ຂ່າວສານຊິນຮວາລາຍງານວ່າ: ຕາມຜົນການກວດພະຍາດທີ່ສະຖາບັນຄົ້ນຄວ້າສາທາລະນະສຸກແລະພະຍາດລະບາດຫວຽດນາມປະກາດໃນວັນທີ 1 ມີນາ, ໃນການກວດເຊື້ອໄວລັດພະຍາດໄຂ້ຫວັດສັດປີກປະເພດ H5N1, ໃຫ້ແມ່ຍິງຜູ່ໜຶ່ງຢູ່ຮາໂນຍ ນະຄອນຫຼວງຫວຽດນາມ, ຜົນການກວດປະກົດເປັນໝາຍບວກ, ເຮັດໃຫ້ຜູ່ຖືກບົ່ງມະຕິເປັນພະຍາດໄຂ້ຫວັດສັດປີກຂອງຫວຽດ ນາມແຕ່ຕົ້ນປີມານີ້ ເພີ່ມຂຶ້ນຮອດ 21 ຄົນ.
ຕາມຂ່າວແຈ້ງວ່າ, ແມ່ຍິງເຮັດອະນາໄມທີ່ອາຍຸ 35 ປີຜູ່ນີ້ໄດ້ເຂົ້າອອກຕະຫຼາດຂາຍສັດປີກເລື້ອຍໆ.
|