
ທ່ານຜູ່ຟັງທີ່ໂຄລົບ, ແຕ່ງານກິລາໂອລິມປິກລອສແອນເຈີລິສທີ່ຈັດຂຶ້ນເມື່ອປີ 1984 ເປັນຕົ້ນມາ, ຜົນງານຂອງນັກກິລາຈີນໃນງານກິລາໂອລິມປິກທຸກຄັ້ງໄດ້ຍົກສູງຂຶ້ນຢ່າງໝັ້ນທ່ຽງ, ໂດຍສະເພາະແມ່ນໃນງານກິລາໂອລິມປິກອາແຕນປີ 2004, ນັກກິລາຈີນຊິງໄດ້ຫຼຽນຄຳ 32 ຫຼຽນ, ເປັນທີສອງໃນຕາລາງຫຼຽນຄຳ. ງານກິລາໂອລິມປິກປີ 2008 ຈະຈັດຂຶ້ນຢູ່ທີ່ປັກກິ່ງ, ໃນຖານະເປັນປະເທດເຈົ້າພາບ, ວົງການກິລາຈີນຫວັງຢາກມີການບຸກທະລຸໃຫຍ່ກວ່າເກົ່າ. ສະນັ້ນ, ເຖິງວ່າຍັງອີກ 3 ປີຈຶ່ງຈະເຖິງປີ 2008 ກໍ່ຕາມ, ແຕ່ຈີນໄດ້ວາງແຜນການອັນລະອຽດຂອງລາຍການແຂ່ງຂັນປະເພດຕ່າງໆໂດຍແນໃສ່ງານກິລາໂອລິມປິກປີ 2008. ໃນລາຍການໂລກກິລາພາກນີ້, ເຊີນຟັງບົດແຈ້ງຂ່າວປະກອບສຽງທີ່ພາດຫົວເລື່ອງວ່າ: ວົງການກິລາຈີນອອກແຮງສຸດຂີດກຽມສູ້ຊົນໃນງານກິລາໂອລິມປິກປັກກິ່ງປີ 2008.
ໃນຫຼຽນຄຳ 32 ຫຼຽນທີ່ນັກກິລາຈີນຊິງໄດ້ໃນງານກິລາໂອລິມປິກອາແຕນ, ຫຼຽນຄຳສຳຄັນທີ່ສຸດແມ່ນຫຼຽນຄຳແລ່ນຂ້າມຮົ້ວ 110 ແມັດເພດຊາຍ. ທ້າວລິວສຽງບໍ່ພຽງແຕ່ເປັນຄົນຜິວເຫຼືອງຜູ່ທຳອິດທີ່ຊິງໄດ້ແຊມປຽນຂອງງານກິລາໂອລິມປິກໃນການແຂ່ງຂັນແລ່ນໄວໃນປະຫວັດມະນຸດທໍ່ນັ້ນ, ຫາກຍັງໄດ້ຜົນງານເທົ່າທຽມກັບສະຖິຕິໂລກຂອງການແຂ່ງຂັນດັ່ງກ່າວດ້ວຍເວລາ 12 ວິນາທີ 91 ອີກດ້ວຍ.
