ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-07 15:46:18    
ນັກ​ກິລາ​ຈີນ​ໄປ​ຮຽນ​ຢູ່​ອາ​ເມ​ລິ​ກາ ​ເພື່ອ​ກຽມ​ສູ້​ຊົນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ປີ 2008(ສຽງ)

cri Author: lm

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​​ໃນຂະນະ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ພວມ​ສະຫຼອງບຸນ​ກຸດ​ຈີນ ບຸນ​ປະ​ເພນີ​ຂອງ​ຈີນນັ້ນ, ນັກ​ກິລາ​ຈີນ​ທີ່​ມີໜ້າ​ທີ່​​ຍາດເອົາກຽດ​ມາໃຫ້​ປະ​ເທດ​ຊາດ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008 ສ່ວນຫຼາຍພວມຝຶກ​ແອບ​ຈົນ​ເຫື່ອ​ໄຫຼ​ໄຄ​ຍ້ອຍ​ຢູ່​ສະໜາມກິລາ, ​ໃນ​ນັ້ນລວມທັງ​ນັກ​ກິລາ​ແລ່ນ​ແລະ​ລານ​ຫຼາຍຄົນ​ທີ່​ພວມ​ຝຶກ​ແອບ​ຢ່າງ​ລຳບາກ​ຢູ່​ຕ່າງປະ​ເທດ. ນັ້ນກໍ່ແມ່ນ​ນັກ​ກິລາ​ແລ່ນ​ແລະ​ລານ​ຈີນ​ໄປ​ຝຶກ​ແອບ​ຢ່າງ​ເປັນ​​ແບບ​ແຜນຢູ່ຕ່າງປະ​ເທດ​ເປັນ​ຄັ້ງທຳ​ອິດ, ທັງແມ່ນ​ການ​ທົດ​ລອງ​ຂອງທີ​ມ​ແລ່ນ​​ແລ​ະລານ​ຈີນ​​ເພື່ອ​ໃຫ້​ມີ​ການ​ບຸກທະລຸ​ຫຼາຍ​ກວ່າ​ເກົ່າ​ໃນ​ງານ​ກິລາ​ໂອ​ລິ​ມປິກ 2008. ​ໃນ​ລາຍການ​ໂລກ​ກິລາ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບສຽງ​ທີ່ພາດ​ຫົວ​ເລື່ອງ​ວ່າ: ນັກ​ກິລາ​ແລ່ນ​ແລະ​ລານ​ຈີນ​ໄປ​ຝຶກ​ແອບ​ຢູ່​ອາ​ເມ​ລິ​ກາ ​ເພື່ອ​ກຽມ​​ແຂ່ງຂັນໃນ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008.

ທ້າວ​ລິວ​ສຽງ​ ນັກ​ກິລາ​ແລ່ນ​ຂ້າມ​ຮົ້ວໄດ້​ຮັບ​ຜົນສຳ​ເລັດ​ໃນງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ, ນີ້​ໄດ້​ໃຫ້​ບົດຮຽນ​ສຳລັບ​ກິລາ​ແລ່ນ​ແລະ​ລານຂອງ​ຈີນ​ໃນຫຼາຍດ້ານ, ​ໃນ​ນັ້ນ ຄູ​ຝຶກ​ແລະ​ນັກ​ກິລາຫຼາຍ​ກວ່າເກົ່າ​ໄປ​ຮຽນ​ຢູ່​ປະ​ເທດ​ທີ່​ລະດັບ​ກິລາ​ແລ່ນ​​ແລະ​ລານ​ສູງ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບົດຮຽນທີ່​ສຳຄັນ​ທີ່​ສຸດ. ​ເພື່ອ​​ເຮັດ​ໃຫ້ກິລາ​ແລ່ນ​ແລະ​ລານ​ມີການ​ບຸກທະລຸ​ຢ່າງ​ຮອບ​ດ້ານ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງປີ 2008, ການ​ນຳວົງ​ການ​ແລ່ນ​ແລະ​ລານ​ຈີນ​ຕົກ​ລົງ​ທົດ​ລອງໃນ​ດ້ານນີ້. ​ໃນ​ຖານເປັນນັກ​ກິລາ​ໄປ​ຮຽນ​ຢູ່​ຕ່າງປະ​ເທດງວດ​ທຳ​ອິດ, ​ເມື່ອ​ເດືອນ​ມັງ​ກອນ​ປີ​ນີ້, ນັກ​ກິລາ​ແລ່ນ​ໄວ 4 ຄົນ​ແລະ​ຄູ​ຝຶກ 2 ຄົນ​ຂອງ​ຈີນ​ໄດ້​ໄປ​ຮຽນ​ຢູ່​ອາ​ເມ​ລິ​ກາ​ເປັນ​ເວລາ 5 ​ເດືອນ​ເຄິ່ງ.

