
ທ່ານຜູ່ຟັງທີ່ໂຄລົບ, ທ່ານຫວັງອີ້ຟູ ນັກກິລາຍິງເປົ້າທີ່ຊື່ດັງຂອງຈີນຖືກຖືເປັນທຸງຜືນໜຶ່ງຂອງວົງການກິລາຈີນ, ແຕ່ປີ 1984 ເປັນຕົ້ນມາ, ທ່ານຫວັງອີ້ຟູໄດ້ເຂົ້າຮ່ວມງານກິລາໂອລິມປິກ 6 ຄັ້ງຢ່າງລຽນຕິດ, ຊິງໄດ້ຫຼຽນຄຳ 2 ຫຼຽນ, ຫຼຽນເງິນ 2 ຫຼຽນແລະຫຼຽນທອງ 1 ຫຼຽນ. ໂດຍສະເພາະແມ່ນໃນງານກິລາໂອລິມປິກອາແຕນປີ 2004, ທ່ານຫວັງອີ້ຟູຊິງໄດ້ແຊມປຽນໃນການຍິງປືນລົມ 10 ແມັດເພດຊາຍ, ເວລານີ້ ທ່ານອາຍຸ 44 ປີແລ້ວ. ຕົ້ນປີ 2005, ທ່ານຫວັງອີ້ຟູໄດ້ຖືກແຕ່ງຕັ້ງເປັນຄູຝຶກໃຫຍ່ຂອງທີມຍິງເປົ້າແຫ່ງຊາດຈີນ, ຢູ່ສະໜາມຍິງເປົ້າຂອງງານກິລາໂອລິມປິກປັກກິ່ງປີ 2008, ທ່ານຫວັງອີ້ຟູກັບລູກສິດຂອງທ່ານຈະພະຍາຍາມໄປຊິງເອົາຫຼຽນຄຳອີກ.
ການຍິງເປົ້າແມ່ນລາຍການທີ່ມີທ່າແຮງກວ່າໝູ່ຂອງກິລາແຂ່ງຂັນຈີນ, ໃນປະຫວັດງານກິລາໂອລິມປິກຈີນ, ຫຼຽນຄຳຫຼຽນທຳອິດແມ່ນທ່ານສິໄຫເຟິງ ນັກກິລາຍິງເປົ້າຈີນຊິງໄດ້ໃນງານກິລາໂອລິມປິກລອສແອນເຈີລິສປີ 1984. ໃນງານກິລາໂອລິມປິກອາແຕນປີ 2004, ທີມຍິງເປົ້າຈີນບໍ່ພຽງແຕ່ຊິງໄດ້ຫຼຽນຄຳຫຼຽນທຳອິດຂອງງານກິລາໂອລິມປິກຄັ້ງນີ້ທໍ່ນັ້ນ, ໃນທີ່ສຸດຍັງຊິງໄດ້ຫຼຽນຄຳລວມ 4 ຫຼຽນ.
ໃນໝູ່ດາລາຂອງທີມຍິງເປົ້າຈີນ, ບໍ່ຕ້ອງສົງໄສເລີຍວ່າ ທ່ານຫວັງອີ້ຟູຖືກເອີນເປັນ "ປືນເກົ່າ" ທີ່ຮຸ່ງກວ່າໝູ່, ໃນເວລາທ່ານສິໄຫເຟິງຊິງໄດ້ຫຼຽນຄຳຫຼຽນທຳອິດໃນງານກິລາໂອລິມປິກປີ 1984, ຜູ່ຊິງໄດ້ຫຼຽນທອງກໍ່ແມ່ນທ່ານຫວັງອີ້ຟູ, ໃນຄາວນັ້ນທ່ານອາຍຸ 24 ປີ. ຫຼັງຈາກນັ້ນ 8 ປີ, ທ່ານຫວັງອີ້ຟູຊິງໄດ້ຫຼຽນຄຳໃນງານກິລາໂອລິມປິກບາກເຊີລອນ, ໃນປີ 1996 ແລະປີ 2000, ທ່ານຊິງໄດ້ຫຼຽນເງິນໃນງານກິລາໂອລິມປິກອັດລານຕາແລະງານກິ ລາໂອລິມປິກຊິດນີ, ປີ 2004, ທ່ານຫວັງອີ້ຟູທີ່ເຂົ້າຮ່ວມງານກິລາໂອລິມປິກຄັ້ງທີ 6 ຊິງໄດ້ຫຼຽນຄຳອີກ. ເມື່ອເອີ່ຍເຖິງຜົນງານຂອງຕົນ, ທ່ານຫວັງອີ້ຟູເວົ້າຢ່າງຖ່ອມຕົວວ່າ: ບໍ່ແມ່ນວ່າການແຂ່ງຂັນພຽງແຕ່ເທົ່າໃດຫຼືຜູ່ໃດຜູ່ໜຶ່ງເທົ່ານັ້ນຈິ່ງເຮັດໃຫ້ກິລາຍິງເປົ້າຈີນໄດ້ພັດທະນາເຖິງຂະໜາດນີ້, ຫາກແມ່ນຍ້ອຍຄວາມພະຍາຍາມຂອງຜູ່ນຳວົງການຍິງເປົ້າຫຼາຍຮຸ້ນ ນັກກິລາຫຼາຍຮຸ້ນແລະຄູຝຶກຫຼາຍຮຸ້ນ, ທີມຍິງເປົ້າຈີນແມ່ນທີມທີ່ມີມູນເຊື້ອກຽດສັກສີແທ້ຈິງ, ທີມກິລານີ້ສາມັກຄີທີ່ສຸດ, ມີກຳລັງໜ່ຽງປັ້ນຫຼາຍ.
ງານກິລາໂອລິມປິກປີ 2008 ຈະຈັດຂຶ້ນຢູ່ປັກກິ່ງ, ເພື່ອຊິງໄດ້ຜົນງານອັນດີເດັ່ນ, ຫຼັງຈາກງານກິລາໂອລິມປິກອາແຕນ, ທີມຍິງເປົ້າຈີນກໍ່ໄດ້ປັບປຸງນັກກິລາແລະຄູຝຶກ ດັດແປງວິທີຝຶກແອບ, ແລະເຂົ້າສູ່ໄລຍະກະກຽມງານກິລາໂອລິມປິກປັກກິ່ງຢ່າງວ່ອງໄວ. ເມື່ອໄດ້ຮັບສະໝັກຢ່າງເປີດເຜີຍ, ທ່ານຫວັງອີ້ຟູທີ່ມີຄຸນງາມຄວາມດີສູງຖືກຄັດເລືອກເປັນຄູຝຶກໃຫຍ່ຂອງທີມຍິງເປົ້າແຫ່ງຊາດຈີນ, ນາກຈາກຈະສູ້ຊົນຝຶກແອບເພື່ອເຂົ້າຮ່ວມງານກິລາໂອລິມປິກເທື່ອທີ 7 ແລ້ວ, ທ່ານຫວັງອີ້ຟູຍັງຈະສອນບົດຮຽນແຂ່ງຂັນອັນລ້ຳຄ່າຂອງຕົນໃນງານກິລາໂອລິມປິກໃຫ້ນັກກິລາໜຸ່ມອີກດ້ວຍ. ທ່ານຫວັງອີ້ຟູເວົ້າວ່າ: ແຕ່ນີ້ໄປງານກິລາໂອລິມປິກປີ 2008 ແມ່ນໄລຍະຮອບໃໝ່, ໄລຍະຮອບນີ້ໄດ້ເລີ່ມຕົ້ນແລ້ວ, ຜູ່ໃດກໍ່ປະເຊີນໜ້າກັບຄວາມກົດດັນອັນມະຫາສານ, ໂດຍສະເພາະແມ່ນງານກິລາໂອລິມປິກປີ 2008 ຈະຈັດຂຶ້ນຢູ່ປັກກິ່ງ, ຄົນຈີນແລະປະເທດຊາດຝາກຄວາມຫວັງນຳພວກຂ້າພະເຈົ້າຫຼາຍທີ່ສຸດ, ໜ້າທີ່ຂອງພວກຂ້າພະເຈົ້າໜັກໜາສົມຄວນ. ພວກຂ້າພະເຈົ້າຕ້ອງກ້າຫາບແບກ, ຄູຝຶກທຸກຄົນ ນັກກິລາທຸກຄົນຕ້ອງເຮັດຫຼ້ອນໜ້າທີ່ທີ່ປະເທດຊາດແລະປະຊາຊົນມອບໝາຍໃຫ້.
ຫຼັງຈາກທ່ານຫວັງອີ້ຟູຂຶ້ນຮັບຕຳແໜ່ງຄູຝຶກໃຫຍ່ແລ້ວ, ທ່ານໄດ້ດຳເນີນການປະຕິຮູບຢ່າງໃຫຍ່ໃນດ້ານຮູບການຄຸ້ມຄອງແລະແລວຄວາມຄິດສ້າງທີມ, ກ່ອນອື່ນ, ທ່ານຫວັງອີ້ຟູໄດ້ສ້າງຕັ້ງຄະນະກຳມະການນັກກິລາກ່ອນໝູ່ໃນທີມກິລາຕ່າງໆຂອງຈີນ, ໃຫ້ນັກກິລາທັງຫຼາຍປະກອບຄວາມຄິດຄວາມເຫັນຂອງຕົນຢ່າງເຕັມສ່ວນ, ທ່ານຫວັງອີ້ຟູກ່າວວ່າ: ປະຈຸບັນ ກ່ອນຈະຕົກລົງວຽກອັນໃດ, ຈະຂໍຄວາມເຫັນນຳຄະນະກຳມະການນັກກິລາຢ່າງເຕັມສ່ວນ, ນັກກິລາທັງຫຼາຍມີຊ່ອງທາງປະກອບຄວາມຄິດຄວາມເຫັນຫຼາຍກວ່າເກົ່າ.
