|
 |
(GMT+08:00)
2005-03-15 20:42:52
|
 |
ກອງປະຊຸມສົນທະນາຂອງປາເລັສຕີນມີຫວັງຈະໄດ້ຜົນອັນຕັ້ງໜ້າ
cri
Author: da
ຕາມຂ່າວCRI:ກອງປະຊຸມສົນທະນາລະຫວ່າງບັນດາຝ່າຍປາເລັສຕີນຮອບໃໝ່ຈະຈັດຂຶ້ນຢູ່ເລີແກແຕ່ວັນທີ 15 ຮອດວັນທີ 19 ມີນາ.ປະກົດການຕ່າງໆສະແດງໃຫ້ເຫັນວ່າ,ກອງປະຊຸມສົນທະນາເທື່ອນີ້ມີຫວັງຈະຮັບການບຸກທະລຸບາງຢ່າງໃນບັນຫາສຳຄັນຕ່າງໆຄືບັນດາຝ່າຍແຂງຂອງປາເລັສຕີນຈະບັນລຸການຢຸດຍິງກັບອິສຣາແອນຢ່າງແທ້ຈິງເປັນຕົ້ນ.
ຕາມຂ່າວແຈ້ງວ່າ,ກອງປະຊຸມຄັ້ງນີ້ຈະເຈາະຈົງຫາລື 3 ບັນຫາ.ໜຶ່ງ,ປັບປຸງສັນຍາຢຸດຍິງລະຫວ່າງປາເລັສຕີນກັບອິສຣາແອນໃຫ້ໝັ້ນຄົງ.ພາຍຫຼັງທ່ານອາບາສຖືກເລືອກຕັ້ງເປັນປະທານອົງການອຳນາດແຫ່ງຊາດປາເລັສຕີນແລ້ວ,ໄດ້ກ້າວເຖິງຂັ້ນມີຄວາມເຂົ້າໃຈກັນກັບບັນດາຝ່າຍປາເລັສຕີນກ່ຽວກັບການຢຸດຍິງກັບອິສຣາແອນ.ໃນກອງປະຊຸມຄັ້ງນີ້,ບັນດາຝ່າຍທີ່ຮ່ວມປະຊຸມຈະຫາລືກັນຕື່ມອີກກ່ຽວກັບເວລາຈຳກັດແລະເງື່ອນໄຂຂອງການຢຸດຍິງ.
ສອງ,ບັນຫາສາມັກຄີຢູ່ພາຍໃນປາເລັສຕີນ.ຢູ່ໃຕ້ສະຖານະການໃໝ່ໃນສະເພາະໜ້ານີ້,ຝ່າຍປາເລັສຕີນຕ້ອງການທ້ອນໂຮມການຈັດຕັ້ງຢູ່ພາຍໃນໃຫ້ເປັນເອກະພາບກັນໂດຍ ດ່ວນ,ມີໂຄງການການເມືອງຮ່ວມ,ເພື່ອເພີ່ມທະວີຖານະຂອງຝ່າຍປາເລັສຕີນໃນການເຈລະຈາ.ນອກນີ້,ຄຽງຄູ່ກັບລັດຖະບານຊາລອນອິສຣາແອນໃກ້ຈະປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວຖອນອອກຈາກແຖບກາຊາ,ອົງການຮາມັສແລະອື່ນໆພວມສະແຫວງຫາສິດອຳນາດໃນລັດຖະບານປົກຄອງຕົນເອງ,ສະນັ້ນ,ບັນດາຝ່າຍທີ່ຮ່ວມປະຊຸມກໍຕ້ອງການມີການຈັດວາງທາງການເມືອງໃນບັນຫາບັນດາຝ່າຍປາເລັສຕີນເຂົ້າຮ່ວມແລະພິຈາລະນາການປົກຄອງ ປະຕິຮູບກົນໄກຕັດສິນຊີ້ຂາດຂອງລັດຖະບານປາເລັສຕີນປົກຄອງຕົນເອງແລະບັນຫາອື່ນໆ,ສ້າງຂອບທີ່ບັນດາຝ່າຍຮັບເອົາໄດ້ແລະຮ່ວມມືກັນໄດ້.