ທ່ານ​ເຟິງຊູ້​ຢົງ ຄູ​ຝຶກ​ໃຫຍ່​ທີ​ມ​ແລ່ນ​ແລະ​ລານ​ຈີນ​ສະ​ເໜີ​ວ່າ, ການ​ໄປ​ຝຶກ​ແອບ​ຢູ່​ອາ​ເມ​ລິ​ກາ​ເທື່ອ​ນີ້ ​ແມ່ນ​ນັກ​ກິລາ​ແລ່ນ​ແລະ​ລານ​ຈີນ​ໄປ​ຝຶ​ກ​ແອບ​ຢູ່​ຕ່າງປະ​ເທດ​​ເທື່ອ​ທຳ​ອິດ, ​ໃຕ້​ການ​ຊີ້​ນຳ​ຂອງ​ຄູ​ຝຶກ​​ອາ​ເມ​ລິ​ກາ, ພວກ​ເຂົາ​ເຈົ້າຈະ​ຝຶກ​ແອບ​ນຳ​ກັນ​ກັບ​ນັກ​ກິລາ​ອາ​ເມ​ລິ​ກາ. ການ​ເລືອກ​​ເອົາລາຍການ​ແລ່ນ​ໄວມາ​ທົດ​ລອງ, ​ແມ່ນ​ຍ້ອນ​ທັດ​ສະ​ນະ ​ແລວ​ຄວາມ​ຄຶດ​ແລະ​ອຸປະກອນ​​ຝຶກ​ແອບ​ແລ່ນ​ໄວ​ຂອງ​ອາ​ເມ​ລິ​ກາມີ​ລະດັບ​ສູງ​ສຸດໃນ​ໂລກ. ​ໃນ​ແຜນ​ການ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008, ວົງ​ການ​ແລ່ນ​ແລະ​ລາ​ນຈີນ​ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ​ວ່າ, ​ໃນ​ຂະນະ​ທີ່​ຮັກສາ​ລະດັບລາຍການ​ທ່າ​ແຮງ, ຕ້ອງ​ຍົກ​ລະດັບ​ລາຍການ​ທ່າ​ອ່ອນ​ໃຫ້​ສູງ​ຂຶ້ນ. ສ່ວນ​ລາຍການ​ແລ່ນ​ໄວ​ເຊິ່ງ​ເປັນ​ລາຍການ​​ແລ່ນ​ແລະ​ລານຈີນຢູ່​ໃນທ່າ​ອ່ອນໃນ​ເວລາ​ດົນ​ນານມາ​ນີ້, ​ແມ່ນ​ເລື່ອງ​ສຳຄັນ​ທີ່​ສຸດ​ໃນ​ບາດກ້າວ​ຕໍ່​ໄປ. ທ່ານ​ເຟິງຊູ້​ຢົງ​ເວົ້າວ່າ: ​ແລວ​ຄວາມ​ຄຶດ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ຕ້ອງ​ຮັກສາ​ລະດັບຂອງ​ລາຍການ​ທ່າ​ແຮງ ຍົກ​ລະດັບຂອງລາຍ​ການ​ທ່າ​ອ່ອນ​ໃຫ້​ສູງ​ຂຶ້ນ ສືບ​ຕໍ່ກຳ​ກັບລາຍການ​ຈຸດ​ໜັກ​ໃຫ້​ດີ, ພະຍາຍາມ​ຊິງ​ໄດ້ຫຼຽນຄຳ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008; ອີກ​ດ້ານ​ໜຶ່ງ ກໍ່​ແມ່ນ​ລາຍ​ການ​ຫຼ້າຫຼັງ. ​ໃນ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ, ກິລາ​ແລ່ນ​ແລະ​ລານ​ຈີນ​ບໍ່​ພຽງ​ແຕ່​ຕ້ອງ​ຊິງ​ໄດ້​ຫຼຽນຄຳ​ແລະຫຼຽນ ອື່ນໆ​ໃຫ້​ໄດ້ຫຼາຍກວ່າ​ທຸກ​ຄັ້ງ​ທໍ່​ນັ້ນ, ພ້ອມ​ກັນນັ້ນ ຍັງ​ຕ້ອງ​ພະຍາ​ຍາມ​ໃຫ້​ມີ​ລາຍການ​ແຂ່ງຂັນ​ແລະນັກ​ກິລາຍິ່ງ​ຫຼາຍ​ຊິງ​ໄດ້​ສິດ​ເຂົ້າຮ່ວມ​ການ​ແຂ່ງຂັນ, ຢາກ​ບັນລຸ​​ເປົ້າໝາຍດັ່ງກ່າວ ການ​ຍົກ​ລະດັບ​ລາຍການຫຼ້າຫຼັງ​ເຫຼົ່ານີ້​ໃຫ້​ສູງ​ຂຶ້ນ​ແມ່ນ​ຄວາມ​ສຳ​ຄັນ. ສະນັ້ນ ລາຍການ​ແລ່ນ​ໄວ​ມີໜ້າ​ທີ່​ອັນ​ໜັກ​ໜາ​ສົມຄວນ​ໃນ​ງານ​ກິລາ​ໂອ​ລິມ​ປິກ.

​ເຖິງ​ວ່າ​ແມ່ນ​ຝຶກ​ແອບ​ນຳ​ກັນ​, ​ແຕ່​​ເງື່ອນ​ໄຂ​ຮ່າງກາຍ​ແລະ​ຄວາມ​ສາມາດບົ່ມ​ຊ້ອນ​ໃນການ​ແຂ່ງ​ຂັນລະຫວ່າງ ນັກ​ກິລາ​ຈີນກັບ​ນັກ​ກິລາ​ອາ​ເມ​ລິ​ກາ​ແລະ​ເອີ​ລົບ​ແຕກ​ຕ່າງ​ກັນຫຼາຍ, ສະນັ້ນ ທ່ານ​ເຟິງຊູ້​ຢົງ​ກ່າວ​ວ່າ, ຖ້າ​ການ​ທົດ​ລອງ​ເທື່ອ​ນີ້​ໄດ້​ຮັບ​ຜົນດີ, ທີ​ມ​ແລ່ນ​ແລະ​ລານ​ຈີນ​ຍັງ​ຈະ​ສົ່ງ​ນັກ​ກິລາຫຼາຍກວ່າ​ເກົ່າ​ໄປ​ຝຶກ​ແອບ​ຢູ່​ປະ​ເທດ​ທີ່​ລະດັບ​ກິລາ​ແລ່ນ​ແລະ​ລານ​ສູງ. ທ່ານ​ເຟິງຊູ້​ຢົງ​ເຜີຍ​ໃຫ້​ຮູ້​ວ່າ, ​ໂດຍ​ແນ​ໃສ່​ລາຍການ​ທ່າ​ອ່ອນຄື ​ແລ່ນ​ທົນ​ເພດ​ຊາຍ​​ເປັນຕົ້ນ, ພວກ​ທ່ານ​ພວມ​ພົວພັນ​ກັບ​ເກນ​ຢາ ປະ​ເທດ​ກິລາ​ແລ່ນ​ທົນ​ເກັ່ງ, ​ຈະ​ສົ່ງນັກ​ກິລາ​​ແລ່ນ​ທົນ​​ໄປ​ຝຶກ​ແອບ​ຢູ່​ປະ​ເທດດັ່ງກ່າວ.

