ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-06 19:20:11    
ຈີນ​ຫວັງ​​ໃຫ້​ບັນ​ດາ​ຝ່າຍ​ພ້ອມ​ກັນ​ພະ​ຍາ​ຍາມ​ຟື້ນ​ຟູ​ການ​ເຈ​ລະ​ຈາ 6 ຝ່າຍ

cri Author: da
ຕາມ​ຂ່າວ​CRI: ​ວັນ​ທີ 6 ມີນາ ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ທ່ານ​ຫຼີຈາວ​ຊິງ ລັດຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເວົ້າ​ວ່າ, ຈີນ​ຫວັງ​​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ພ້ອມ​ກັນ ​ພະຍາ​ຍາມ ຟື້ນ​ຟູ​ການ​ເຈ​ລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ.

ທ່ານ​ຫຼີ​ຈາວ​ຊິງ​ກ່າວ​ເນັ້ນ​ວ່າ,ອາ​ເມ​ລິ​ກາ​ແລະ​ສປປ​​ເກົາ​ຫຼີ​ແມ່ນ​ປະ​ເທດ​ທີ່​ມີ​ອະ​ທິປະ​ໄຕ,​ໜ້າ​ທີ່​ຮີບ​ດ່ວນ​ທີ່​ສຸດ​ໃນ​ປະຈຸ​ບັນ​ແມ່ນ​ສອງ​ຝ່າຍ​ຕ້ອງ​ເພີ່ມ​ທະວີ​ຄວາມ​​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ເປັນ​ກ້າວໆ.

ທ່ານ​ຫຼີ​ຈາວ​ຊິງ​ຍັງ​​ເວົ້າວ່າ,​ໃນ​ຂະນະ​ທີ່​ຍຶດ​ໝັ້ນ​ແຫຼມ​ເກົາ​ຫຼີ​ປາດ​ສະ​ຈາກ​ນິວ​ເຄຼຍ ບັນ​ລຸ​ເປົ້າ​ໝາຍ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຢູ່​ແຫຼມ​ເກົາ​ຫຼີ​ນັ້ນ​ແລ້ວ,​ຈີນກໍ​ມີ​ເຈດ​ຈຳນົງ​ໃຫ້​ເອົາ​ໃຈ​ໃສ່​ແລະ​ແກ້​ໄຂ​ຄວາມ​ສົນ​ໃຈທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ຝ່າຍ​ສປປ​ເກົາຫຼີ.