ນອກນີ້, ໃນທີມຊາດຊຸດໃໝ່, ທ່ານຫວັງອີ້ຟູໄດ້ເຊື້ອເຊີນນັກກິລາເກົ່າຫຼາຍຄົນທີ່ເຄີຍຊິງໄດ້ຫຼຽນຄຳຫຼຽນເງິນໃນງານກິລາໂອລິມປິກໃນເມື່ອກ່ອນ, ໃຫ້ພວກເຂົາເຈົ້າສອນນັກກິລາໜຸ່ມ, ພ້ອມກັນສຳເລັດໜ້າທີ່ແຂ່ງຂັນໃນງານກິລາໂອລິມປິກປີ 2008. ທ່ານຫວັງອີ້ຟູເວົ້າວ່າ: ນັກກິລາເກົ່າຄືນາງລີຕຸ້ຍຫົງແລະນາງຈາງຊານ, ໃນງານແຂ່ງຂັນລະດັບຊາດ, ດຽວນີ້ ພວກເຂົາເຈົ້າຍັງຊິງໄດ້ຜົນງານດີສົມຄວນ, ການທີ່ພວກເຂົາເຈົ້າຍຶດໝັ້ນຮອດຊູ່ມື້ນີ້, ກໍ່ໄດ້ສະແດງໃຫ້ເຫັນວ່າພວກເຂົາເຈົ້າຮັກຫອມກິລາຍິງເປົ້າຫຼາຍ, ພວກເຂົາເຈົ້າມີນ້ຳໃຈສູ້ຊົນຢ່າງໝັ້ນໜຽວ, ພວກຂ້າພະເຈົ້າຫວັງອາໄສນ້ຳໃຈແນວນີ້ມາຊັກນຳນັກກິລາໃໝ່ ປຸກລະດົມນັກກິລາໃໝ່. ຫຼັກການຂອງພວກຂ້າພະເຈົ້າໃນການຄັດເລືອກນັກກິລາເທື່ອນີ້ ແມ່ນໃຫ້ນັກກິລາເກົ່ານຳພານັກກິລາໃໝ່ ນັກກິລາໃໝ່ຊຸກຍູ້ນັກກິລາເກົ່າ, ພັດທະນາຮອບດ້ານ, ເມື່ອເປັນຈັ່ງຊັ້ນ,ທີມຍິງເປົ້າຂອງພວກຂ້າພະເຈົ້າກໍ່ຈະມີຄວາມຫວັງແລ້ວ.
ແຕ່ເລີ່ມຝຶກຍິງເປົ້າເມື່ອປີ 1977 ຈົນຮອດປະຈຸບັນ, ທ່ານຫວັງອີ້ຟູໄດ້ບຸກບຶນຢູ່ສະໜາມແຂ່ງຂັນເປັນເວລາ 28 ປີແລ້ວ, ຈາກຊາວໜຸ່ມເຍົາວະຊົນ ເຕີບໂຕເປັນການນຳເປັນສັນຍະລັກຂອງທີມຍິງເປົ້າຈີນເປັນກ້າວໆ. ເມື່ອລົມເຖິງປະຫວັດຂອງຕົນທີ່ລຳ ບາກທັງຮຸ່ງເຮືອງນັ້ນ, ທ່ານຫວັງອີ້ຟູກ່າວວ່າ: ຂ້າພະເຈົ້າເຂົ້າຮ່ວມກິລາຍິງເປົ້າມາເປັນເວລາ 20 ກວ່າປີແລ້ວ, ພາລະກິດນີ້ໄດ້ນຳ ເອົາກຽດສັກສີອັນໃຫຍ່ຫຼວງມາໃຫ້ຂ້າພະເຈົ້າ ກໍ່ໄດ້ລະດົມກຳລັງໃຈຂ້າພະເຈົ້າໂດຍຕະ ຫຼອດ. ຂ້າພະເຈົ້າຄິດວ່າ ຖ້າຜູ່ໃດຜູ່ໜຶ່ງຢາກຈະໄດ້ຮັບຜົນງານດີໃນພາລະກິດໃດໜຶ່ງ, ຂ້າພະເຈົ້າຈະສົ່ງຄຳເວົ້າໜຶ່ງໃຫ້ທ່ານ: ຖ້າຢາກໄດ້ຮັບຜົນງານດີ, ຕ້ອງເສຍຄ່າຕອບແທນຫຼາຍກວ່າຜູ່ອື່ນຖ້ວມທົ້ນ.
|