ສາມແມ່ນບັນຫາການເລືອກຕັ້ງຂອງຄະນະກຳມະການນິຕິບັນຍັດປາເລັສຕີນ.ຄະນະກຳມະການນິຕິບັນຍັດປາເລັສຕີນຈະຈັດການເລືອກຕັ້ງໃນເດືອນກໍລະກົດປີນີ້,ພາຍຫຼັງຂວ້ຳບາດການເລືອກຕັ້ງປະທານອົງການອຳນາດແຫ່ງຊາດປາເລັສຕີນທີ່ຈັດຂຶ້ນໃນຕົ້ນປີນີ້ແລ້ວ,ຫວ່າງກ່ອນນີ້ບໍ່ດົນ,ອົງການຮາມັສກໍປະກາດຢ່າງເປັນທາງການວ່າຈະເຂົ້າຮ່ວມການເລືອກຕັ້ງຂອງຄະນະກຳມະການນິຕິບັນຍັດປາເລັສຕີນ,ລັດຖະບານປາເລັສຕີນປົກຄອງຕົນເອງສະແດງຄວາມຊົມເຊີຍ.ບັນດາຝ່າຍທີ່ຮ່ວມປະຊຸມຈະຫາລືກັນກ່ຽວກັບເວລາແລະຮູບການເລືອກຕັ້ງເທື່ອນີ້ແລະບັນຫາລະອຽດອື່ນໆ,ເພື່ອຈັດການເລືອກຕັ້ງເທື່ອນີ້ຢ່າງສະດວກ.
ບຸກຄົນວິເຄາະເຫັນວ່າ,ເມື່ອເບິ່ງຈາກສະຖານະການປະຈຸບັນເຫັນວ່າ,ກອງປະຊຸມສົນທະນາທີ່ເລີແກເທື່ອນີ້ມີອະນາຄົດທີ່ເຫັນໄປໃນແງ່ດີ.
ກ່ອນອື່ນ,ການປ່ຽນແປງຂອງສະຖານະການເຂດຕາເວັນອອກກາງບັງຄັບໃຫ້ອິດທິກຳລັງ ແຂງຂອງປາເລັສຕີນຕ້ອງມີການປະນີປະນອມ.ມີແຕ່ປ່ຽນແປງຫຼັກການໃນເມື່ອກ່ອນ,ຈິ່ງມີການພັດທະນາໃຕ້ສະຖານະການໃໝ່.
ສອງ,ອິດທິກຳລັງແຂງຊຶ່ງແມ່ນອົງການຮາມັສເປັນຕົວແທນນັ້ນໄດ້ປ່ຽນແປງຍຸດໂທບາຍຕໍ່ຕ້ານແລ້ວ.ໃນຫຼາຍປີມານີ້,ອົງການຮາມັສທີ່ໄດ້ຮັບການສະໜັບສະໜູນຈາກຊາວປາເລັສຕີນໜຶ່ງສ່ວນສີ່ໄດ້ປັບປຸງຫຼັກໝັ້ນແຂງກະດ້າງເປັນກ້າວໆ,ເລີ່ມຫັນຕົນເອງເປັນພັກການເມືອງ,ເຂົ້າຮ່ວມແລະພິຈາລະນາວຽກງານປົກຄອງດ້ວຍຍຸດໂທບາຍທີ່ຕິດແທດຕົວຈິງແລະຄ່ອງແຄ້ວກວ່າເກົ່າ.ຫວ່າງບໍ່ດົນນີ້,ອົງການຮາມັສກໍສະແດງຢ່າງແຈ່ມແຈ້ງວ່າ ຈະເຂົ້າຮ່ວມການເລືອກຕັ້ງຂອງຄະນະກຳມະການນິຕິບັນຍັດປາເລັສຕີນໃນເດືອນກໍລະກົດປີນີ້,ແລະສະແດງວ່າຢາກເຂົ້າຮ່ວມອົງການປົດປ່ອຍປາເລັສຕີນ.
ສາມ,ເອຢິບແລະລັດຖະບານປາເລັສຕີນປົກຄອງຕົນເອງໄດ້ທຳການກະກຽມຢ່າງເຕັມທີ່ເປັນເວລາດົນນານເພື່ອກອງປະຊຸມສົນທະນາຄັ້ງນີ້.ແຕ່ທ້າຍປີກາຍມານີ້,ເອຢິບກໍແຕ່ງທູດພິເສດໄປຫາລືກັບ 5 ຝ່າຍປາເລັສຕີນຢູ່ເຂດປາເລັສຕີນປົກຄອງຕົນເອງຕັ້ງຫຼາຍເທື່ອ.ພາຍຫຼັງອົງການອາບາສຮັບເລືອກຕັ້ງເປັນປະທານອົງການອຳນາດແຫ່ງຊາດປາເລັສຕີນແລ້ວ,ກໍສົນທະນາກັບບັນດາຝ່າຍກ່ຽວກັບບັນຫາຢຸດຍິງແລະການຈັດວາງທາງການເມືອງພາຍໃນປາເລັສຕີນ,ທັງໄດ້ຮັບຄວາມຮັບຮູ້ຄືກັນໃນລະດັບໃດໜຶ່ງ.
|
|
|