ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-02 19:41:04    
ກອງ​ປະຊຸມ​ຮ່ວມ​ມື​ພາກ​ພື້ນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ເທິງ​ທະ​ເລ​​ຂອງ​ເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 2 ມີນາ, ກອງ​ປະຊຸມຮ່ວມ​ມື​ພາກ​ພື້ນ​ກ່ຽວ​ກັບຄວາມ​ປອດ​ໄພ​ເທິງ​ທະ​ເລ​ຂອງ​ເວທີ​ປາ​ໄສ​ພາກພື້ນ​ອາຊ​ຽນ​ໄດ້​ຈັດ​ຂຶ້ນຢູ່​ສິງກະ​ໂປ, ກອງ​ປະຊຸມ​ຈະ​ດຳ​ເນີນ​ເປັນ​ເວ​ລາ 2 ມື້​ເຄິ່ງ, ຜູ່​ແທນ 170 ຄົນ​ທີ່​ມາ​ຈາກ​ປະ​ເທດ​ສະມາຊິກ​ເວທີ​ປາ​ໄສ​ແລະ​ອົງການ​ຈັດຕັ້ງສາກົນ​ທີ່​ກ່ຽວຂ້ອງ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ.

ທ່ານ​​ເຕຍຈີ​ຮຽນ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສິງກະ​ໂປ​ໄດ້​ກ່າວ​ຄຳປ​າ​ໄສ​ໃນ​ພິ​ທີ​ໄຂ​ກອງ​ປະຊຸມ. ທ່ານ​ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຊາດ, ຮັບ​ມື​ກັບ​ການ​ຂົ່ມຂູ່​ຕໍ່​ຄວາມ​ປອດ​ໄພ​ເທິງ​ທ​ະ​ເລ. ທ່ານ​​ເຕຍຈີ​ຮຽນ​ຍັງ​ສະ​ເໜີ​​ໃຫ້​ເວທີ​ປາ​ໄສ​ພາກ​ພື້ນ​ອາຊ​ຽນ​ເລື່ອນ​ການ​ສົນທະນາ​ຄວາມ​ປອດ​ໄພ​ເທິງ​ທະ​ເລ​ໃນ​ປະຈຸ​ບັນ​ຂຶ້ນ​ເປັນ​ການ​ຊ້ອນ​ລົບ​ຕ້ານ​ການ​ກໍ່​ການ​ຮ້າຍ​ຢູ່​ເທິງ​ທະ​ເລ​​ໃນ​​ພາກພື້ນ, ​ເພື່ອ​​ເພີ່ມ​ຄວາມ​ສາມາດ​ໂຈມ​ຕີ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ແລະ​ການ​ຂົ່ມຂູ່​ອື່ນໆ.