|
 |
(GMT+08:00)
2005-03-04 21:07:47
|
 |
ຜູ້ຊ່ຽວຊານຈີນແລະຕ່າງປະເທດຕີລາຄາໃນລະດັບສູງຕໍ່ການປະກອບສ່ວນຂອງສະຖານີສັນຕິພາບ
cri
Author: mengmeng
3ໄຂປະຕູຕ້ອນຮັບແຂກ,ວັນທີ 13 ມີນາ ປີ 1986 ທ່ານເລ ກີຈີມູຜູ່ສັ່ງການແລະທ່ານໂຊໂລເວ ໂຢຟ ວິສະວະກອນພາກັນຂີ່ເຮືອເຫາະສະຫະພັນ ເຕ-- 15 ຂຶ້ນສູ່ອະວະກາດ,ວັນທີ 15 ໄດ້ຕໍ່ກັບສະຖານີອະວະກາດດັ່ງກ່າວຢ່າງສຳເລັດຜົນ,ແລ້ວເຂົ້າສູ່ສະຖານີອະວະກາດສັນຕິພາບຢ່າງເປັນທາງການ.
4ເຮັດວຽກຕື່ມແຖມ ວັນທີ 11 ເມສາປີ 1987 ທ່ານໂລມານມຽມໂກແລະທ່ານລາເວກິມ ນັກບິນອະວະກາດລັດເຊຍໄດ້ອອກໄປຢູ່ນອກສະຖານີ 3 ຊົ່ວໂມງ 40 ນາທີ,ຊ່ອຍຫ້ອງທົດອງຟິຊິກອະວະກາດຕໍ່ກັບສະຖານີອະວະກາດສັນຕິພາບຢ່າງສຳເລັດຜົນ.
5ໄດ້ຮັບຜົນງານດົກຫນາໃນ 15 ປີມານີ້,ນັກບິນອະວະກາດໄດ້ໃຊ້ສະຖານີອະວະກາດສັນຕິພາບເຮັດສຳເລັດແຜນການຄົ້ນຄວ້າວິທະຍາສາດ 20 ກວ່າລາຍ,ແລະດຳເນີນການທົດລອງວິທະຍາສາດລວມ 2 ພັນກວ່າລາຍຄືການລ້ຽງສັດແລະບົ່ມເພາະພືດພັນແລະເຕັກນິກຊີວະຊາດເປັນຕົ້ນ.
6; ໄດ້ສ້າງຜົນສຳເລັດອັນສະຫງ່າລາສີເລື້ອຍມາ,ເດືອນສິງຫາ ປີ 1999 ທ່ານອັຟເຈເຢຟ ນັກບິນອະວະກາດລັດເຊຍ,ໄດ້ສຳເລັດການບິນຢູ່ອະວະກາດສາມເທື່ອ ລວມ 768 ມື້ກັບ 14 ຊົ່ວໂມງ 13 ນາທີ,ໄດ້ສ້າງສະຖິຕິສູງສຸດທີ່ໃຫ້ມະນຸດຄ້າງຢູ່ເທິງອະວະກາດ,ສະຖານີອະວະກາດສັນຕິພາບໄດ້ຕໍ່ກັບເຮືອເຫາະນັບເປັນຮ້ອຍລຳ,ໄດ້ຕ້ອນຮັບນັກບິນອະວະກາດ 108 ຄົນຂອງ 12 ປະເທດ.
7; ຖືກທຳລາຍຫນັກ ຕາມສະຖິຕິ,ສະຖານີອະວະກາດສັນຕິພາບໄດ້ເກີດອຸບັດຕິເຫດເກືອບ 2 ພັນເທື່ອ,ຄືຫ້ອງອັດແຈບອາຍຮົ່ວ ທໍ່ແຕກ ຕິດຕໍ່ກັບຫນ້າດິນບໍ່ໄດ້ແລະອື່ນໆ,ໃນນັ້ນ,ມີ 100 ບ່ອນໃຊ້ການບໍ່ໄດ້.
8; ຊະຕາກຳບໍ່ດີ,ຍ້ອນສະຖານີອະວະກາດສັນຕິພາບບໍ່ໄດ້ສ້ອມແປງມາຕັ້ງຫຼາຍປີແລະທຶນບໍ່ພຽງພໍ,ໃນທີ່ສຸດມາຮອດເດືອນທັນວາປີ 2 ພັນ ລັດເຊຍຈິ່ງຕົກລົງໃຫ້ສະຖານີອະວະກາດສັນຕິພາບຫຼົ່ນລົງສູ່ມະຫາສະຫມຸດ;
9 ອັດປະຕູແລະສົ່ງແຂກ ວັນທີ 27 ມັງກອນປີ 2001 ເຮືອເຫາະກ້າວຫນ້າ ແອມ 1—5 ຂອງລັດເຊຍໄດ້ຕໍ່ກັບສະຖານີອະວະກາດສັນຕິພາບຢ່າງສຳເລັດຜົນ.ໄດ້ສົ່ງວັດຖຸເຊື້ອໄຟເພື່ອຮັບປະກັນໃຫ້ມັນຫຼົ່ນລົງຢ່າງປອດໄພ,
10 ສະຖານີດັ່ງກ່າວຈິ່ງໄດ້ເຂົ້າສູ່ການນັບເວລາຄືນຫລັງເພື່ອຫົ່ຼນລົງ.
11 ເຊື້ອຫມາກຕ້ອນບໍ່ຫ່ອນຫຼົ່ນໄກກົກ,ວັນທີ 23 ມີນາປີ 2001 ສະຖານີອະວະກາດສັນຕິພາບໄດ້ຫຼົ່ນລົງສູ່ເຂດທະເລທີ່ຫມາຍໄວ້ຢູ່ມະຫາສະຫມຸດຢ່າງສຳເລັດຜົນ,ໄດ້ຫມາຍຈຸດຈ້ຳຈົບໃຫ້ແກ່ສະຖານີດັ່ງກ່າວຢ່າງເຕັມເມັດເຕັມຫນ່ວຍ. 1 2
|
|
|