ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-18 22:04:30    
ກອງ​ປະຊຸມ​ປະສານ​ງານຊັ້ນສູງ​​ຊ່ອຍປະ​ເທດ​ປະສົບ​ໄພ​ຄື້ນຊູ​ນາ​ມີ​ຟື້ນ​ຟູ​ແລະ​ສ້າງສາ​ຄືນ​ໃໝ່​​ໄດ້​ຈັດ​ຂຶ້ນ​ຢູ່​ມາ​ນີລາ(ພາບ)

cri Author: MO
             

ຕາມ​ຂ່າວ​CRI: ວັນ​ທີ 18 ມີນາ, ກອງ​ປະຊຸມ​ປະສານ​ງານຊັ້ນສູງ​​ຊ່ອຍປະ​ເທດ​ປະສົບ​ໄພ​ຄື້ນຊູ​ນາ​ມີ​ຟື້ນ​ຟູ​ແລະ​ສ້າງສາ​ຄືນ​ໃໝ່​​​ເຊິ່ງທະນາຄານ​ພັດທະນາ​ອາຊີ​ເປັນ​ເຈົ້າພາບນັ້ນໄດ້​ຈັດ​ຂຶ້ນ​ຢູ່​ມາ​ນີລາ ນະຄອນຫລວງ​ຟີ​ລິ​ບປິນ.

ຈຸດປະສົງ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ແມ່ນຕີລາຄາສະພາບການຊ່ອຍ​ເຫຼືອການ​ສ້າງສາຄືນ​ໃໝ່​ຫລັງ​ໄພພິບັດ​ຂອງປະ​ເທດ​ທີ່​ປະສົບ​ໄພ​ແຜ່ນດິນ​​ໄຫວ​ແລະ​ຄື້ນຊູ​ນາ​ມີ. ປະສານ​ການສະໜອງ​ເງິນ​ທຶນ​ໃຫ້​ປະ​ເທດ​ປະສົບ​ໄພ, ​ເພື່ອ​ຈັດຕັ້ງປະຕິບັດ​ແຜນການ​ຟື້ນ​ຟູ​ແລະ​ສ້າງສາ​ຄືນ​ໃໝ່.

ຜູ້ອຳນວຍການADB​ໄດ້​ເວົ້າຢູ່​ໃນ​ກອງ​ປະຊຸມ​ວ່າ, ປັດຈະ​ບັນ, ຈຸດ​ໜັກ​ວຽກ​ງານ​ຂອງ​ເຂດ​ປະສົບ​ໄພ​ໄດ້​ຈາກ​ໄລຍະ​ກອບກູ້​ຈັດ​ວາງ​ຂອງ​ໄລຍະ​ຕົ້ນ ຂ້າມ​ຜ່ານ​ຮອດ​ໄລຍະ​ຟື້ນ​ຟູ​ແລະ​ສ້າງສາ​ຄືນ​ໃໝ່​. ADB ຈະ​ໃຊ້​ກອງ​ທຶນ​ຄື້ນຊູ​ນາ​ມີ​ອາຊີ​ຢ່າງ​ບັງ​ເກີດ​ຜົນ​ແລະ​ໃສສ່ອງ, ​ສະໜອງເງິນ​ທຶນ​ແກ່​ປະ​ເທດ​ປະສົບ​ໄພຢ່າງ​ທັນ​ການ​.

ຜູ້​ແທນ​ທີ່​ມາ​ຈາກ​ 5 ປະ​ເທດ​ທີ່ປະສົບ​ໄພຄື້ນຊູ​ນາ​ມີ​ຄື​ໄທ ອິນ​​ໂດ​ເນ​ເຊຍ​ເປັນຕົ້ນ, ​ຜູ້​ແທນ​ຂອງ​ປະ​ເທດ​ບໍລິຈາກ​ເງິນ​ໃຫ້ກອງ​ທຶນ​ຄື້ນຊູ​ນາ​ມີ​ອາຊີ, ພ້ອມ​ດ້ວຍ​ເຈົ້າໜ້າ​ທີ່​ຊັ້ນສູງ​ຂອງ​ສຳນັກງານ​ວາງ​ແຜນ​ສິ່ງ​ແວດ​ລ້ອມ​ສະຫະ​ປະຊາ​ຊາດ, ອົງການ​ເອັສກັບ, ທະນາຄານ​ໂລກ​ແລະ​ອົງການ​ສາກົນ​ອື່ນໆ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ທີ່​​ໄຂ​ເປັນ​ມື້ໜຶ່ງ​ເທື່ອ​ນີ້.