ເພື່ອກຽມສູ້ຊົນໃນງານກິລາໂອລິມປິກປີ 2008, ຫວ່າງມໍ່ໆນີ້ ສະມາຄົມແລ່ນແລະລານຈີນໄດ້ວາງ "ແຜນຄົນບິນໃໝ່". ຕາມແຜນການນີ້, ສະມາຄົມແລ່ນແລະລານຈີນຈະອອກທຶນກ້ອນໃຫຍ່ສົ່ງນັກກິລາແລ່ນແລະລານ 4 ຄົນໄປຝຶກແອບຢູ່ອາເມລິກາເປັນເວລາ 6 ເດືອນ, ແລະຮັບການຊີ້ນຳຕະຫຼອດໄລຍະຝຶກແອບຈາກທ່ານໄມໂຄວ ຈອນຊັນ ອະດີດແຊມປຽນໂລກຂອງລາຍການແລ່ນໄວແລະທ່ານຮາດ ຄູຝຶກຂອງທ່ານ, ພະຍາຍາມຫຼຸດຄວາມຜິດໂຕນກັນກັບນັກກິລາຍອດຢ້ຽມຂອງໂລກໂດຍໄວເທົ່າທີ່ຈະໄວໄດ້, ແລະຊິງໄດ້ຜົນງານດີໃນການແຂ່ງຂັນແລ່ນໄວໃນງານກິລາໂອລິມປິກປີ 2008. ທ່ານເຝິງຊູຢົງ ຄູຝຶກໃຫຍ່ທີມແລ່ນແລະລານຈີນເວົ້າວ່າ: ປີກາຍນີ້, ພາຍໃຕ້ການຊ່ອຍເຫຼືອຂອງບໍລິສັດນາຍກີ, ພວກຂ້າພະເຈົ້າໄດ້ເຊີນທ່ານໄມໂຄວ ຈອນຊັນແລະທ່ານຮາດ ຄູຝຶກຂອງທ່ານມາຈັດຊຸດອົບຮົມຢູ່ປັກກິ່ງອາທິດໜຶ່ງ, ທັງຝຶກແອບນັກກິລາຈີນ. ຜ່ານຈາກການເຄື່ອນໄຫວດັ່ງກ່າວ, ພວກຂ້າພະເຈົ້າໄດ້ເຂົ້າໃຈແລວຄວາມຄຶດຝຶກແອບຂອງທ່ານຮາດຂ້ອນຂ້າງເລິກເຊິ່ງ, ແລະໄດ້ເຂົ້າໃຈເປັນພິເສດວ່າ, ທ່ານຈອນຊັນແລະຄູຝຶກຂອງທ່ານແມ່ນຫວັງຢ່າງຈິງໃຈຢາກຊ່ອຍເຫຼືອຈີນຍົກລະດັບການແຂ່ງຂັນແລ່ນໄວໃຫ້ສູງຂຶ້ນດ້ວຍຄວາມພະຍາຍາມຂອງພວກທ່ານ.
ໃນຫຼາຍປີມານີ້, ຈີນໄດ້ຊົງຕົວຢູ່ແຖວໜ້າໃນຕາລາງຫຼຽນຄຳຂອງງານກິລາໂອລິມປິກໂດຍຕະຫຼອດ, ມູນເຫດສຳຄັນອັນໜຶ່ງກໍ່ແມ່ນຈີນມີຄວາມສາມາດນຳໜ້າໂດຍຕະຫຼອດໃນປະເພດເຂັ້ມແຂງດັ້ງເດີມ ເຊັ່ນ ການຍິງເປົ້າ ການໂດດນ້ຳ ປິງປອງແລະດອກປີກໄກ່ເປັນຕົ້ນ. ຫຼັງຈາກງານກິລາໂອລິມປິກອາແຕນ, ທີມກິລາປະເພດທ່າແຮງເຫຼົ່ານີ້ກໍ່ເລີ່ມຝຶກແອບຢ່າງວ່ອງໄວ, ກຽມສູ້ຊົນໃນງານກິລາໂອລິມປິກປັກກິ່ງດ້ວຍທ່າທີ "ເລີ່ມຈາກສູນ".
ທ້າຍປີ 2004, ຈີນໄດ້ປັບປຸງຄະນະຄູຝຶກຂອງທີມປິງປອງແລະທີມດອກປີກໄກ່ຢ່າງຂະໜາດໃຫຍ່, ຄູຝຶກໜຸ່ມຜູ່ດີເດັ່ນງວດໜຶ່ງໄດ້ຖືກຄັດເລືອກເຂົ້າໃນຄະນະຄູຝຶກ; ສ່ວນນັກກິລາຍິງເປົ້າຈີນທີ່ໄດ້ແຊມປຽນງານກິລາໂອລິມປິກກ່ອນກວ່າໝູ່ນັ້ນ ຫວ່າງມໍ່ໆນີ້ກໍ່ໄດ້ປັບປຸງຄະນະຄູຝຶກ, ຄືເຊີນທ່ານຫວັງອີ້ຟູທີ່ເຄີຍເຂົ້າຮ່ວມງານກິລາໂອລິມປິກ 6 ເທື່ອ ຊິງໄດ້ຫຼຽນຄຳສອງຫຼຽນໃນງານກິລາໂອລິມປິກມາເປັນຄູຝຶກໃຫຍ່. ທ່ານຫວັງອີ້ຟູເວົ້າວ່າ: ໜ້າທີ່ໃນງານກິລາໂອລິມປິກປີ 2008 ໜັກສົມຄວນ, ວຽກງານນີ້ຈຳເປັນຕ້ອງການມີຄົນໄປເຮັດ, ຂ້າພະເຈົ້າໄປເຮັດວຽກນີ້ແມ່ນເໝາະສົມຢູ່, ເພາະວ່າຂ້າພະເຈົ້າໄດ້ເຂົ້າຮ່ວມງານກິລາໂອລິມປິກ 6 ຄັ້ງ ງານເອຊຽນເກມ 6 ຄັ້ງ ງານກິລາທົ່ວປະເທດຈີນ 6 ຄັ້ງ, ບົດຮຽນອັນລ້ຳຄ່າເຫຼົ່ານີ້ຄວນສອນໃຫ້ນັກກິລາຮຸ້ນຫຼັງ, ເຮັດໃຫ້ພວກເຂົາເຈົ້າເຕີບໂຕຂຶ້ນຢ່າງວ່ອງໄວ.
