ທ່ານເອເລຄັດເຫັນໄປໃນແງ່ດີຕໍ່ປາເລັສຕິນອິສຣາແອນທີ່ຈະຟື້ນຟູການຕິດຕໍ່ພົວພັນກັນໃນໄວໆນີ້
cri
Author: q
ຕາມຂ່າວສານຊິນຮວາ,ວັນທີ7ມີນາ,ທ່ານເອເລຄັດ ຜູ້ແທນເຈລະຈາຜູ້ທີໜຶ່ງຂອງປາເລັສຕິນທີ່ໄປຢ້ຽມຢາມຊອກດານີກ່າວວ່າ,ອົງການອຳນາດແຫ່ງຊາດປາເລັສຕິນເຫັນໄປໃນແງ່ດີຕໍ່ປາເລັສຕິນອິສຣາແອນທີ່ຈະຟື້ນຟູການຕິດຕໍ່ພົວພັນກັນໃນໄວໆນີ້,ແລະກ່າວວ່າຝ່າຍປາເລັສຕິນຍັງຈະເຄົາລົບແຜນການເສັ້ນທາງສັນຕິພາບຕາເວັນອອກກາງ.
ໃນມື້ດຽວກັນ,ຂະບວນການອິສລາມປາເລັສຕິນຕໍ່ຕ້ານຄືອົງການຮາມາສ໌ກ່າວວ່າ,ອົງການດັ່ງກ່າວພວມພິຈາລະນາຢ່າງຈິງຈັງກ່ຽວກັບການເຂົ້າຮ່ວມອົງການປົດປ່ອຍປາເລັສຕິນ.ນອກນີ້,ຂ່າວກ່ຽວກັບອົງການຮາມາສ໌ຈະເຂົ້າຮ່ວມການເລືອກຕັ້ງຄະນະກຳມະການນິຕິບັນຍັດປາເລັສຕິນໃນເດືອນກໍລະກົດຫຼືບໍ່ນັ້ນຈະປະກາດໃນເວລາອັນເໝາະສົມ.
|
|