|
 |
(GMT+08:00)
2005-03-01 20:46:00
|
 |
ທ່ານຫວາງເຈຍຢຸຍພົບປະແຂກຟີລິບປິນ
cri
Author: mengmeng
ຕາມຂ່າວສານຊິນຮວາ, ຕອນເຊົ້າວັນທີ1ມີນາ, ຢູ່ທີ່ປັກກິ່ງ, ທ່ານຫວາງເຈຍຢຸຍ ຫົວໜ້າຄະນະພົວພັນກັບຕ່າງປະເທດຂອງສູນກາງພັກກອມມູນິດຈີນໄດ້ພົບປະທ່ານອານເບໂວ ໂລມູໂລ ລັດຖະມົນຕີການຕ່າງປະເທດຟີລິບປິນ. ທ່ານຫວາງເຈຍຢຸຍກ່າວວ່າ, ໃນຫຼາຍປີມານີ້, ການພົວພັນລະຫວ່າງຈີນກັບຟີລິບປິນໄດ້ຂະຫຍາຍຕົວຢ່າງວ່ອງໄວ. ປີນີ້ແມ່ນຈີນຟີລິບປິນສ້າງສາຍສຳພັນທາງການທູດຄົບຮອບ30ປີ, ແມ່ນໂອກາດສຳຄັນໃນການຊຸກຍູ້ໃຫ້ການພົວພັນໄມຕີຈິດຖານບ້ານໃກ້ເຮືອນຄຽງຂະຫຍາຍຕົວລົງສູ່ລ່ວງເລິກ. ພັກກອມມູນິດຈີນຫວັງໃຫ້ເພີ່ມການແລກປ່ຽນດ້ວຍໄມຕີຈິດກັບບັນດາພັກການເມືອງແລະນັກການເມືອງຂອງຟີລິບປິນຕື່ມອີກ, ຊຸກຍູ້ການພົວພັນລະຫວ່າງຈີນກັບຟີລິບປິນໃຫ້ຂະຫຍາຍໄປໜ້າຕື່ມອີກ.
ທ່ານໂລມູໂລກ່າວວ່າ, ປະຈຸບັນ, ການພົວພັນລະຫວ່າງຈີນຟີລິບປິນແລະການພົວພັນພັກຟີລິບປິນແລະຈີນຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ, ປະທານາທິບໍດີອາໂລໂຍເຂົ້າຮ່ວມກອງປະຊຸມສາກົນພັກການເມືອງອາຊີຄັ້ງທີສາມແມ່ນການຢັ້ງຢືນທີ່ແຂງແຮງ, ຝ່າຍຟີລິບປິນຍິນດີຖືໂອກາດສອງປະເທດສ້າງສາຍສຳພັນທາງການທູດຄົບຮອບ30ປີ, ພ້ອມກັນກັບຝ່າຍຈີນທຳຄວາມພະຍາຍາມ, ຊຸກຍູ້ການພົວພັນລະຫວ່າງສອງປະເທດຂະຫຍາຍຕົວລົງສູ່ລ່ວງເລິກ.
|
|
|