ມີໄດ້ກໍ່ຈະມີເສຍ, ທີມກາຍຍະກຳຈີນທີ່ຊິງໄດ້ແຊມປຽນໂລກຫຼາຍເທື່ອໄດ້ເສຍໄຊຢ່າງສາຫັດໃນງານກິລາໂອລິມປິກອາແຕນ, ການແຂ່ງຂັນໝູ່ຄະນະເພດຊາຍເປັນພຽງແຕ່ທີ 5, ໝູ່ຄະນະເພດຍິງເປັນພຽງແຕ່ທີ 7. ຫຼັງງານກິລາໂອລິມປິກອາແຕນແລ້ວ, ທີມກາຍຍະກຳຈີນໄດ້ປະຕິບັດແຜນການປະຕິຮູບຢ່າງເປັນລະບົບ, ແລະໄດ້ເລີ່ມຝຶກແອບຮອບໃໝ່ແຕ່ເດືອນພະຈິກປີກາຍ. ໃນກາງເດືອນມັງກອນ, ທີມກາຍຍະກຳຈີນໄດ້ຮຽກໄຂກອງປະຊຸມລະດົມໃຈສຳລັບງານກິລາໂອລິມປິກປັກກິ່ງ, ວຽກນີ້ໄດ້ເຮັດກ່ອນຕັ້ງ 1000 ມື້ເມື່ອທຽບກັບງານກິລາໂອລິມປິກທຸກຄັ້ງຜ່ານມາ. ທ່ານກາວຈ້ຽນ ຫົວໜ້າສູນຄຸ້ມຄອງກິລາກາຍຍະກຳຈີນຊີ້ອອກວ່າ: ໃນລາຍການທີ່ກົມໃຫຍ່ກິລາແຫ່ງຊາດຈີນເວົ້າວ່າມີທ່າແຮງນັ້ນ, ກິລາກາຍຍະກຳແມ່ນບໍ່ມີທ່າແຮງຈັກດີ້, ເມື່ອເວົ້າສຳລັບງານແຂ່ງຂັນກາຍຍະກຳຊິງຊະນະເລີດໂລກປີ 2003 ແລ້ວ, ເຖິງວ່າທີມຈີນຊິງໄດ້ຫຼຽນຄຳ 5 ຫຼຽນກໍ່ຕາມ, ແຕ່ທຸກປະເພດກໍ່ໄດ້ຊະນະແບບຫວຸດຫວິດ, ຄວາມຫຼຸດລື່ນກັນບໍ່ຫຼາຍປານໃດ. ໃນການແຂ່ງຂັນໃນງານກິລາໂອລິມປິກອາແຕນ, ໄດ້ເຜີຍໃຫ້ເຫັນຈຸດອ່ອນຂອງພວກຂ້າພະເຈົ້າຫຼາຍສົມຄວນ, ສະນັ້ນ ພວກຂ້າພະເຈົ້າຕ້ອງເອົາໃຈໃສ່ນຳສະພາບຕົວຈິງ, ແລ້ວສູ້ຊົນຕໍ່ໄປຢ່າງກ້າຫານ.