ຕາມ​ໄດ້ຊາບ, ປະຈຸ​ບັນ, ນັກ​ກິລາ​ແລ່ນ​ໄວ 4 ຄົນ​ແລະ​ຄູ​ຝຶກ 2 ທ່ານ​ຂອງຈີນ ​ພວມຢູ່​ສູນຝຶກ​ແອບ​ຂອງ​ມະຫາວິທະຍາ​ໄລ​ໄບ​ໂລ​ທີ່​ຕັ້ງຢູ່​ລັດ​ແທັກ​ຊາສ໌, ຮັບ​ການຊີ້​ນຳ​ຈາກ​ທ່ານ​ໄມ​ໂຄ​ວ ຈອນ​ຊັນ ອະດີດ​ແຊມ​ປຽນ​ງານ​ກິລາ​ໂອ​ລິ​ມປິກ​ແລະ​ທ່ານ​ຮາດ ຄູ​ຝຶກ​ຂອງ​ທ່ານ​ເປັນ​ເວລາ 5 ​ເດືອນ​ເຄິ່ງ, ​ແລະ​ຈະເຂົ້າຮ່ວມບາງ​ງານ​ແຂ່ງຂັນ​ຂະໜາດ​ນ້ອຍທີ່​ຈັດ​ຂຶ້ນຢູ່​ອາ​ເມ​ລິ​ກາ. ປີ​ກາຍ​ນີ້, ທ່ານ​ໄມ​ໂຄ​ວ ຈອນ​ຊັນ​ແລະ​ທ່ານ​ຮາດ​ເຄີຍ​​ເດີນທາງ​ມາ​​ເຖິງປັກ​ກິ່ງ, ຈັດ​ຊຸດ​ອົບຮົມ​ແລະ​ຊີ້​ນຳ​ນັກ​ກິລາ​ແລະ​ຄູ​ຝຶກ​ແລ່ນ​​ແລະລານຈີນ​ໄລຍະ​ສັ້ນ. ​ທ່ານ​ລິວ​ເສຍ ໜຶ່ງ​ໃນຄູ​ຝຶກ​ສອງ​ທ່ານທີ່​ໄປ​ຮັບ​ການ​ຊີ້​ນຳ​ຢູ່​ອາ​ເມ​ລິ​ກາ​ເທື່ອ​ນີ້ ກໍ​ເຄີຍ​​ໄດ້ຮັບ​ຟັງການ​ສອນຂອງທ່ານ​ຮາດ​ໃນ​ປີ​ກາຍ, ທ່ານ​ເວົ້າວ່າ: ວິທີ​ຝຶກ​ແອບ​ຂອງ​ອາ​ເມ​ລິ​ກາ​ມີ​​ຈຸດ​ພິ​ເສດ​ຂອງ​ຕົນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ແລ່ນ​ໄວ, ອາ​ເມ​ລິ​ກາ​ໄດ້​​ແຊມ​ປຽນ​ໂລກ​ມາຫຼາຍປີ​ແລ້ວ, ​ແນ່ນອນ​ມັນ​ມີ​ທ່າ​ແຮງ​ຂອງ​ຕົນ​ເອງ​. ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ຄູ​ຝຶກ​ຈີນ​ກັບ​ຄູ​ຝຶກ​ອາ​ເມ​ລິ​ກາ​ແມ່ນ​​ໃນ​ດ້ານພາຫະນະ ວິທີ​ແລະ​​ເປົ້າໝາຍຝຶກ​ແອບ. ທ່ານ​ຊຸນ​ໄຫ​ຜິ​ງ ຄູ​ຝຶກ​ຂອງ​ທ້າວ​ລິວ​ສຽງ​ແມ່ນ​ແບບຢ່າງ​ສຳ​ເລັດ​ຜົນ​ຂອງ​ຄົນ​ຈີນພວກ​ຂ້າພະ​ເຈົ້າ, ທັງແມ່ນ​ແບບຢ່າງ​ທີ່​ພວກ​ຂ້າພະ​ເຈົ້າຕ້ອງ​ຮຽນ​ນຳ, ຄົນ​ຈີນ​ຍ່ອມ​ຈະ​ກ້າວ​​ຂຶ້ນສູ່​ລະດັບໂລກ​ໃນ​ລາຍ​ການ​ແລ່ນ​ໄວ.

