|
 |
(GMT+08:00)
2005-03-01 16:21:47
|
 |
ເພງພື້ມເມືອງແຂວງຫູໜານຂອງຈີນ(ສຽງ)
cri
Author: huachunmei
ຢ່ຕາມູເຂດຫູໜານຈີນ, ມີງິ້ວທ້ອງຖີ່ນຫຼາຍຢ່າງ, ງິ້ວເຫຼົ່ານີ້ກັບເພງພື້ນເມືອງເຊື່ອມໂຍງເຂົ້າກັນ. ເຊັ່ນເພງ ຊື້ຈີ້ຮວາເອີຄ່າຍ ດອກໄມ້ບານສີ່ລະດູ, ກໍ່ແມ່ນຮຽບຮຽງໃໝ່ຕາມເພງຟ້ອນຮວາເຕິ່ງຂອງພື້ນເມືອງແຂວງຫູໜານ. ເພງນີ້ບັນຍາຍການປ່ຽນແປງຂອງ 4 ລະດູ, ສັນລະເສີນຄວາມງາມຂອງດອກຄາຍ ດອກບົວ ດອກເບັນຈະມາດແລະດອກເໝີຍ.
ທຳນອງເພງພື້ນເມືອງແຂວງຫູໜານແມ່ນອຸດົມສົມບູນຄືກັບເພງຊາວພູດອຍ, ເຕັມໄປດ້ວຍກິ່ນອາຍຖິ່ນຖານບ້ານນາ, ຍັງມີທຳນອງເພງຟ້ອນພື້ນເມືອງອັນມ່ວນຊື່ນ, ແລະເພງພື້ນເມືອງຮີດຄອງປະເພນີທີ່ສະຫຼອງບຸນ ງານແຕ່ງດອງເປັນຕົ້ນ. ຕໍ່ໄປ, ເຊີນຟັງເພງພື້ນເມືອງ" ທົງສຽນເກີ່" "ເພງເງິນຄຳ". ເພງນີ້ໃຊ້ພາສາທີ່ເຂົ້າໃຈງ່າຍໆມາເວົ້າສຽດສີພວກຄົນຮັ່ງທີ່ມີຈິດໃຈອ່ວຍຮ້າຍທີ່ເຫັນໜ້າດຳເຫັນຄຳໜ້າເສົ້າ.
ທ່ານຜູ່ຟັງທີ່ຮັກແພງ, ເມື່ອກີ້ນີ້, ພວກເຮົາໄດ້ຟັງເພງຊາວພູດອຍແລະທຳນອງເພງພື້ນເມືອງຫູໜານແລ້ວ. ນອກຈາກນີ້, ເພງເຊີ້ງອອກແຮງງານຂອງແຂວງຫູໜານກໍມີສິສັນພິເສດທີ່ສຸດ, ການອອກແຮງງານຕ່າງກັນໄດ້ມີທຳນອງເຊີ້ງທີ່ມີເອກະລັກຕ່າງກັນ, ເຊັ່ນ, ດຳນາ ກ່ຽວເຂົ້າແລະທຳນອງເຊິ້ງຂອງຊາວເຮືອເປັນຕົ້ນ. ດົນຕີເຊີ້ງອອກແຮງງານແຕ່ລະຊະນິດລ້ວນແລ້ວແຕ່ພົວພັນກັບຈຸດພະເສດຂອງການອອກແຮງງານຊະນິດນັ້ນ. ໃນທຳນອງເຊີ້ງອອກແຮງງານເຫຼົ່ານີ້, ເຊີ້ງຊາວເຮືອຂອງຫູໜານມີສິສັນພິເສດກວ່າໝູ່.
ທ່ານຜູ່ຟັງ, ທີ່ທ່ານພວມຟັງຢູ່ນີ້ແມ່ນເພງເຊີ້ງຂອງຊາວເຮຶອລີສຸ້ຍ. ເພງນີ້ໄດ້ວາດພາບການເດີນເຮືອຂອງລູກເຮືອທັງຫຼາຍໃນຍາມລາບລື້ນປາສະຈາກລົມຟອງ, ຮອດຍາມປະສົບລົມພາຍຸແລະແກ້ງຕາດ, ໃນທີ່ສຸດ, ລູກເຮືອທັງຫຼາຍເປັນຈິດໜຶ່ງໃຈດດຽວກັນ, ເອົາຊະນະແກ້ງຄອນ, ເດີນເຮືອຕໍ່ໄປ. ເພງນີ້ອົງອາດ ມີກຳລັງແລະກະຕືລືລົ້ນ, ໄດ້ສະແດງເຖິງນ້ຳໃຈອັນໝັ້ນໜຽດທົນທານຂອງຄົນທີ່ຕໍ່ສູ້ກັບທຳມະຊາດຢ່າງເຕັມທີ່.
ທ່ານຜູ່ຟັງທີ່ໂຄລົບ, ໃນລາຍການພາກນີ້, ພວກເຮົາໄດ້ສະເໜີເພງພື້ນເມືອງແຂວງຫູໜານຈີນ. ລາຍການນັດພົບໃນວັນອາທິດພາກນີ້ຂໍຈົບລົງພຽງທໍ່ນີ້, ຂອບໃຈທີ່ທ່ານຮັບຟັງ, ພົບກັນໃໝ່ໃນວັນອາທິດໜ້າ, ສະບາຍດີ! 1 2
|
|
|