ຊອບຟ໌ບອນ ບານເບສ໌ບອນແລະບານຮອກກີຢູ່ປະເທດເອີລົບແລະອາເມລິກາມີຜູ່ນິຍົມຫຼາຍສົມຄວນ, ແຕ່ຢູ່ຈີນພັດແມ່ນຫາກໍ່ເລີ່ມບາດກ້າວ. ເພື່ອເຊື່ອມຕໍ່ກັບໂລກໂດຍໄວເທົ່າທີ່ຈະໄວໄດ້, ມີການບຸກທະລຸໃນງານກິລາໂອລິມປິກປັກກິ່ງ, ພວກເຂົາເຈົ້າລ້ວນແຕ່ຈ້າງຄູຝຶກຕ່າງປະເທດ. ທີມບານຮອກກີເພດຍິງ ທີມບານມືເພດຊາຍແລະທີມບານເບສ໌ ບອນເພດຊາຍຂອງຈີນລ້ວນແຕ່ຈ້າງຄູຝຶກສ.ເກົາຫຼີ. ແຕ່ກ່ອນ ທີມຍິງທະນູຈີນໄດ້ຈ້າງຄູຝຶກສ.ເກົາຫຼີໂດຍຕະຫຼອດ, ຫວ່າງມໍ່ໆນີ້ພັດຕົກລົງໃຊ້ຄູຝຶກຈີນມາຝຶກແອບນັກກິລາຈີນ, ຊິງຫຼຽນຄຳຂອງງານກິລາໂອລິມປິກປີ 2008. ທ່ານຫວັງຈຽນຊິນ ຄູຝຶກທີມຍິງທະນູຈີນເວົ້າວ່າ: ຄູຝຶກຈີນຍິ່ງເຂົ້າໃຈສະພາບຂອງຕົນເອງ, ພວກຂ້າພະເຈົ້າຈະນຳໃຊ້ວິທີກ້າວໜ້າກວ່າໝູ່ໃນໂລກ, ພວກຂ້າພະເຈົ້າຍ່ອມຈະເອົາຊະນະສ.ເກົາຫຼີ ເຊິ່ງເປັນຄູ່ແຂ່ງຂັນເກົ່າໃນງານກິລາໂອລິມປິກປັກກິ່ງ, ແລ້ວຊິງເອົາຫຼຽນຄຳ.
ບານເຕະຖືກຖືເປັນກິລາອັນດັບໜຶ່ງໃນໂລກ, ກໍ່ແມ່ນກິລາທີ່ລະດັບຫັນເປັນຕະຫຼາດສູງກວ່າໝູ່ແລະໄດ້ຮັບຄວາມນິຍົມທີ່ສຸດຈາກມວນຊົນຈີນ. ແຕ່ໜ້າເສຍໃຈ, ໃນໄລຍະດົນນານມານີ້, ບານເຕະຈີນພັດຢູ່ໃນລະດັບຕ່ຳໂດຍຕະຫຼອດ, ທີມບານເຕະໂອລິມປິກເພດຊາຍຈີນບໍ່ໄດ້ເຂົ້າຮອບຊິງຊະນະເລີດຂອງງານກິລາໂອລິມປິກມາເປັນເວລາເກືອບ 20 ປີແລ້ວ. ປີ 2008, ໂດຍການເປັນປະເທດເຈົ້າພາບ, ທີມບານເຕະເພດຊາຍຈີນໄດ້ມີໂອກາດເຂົ້າຮ່ວມງານກິລາໂອລິມປິກອີກ, ສະມາຄົມບານເຕະຈີນກໍ່ຖືການບຸກເຂົ້າຮອບ 8 ທີມໃນງານກິລາໂອລິມປິກປັກກິ່ງເປັນເປົ້າໝາຍສູ້ຊົນໃນບໍ່ເທົ່າໃດປີຂ້າງໜ້າ.
ດຽວນີ້, ຫ່າງຈາກວັນຈັດງານກິລາໂອລິມປິກປັກກິ່ງຄືວັນທີ 8 ສິງຫາປີ 2008 ຍັງບໍ່ຮອດ 1300 ມື້ແລ້ວ, ຄຽງຄູ່ກັບບັນດາທີມກິລາຈີນທີ່ຈະເຂົ້າຮ່ວມງານກິລາໂອລິມປິກໄດ້ທະຍອຍກັນເຕົ້າໂຮມກັນຝຶກແອບ, ວຽກງານກະກຽມຂອງຄະນະນັກກິລາຈີນສຳລັບງານກິລາໂອລິມປິກປີ 2008 ໄດ້ເລີ່ມຕົ້ນຮອບດ້ານແລ້ວ.
|