ແປງ.​ຝ່າຍ​ສ.ປ.ປ.​ເກົາ​ຫຼີ​ບໍ່​ຄັດ​ຄ້ານ​​ແລະ​ບໍ່​ໄດ້​ປະລະ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ,ຖ້າ​ຫາກ​​ເງື່ອນ​ໄຂ​ສຸກ​ງອມ,​ຝ່າຍ​ສ​.ປ.ປ.​ເກົາ​ຫຼີ​ຈະ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຫົກ​ຝ່າຍ​​ໄດ້​ທຸກ​ເວລາ​​.