​ໃນ 4 ຄົນ​ທີ່​ໄປ​ຝຶກ​ແອບ​ຢູ່​ອາ​ເມ​ລິ​ກາ​ເທື່ອ​ນີ້ ທ້າວ​ຢາງ​ຢ້າວ​ຈູ​ແມ່ນ​ປະຈັກຕາ​ຄົນ​ທີ່​ສຸດ, ​ໃນ​ເວລາ​ທ່ານ​ຈອນ​ຊັນ​ມາ​ຢ້ຽມຢາມ​ຈີນ​ໃນ​ປີ​ກາຍ ທ່ານ​ກໍ່​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ທ້າວ​ຢາງ​ຢ້າວ​ຈູ​ນັກ​ກິລາຊຽງ​ໄຮ້. ປະຈຸ​ບັນ ທ້າວຢາງ​ຢ້າວ​ຈູ​ຕົ້ນຕໍ​ຝຶກ​ແອບ​ແລ່ນ 200 ​ແມັດ, ​ແຕ່​ທ່ານ​ຈອນ​ຊັນ​ເຫັນວ່າ ລາວກໍ່​ມີ​ຄວາມ​ສາມາດແລ່ນ 400 ​ແມັດ, ​ແມ່ນ​ນັກ​ກິລາ​ໜຸ່ມ​ທີ່​ມີຄວາມ​ສາມາດບົ່ມ​ຊ້ອນຫຼາຍ.

ທ້າວ​ຢາງ​ຢ້າວ​ຈູ​ເວົ້າຢ່າງ​ເປີດ​ອົກ​ເປີດ​ໃຈ​ວ່າ, ​ທ່ານ​ຈອນ​ຊັນມາ​ສິດສອນ​ໃນ​ເທື່ອ​ກ່ອນນັ້ນ​ເວລາ​ສັ້ນ​ໂພດ, ດຽວ​ນີ້​ມີ​ໂອກາດ​​ໄປຮັບ​ການ​ຝຶກ​ແອບ​ຢ່າງ​​ເປັນລະບົບ ຍ່ອມ​ຈະ​ມີ​ບົດ​ບາດ​ສຳຄັນ​ຕໍ່​ການພັດທະນາ​ຂອງ​ຕົນ​ໃນ​ພາຍ​ໜ້າ. ​ເວລາຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ສິ່ງ​ທີ່​ຕ້ອງການ​ຮ່ຳຮຽນ​ແລະ​ຍົກ​ສູງ​ກ່ອນໝູ່ໃນການ​ໄປ​ຝຶກ​ແອບ​ຢູ່​ອາ​ເມ​ລິ​ກາ​ເທື່ອ​ນີ້, ທ້າວ​ຢາງ​ຢ້າວ​ຈູ​ເວົ້າວ່າ: ນັກ​ກິລາ​ແລ່ນ​​ໄວ​ຈີນ ຄື​ຂ້າພະ​ເຈົ້ານີ້, ສິ່ງ​ທີ່​ຍັງຂາດທີ່​ສຸດ​ແມ່ນ​ກຳ​ລັງ​ຮ່າງກາຍ​ໃນ​ພາກສ່ວນ​ຕ່າງໆ, ພວກ​ເຂົາ​ເຈົ້າມີ​ວິທີ​ຝຶກ​ແອບ​ກຳລັງ​ຮ່າງກາຍ​ທີ່​ດີ​ແນວ​ໃດ, ​ຂ້າພະ​ເຈົ້າ​ຕ້ອງ​ຮຽນ​​ເອົາ​, ​ເອົາ​ຈຸດ​ດີ​ຂອງ​ເຂົາ​ເຈົ້າຕາບ​ຈູ​ນຈຸດ​ອ່ອນຂອງ​ຕົນ​ເອງ. ​ເມື່ອ​ທ່ານ​ຈອນ​ຊັນ​ໄດ້​ເຫັນ​ການ​ຝຶກ​ແອບຂອງ​ຂ້າພະ​ເຈົ້າ​ແລ້ວ​ ທ່ານກ່າວ​ວ່າ, ຂ້າ​ພະ​ເຈົ້າບໍ່​ມີ​ບັນຫາ​ຫຍັງ​ໃນ​ດ້ານ​ເຕັກນິກ, ມີ​ເງື່ອນ​ໄຂອັນ​ແນ່ນອນແລ້ວ, ຕົ້ນຕໍ​ແມ່ນ​ບັນ​ຫາ​ກຳລັງ, ນີ້​ແມ່ນ​ບັນ​ຫາ​ທີ່​ຕ້ອງ​ແກ້​ໄຂ​ໃນ 6 ​ເດືອນ​ຂ້າງ​ໜ້າ.