ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-28 16:57:47    
ອົງການ​ພັດທະນາ​ພະລັງ​ງານ​ແຫຼມ​ເກົາ​ຫຼີ​ກ່າວ​ວ່າ​ຍິນ​ດີ​ໃຊ້​ຄ່າ​ທົດ​ແທນ​ດ້ານ​ພະ​ລັງ​ງານ​ແກ່​ຝ່າຍ​ສ.ປ.ປ.​ເກົາ​ຫຼີ​ຢ່າງ​ມີ​ເງື່ອນ​ໄຂ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 28 ກຸມພາ, ຂ່າວສານ​ໂຢນຮັບ​ສ.​ເກົາຫຼີລາຍ​ງານ​ວ່າ, ຫວ່າງ​ມໍ່ໆ​ນີ້ ອົງ​ການ​ພັດ​ທະນາ​ພະລັງງານ​ແຫຼມ​ເກົາຫຼີ​ໄດ້ກ່າວ​ຕໍ່ສ.ປ.ປ.​ເກົາຫຼີວ່າ, ຖ້າ​ການ​ເຈລະຈາ 6 ຝ່າຍ​ມີ​ຄວາມ​ຄືບ​ໜ້າ, ອົງການ​ດັ່ງກ່າວ​ຍິນ​ດີ​​ໃຊ້​ມາດ​ຕະການ​ຢ່າງ​ທັນ​ການ​ແລະ​ຮອບດ້ານ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຝ່າຍ​ສ.ປ.ປ.​ເກົາຫຼີ.

ຂ່າວ​ແຈ້ງວ່າ, ຫວ່າງ​ມໍ່ໆ​ນີ້ ຜູ່​ແທນ​ສ.​ເກົາຫຼີປະຈຳອົງການ​ພັດທະນາ​ພະລັງງານ​ແຫຼມ​ເກົາຫຼີ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ເຜີຍ​ໃຫ້​ຮູ້​ວ່າ, ​ແຕ່​ວັນ​ທີ 19 ຮອດ​ວັນ​ທີ 22 ກຸມ​ພາ​ນີ້, ອົງການ​ພັດທະນາ​ພະລັງງານ​ແຫຼມ​ເກົາຫຼີ​ໄດ້ພົບ​ປະ​ກັບ​ເຈົ້າໜ້າ​ທີ່​ສ.ປ.ປ.​ເກົາຫຼີ​ແລະ​ກ່າວ​ວ່າ, ຖ້າ​ສ.ປ.ປ.​ເກົາຫຼີ​ເຂົ້າຮ່ວມ​ການ​ເຈລະຈາ 6 ຝ່າຍ​ຄືນ​ໃໝ່, ​ແລະ​ອະ​ນຸ​ຍາດ​ໃຫ້​ຜູ່​ກວດກາ​ນິວ​ເຄຼຍສາກົນ​ກັບ​ຄືນ​ສູ່​ສ.ປ.ປ.​ເກົາຫຼີ​ແລ້ວ, ອົງການ​ດັ່ງກ່າວ​ຈະ​ພິ​ຈາ​ລະ​ນາ​ຟື້ນ​ຟູ​ການ​ຊ່ອຍ​ເຫຼືອນ້ຳ​ມັນທາດ​ໜັກ​ໃຫ້​ສ.ປ.ປ.​ເກົາຫຼີ.