ຝ່າຍຕຳຫຼວດມາເລເຊຍກອບກູ້ຕົວປະກັນຊາວຟິລິບປິນແລະຊາວຍີ່ປຸ່ນທີ່ຖືກໂຈນສະຫຼັດທະເລລັກພາຕົວ
cri
Author: q
ຕາມຂ່າວສານຊິນຮວາ,ວັນທີ15ມີນາ,ຜູ້ບັນຊາການຕຳຫຼວດນ້ຳຂອງກອງບັນຊາການໃຫຍ່ຕຳຫຼວດມາເລເຊຍກ່າວວ່າ,ຕອນຄ່ຳວັນທີ14ມີນາ,ຢູ່ຊ່ອງແຄບມາລັກກາ,ເຮືອລາກຍີ່ປຸ່ນລຳໜຶ່ງຖືກໂຈນສະຫຼັດທະເລໂຈມຕີ,ຊັບສິນຢູ່ເທິງເຮືອຖືກປຸ້ນ,ກັບຕັນເຮືອແລະວິສາວະກອນສອງຄົນຖືກລັກພາຕົວ.
ປັດຈຸບັນ, ກ່ຳປັ່ນລາດຕະເວນແລະຍົນເຮລິກົບຂອງຕຳຫຼວດນ້ຳຂອງມາເລເຊຍໄປຊອກຫາແລະກອບກູ້ຕົວກັນສັນຊາດຍີ່ປຸ່ນແລະສັນຊາດຟີລິບປິນລວມ3ຄົນທີ່ຖືກໂຈນສະຫຼັດທະເລລັກພາຕົວຢູ່ເຂດຊ່ອງແຄບມາລັກກາ
|
|