ຕາມຂ່າວສານຊິນຮວາ: ວັນທີ 9 ມີນາ, ທະນາຄານພັດທະນາອາຊີປະກາດວ່າ, ຈະຈັດກອງປະຊຸມຂັ້ນລັດຖະມົນຕີສ້າງສາຄືນໃໝ່ຫຼັງໄພຄື້ນຊູນາມີໃນວັນທີ 18 ມີນາຢູ່ ມານີລາ, ເພື່ອເຮັດໃຫ້ການສ້າງສາຄືນໃໝ່ຫຼັງໄພຂອງປະເທດປະສົບໄພຮັກສາທ່ວງທ່າເປັນຢ່າງດີ.
ທະນາຄານພັດທະນາອາຊີກ່າວວ່າ, ຜູ່ເຂົ້າຮ່ວມ"ກອງປະຊຸມປະສານງານຊ່ອຍເຫຼືອປະເທດປະສົບໄພຄື້ນຊູນາມີສ້າງສາຄືນໃໝ່"ເທື່ອນີ້ຕົ້ນຕໍແມ່ນລັດຖະມົນຕີທີ່ກ່ຽວຂ້ອງແລະເຈົ້າໜ້າທີ່ຊັ້ນສູງອື່ນໆທີ່ມາຈາກ 5 ປະເທດປະສົບໄພຢ່າງໜັກໜ່ວງເຊັ່ນ: ອິນເດຍ ອິນໂດຍເນເຊຍ ມັນດິວ ສີລັງກາແລະໄທ, ພ້ອມດ້ວຍຜູ້ຕາງໜ້າຝ່າຍບໍລິຈາກຂອງກອງທຶນພັດທະນາອາຊີຂອງທະນາຄານພັດທະນາອາຊີ.
|