ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-03 20:32:02    
ຈີນ​ສ.​ເກົາຫລີ​ຮຽກຮ້ອງ​ໃຫ້​ຈັດການ​ເຈລະຈາ 6 ຝ່າຍ​ຄືນ​ໃຫມ່​ໂດຍ​ໄວ

cri
ຕາມ​ຂ່າວCRI: ວັນ​ທີ 3 ມີນາ,ຢູ່​ເຊ​ອຸ່ນ,ທ່ານ​ອູ​ຕາ​ເວີຍ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ໄດ້​ແຍກ​ອອກ​ພົບ​ປະ​ເຈົ້າຫນ້າ​ທີ່​ສ.​ເກົາຫລີ​ແລະ​ທ່ານ​ຮີ​ວ ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ສ.​ເກົາຫລີ ຫົວຫນ້າ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ​ທີ່​ເຂົ້າຮ່ວມ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫລມ​ເກົາຫລີ.ຈີນ ສ.​ເກົາຫລີ​ແລະ​ອາ​ເມ​ລິ​ກາ​ທັງ​ສາມ​ຝ່າຍ​ເປັນ​ເອກະສັນ​ກັນ​ກ່າວ​ວ່າ,ຫວັງ​ຈັດການ​ເຈລະຈາ 6 ຝ່າຍ​ຄືນ​ໃຫມ່​ໂດຍ​​ໄວ.

ຈີນ​ສ.​ເກົາຫລີ​​ເຫັນ​ວ່າ,ການ​ຈັດການ​ເຈລະຈາ 6 ຝ່າຍ​ຮອບ​ໃຫ​ມ່​ໂດຍ​ໄວ​ນັ້ນ​ແມ່ນ​ສຳຄັນ​ທີ່​ສຸດ.ກາ​ນ​ເຈລະຈາ 6 ຝ່າຍ​ຄວນ​ປຶກສາ​ຫາລື​ກັນ​ຢ່າງ​ຕັ້ງຫນ້າ​ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ​ທັງ​ຫມົດ​ຂອງ​ທຸກ​ຝ່າຍ;ສ່ວນ​ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ​ສົນທະນາ​ກັນ​ສອງຕໍ່​ສອງ​ພາຍ​​ໃນ​ຂອບ​ການ​ເຈລະຈາ 6 ຝ່າຍນັ້ນ​ແມ່ນ​ສຳຄັນ​ທີ່​ສຸດ,ຄວນ​ດຳ​ເນີນ​ຕໍ່​ໄປ.

ສອງ​ຝ່າຍ​ຈີນ​ອາ​ເມ​ລິ​ກາ​ເຫັນ​ວ່າ,ການ​ເຈລະຈາ 6 ຝ່າຍ​ແມ່ນ​ຊ່ອງ​ທາງ​ທີ່​ບັງ​ເກີດ​ຜົນ​​ໃນການ​ບັນລຸ​​ໃຫ້ແຫລມ​ເກົາຫລີປອດ​ນີວ​ເຄຼຍ,ສອງ​ຝ່າຍ​ຫວັງ​ຈັດການ​ເຈລະຈາ​ 6 ຝ່າຍຄືນ​ໃຫມ່​ໂດຍ​ໄວ.