|
 |
(GMT+08:00)
2005-03-10 21:51:49
|
 |
ກອງປະຊຸມຄັ້ງທີ 4 ຄະນະກຳມາທິການໄອໂປເພື່ອຕ້ານຜົນຮ້າຍຈາກຢາເສດຕິດໄຂຂຶ້ນທີ່ຫຼວງພະບາງ
cri
Author: huachunmei
ກອງປະຊຸມຄັ້ງທີ 4 ຄະນະກຳມາທິການໄອໂປເພື່ອຕ້ານຜົນຮ້າຍຈາກຢາເສດຕິດໄຂຂຶ້ນໃນຕອນເຊົ້າວັນທີ 10 ມີນາ 2005 ທີ່ຫຼວງພະບາງ, ແລະຈະດຳເນີນໄປສອງວັນໂດຍການເປັນປະທານຂອງທ່ານສະໝານ ວິຍະເກດ ປະທານສະພາແຫ່ງຊາດລາວ ທັງເປັນປະທານອົງການລັດຖະສະພາລະຫວ່າງຊາດອາຊຽນ.
ທ່ານສະໝານ ວິຍະເກດໄດ້ກ່າວສູນທອນພົດໃນພິທີໄຂກອງປະຊຸມ. ທ່ານກ່າວວ່າ, ນັບແຕ່ປີ 2000 ເປັນຕົ້ນມາ, ລັດຖະບານສ.ປ.ປ.ລາວໄດ້ປະຕິບັດແຜນການລົບລ້າງການປູກຝີ່ນເນື້ອທີ່ປູກຝີ່ນຫຼຸດລົງຕາມລຳດັບຈາກ 26.837 ເຮັກຕາໃນປີ 1998 ຍັງເຫຼືອກພຽງ 3.556 ເຮັກຕາແລະຈຳນວນຜູ້ເສບຝິ່ນກໍໄດ້ຫຼຸດລົງຈາກ 58.000 ຄົນເຫຼືອກພຽງ 28.000 ຄົນໃນປີ 2004. ປະຈຸບັນ, ກຳລັງມີການສຳຫຼວດຮ່ວມກັບອົງການສະຫະປະຊາຊາດເພື່ອການກວດກາແລະຄວບຄຸມຢາເສບຕິດ ສຳລັບສົກປີ 2004-2005. ເປົ້າໝາຍແມ່ນຢຸດຕິການປູກຝິ່ນປີ 2005 ສ່ວນຜົນທີ່ຍັງບໍ່ທັນໄດ້ສຳເລັດ ຈາກການສຳຫຼວດຜ່ານມາໄດ້ສ້າງຄວາມຫວັງໃຫ້ສ.ປ.ປ.ລາວເພື່ອບັນລຸເປົ້າໝາຍທີ່ວາງໄວ້.
|
|
|