ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-25 11:22:32    
ສະ​ບາຍ​ດີ​ປີ​ໃໝ່(ສຽງ)

cri Author: huachunmei

ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ, ​ຢູ່​ແຂວງ​ຊານ​ຊີ​ຈີນ​ກໍ່​ມີ​ເພງ​ອວຍ​ພອນ​ປີ​ໃໝ່​​ເຜີຍ​ແຜ່​ກັນ​ຮ້ອງ, ​ມີ​ສີ​ສັນ​ທ້ອງ​ຖີ່ນ​ດີ​ເດັ່ນ​ທີ່​ສຸດ, ​ເຊີນ​ຟັງ​ເລີ​ຍ.

ຢູ່​ແຫ່ງ​ຕ່າງ​ໆ​ຂອງ​ຈີນ, ​ໃນ​ຍາມ​ບຸນ​ກຸດ​ຈີນ​ຈະ​ຕ້ອງ​ຈັດ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ສະ​ຫຼອງ​ຫຼາຍ​ຢ່າງ​ຕາມ​ປະ​ເພ​ນີ, ​ຄື, ​ເຊີດ​ສິງ​ໂຕ ​ແຫ່​ໂຄມ​ມັງ​ກອນ ຫຼິ້ນ​ໄມ້​ໂຖກ​ເຖກ​ແລະ​ຟ້ອນ​ພາຍ​ເຮືອ​ໂຄກ​​ເປັນ​ຕົ້ນ. ​ໃນ​ນັ້ນ, ​ການ​ພາຍ​ເຮືອ​ໂຄກ​ກໍ່​ມ່ວນ​ດີ, ​ຜູ່​ສະ​ແດງ​ຢືນ​ຢູ່​ໃນ​ເຮືອ​ໂຄກ​ທີ່​ເຮັດ​ດ້ວຍ​ໄມ້​ໄຜ່​ຫຼື​ກ້ານ​ຕົ້ນ​ສາ​ລີ,​ ທັງ​ຮ້ອງ​ເພງ​ທັງ​ຟ້ອນ​ໄປ​ນຳ, ​ເປັນ​ໜ້າ​ຊົມ​ທີ່​ສຸດ.​ ຕໍ່​ໄປ, ​ເຊີນ​ຟັງ​ເພງ ຜາວ​ຮ້ານ​ສວນ ​ແປ​ວ່າ ພາຍ​ເຮືອ​ໂຄກ ​ເຊິ່ງ​ແຜ່​ຜາຍ​ຢູ່​ຕາມ​ເຂດ​ພາກ​ເໜືອ​ແຂວງ​ສ້ານ​ຊີ່​ຈີນ.

ມື້​ທີ 15 ​ໃນ​ຍາມ​ບຸນ​ກຸດ​ຈີນ, ຄື, ​ເດືອນ​ຈຽງ​ 15 ຄ່ຳ​ຈັນ​ທະ​ຄະ​ຕິ​ຈີນ, ​ແມ່ນ​ບຸນ​ຢວນ​ຊຽວ ບຸນ​​ປະ​ເພ​ນີ​ຂອງ​ຈີນ. ​ບຸນ​ຢວນ​ຊຽວ​ແມ່ນ​ຄືນ​ທີ່​ດວງ​ຈັນ​ເຕັມ​ດວງ​ເທື່ອ​ທຳ​ອິດ​ໃນ​ປີ​ໃໝ່.​ ດວງ​ຈັນ​ເຕັມ​ດວງ​ມີ​ຄວາມ​ໝາຍ​ພິ​ເສດ​ສຳ​ລັບ​ຄົນ​ຈີນ. ​ມັນ​​ເປັນ​ສັນ​ນະ​ລັກ​ໃຫ້​ແກ່​ຄວາມ​ເຕົ້າ​ໂຮມ​ກັນ​ແລະ​​ຊີ​ວິດ​ອັນ​ສຸກ​ສຳ​ລານ​ຂອງ​ຄອບ​ຄົວ. ​ໃນ​ວັນ​ບຸນ​ຢວນ​ຊຽວ, ​ທຸກ​ໆ​ຄົນ​ຈະ​ຕ້ອງ​ກິນ​​ເຂົ້າ​ໝົດ​ຊະ​ນິດ​ໜຶ່ງ​ທີ່​ຊື່​ວ່າ ຢວນ​ຊຽວ ​ຄ້າຍ​ກັບ​ເຂົ້າ​ໜົມ​ບົວ​ລອຍ, ​ມີ​ຄວາມ​ໝາຍ​ວ່າ ​ເຕົ້າ​ໂຮມ​ສາ​ມັກ​ຄີ​ແລະ​ມີ​ຄວາມ​ສຸກ​ສະ​ບາຍ​ໃຈ​ຢ່າງ​ຫວານ​ຊື່ນ. ​ຕໍ່​ໄປ, ​ພວກ​ເຮົາ​ຈະ​ໄດ້​ສຳ​ຜັດ​ບັນ​ຍາ​ກາດ​ອັນ​ຄຶກ​ຄຶ້ນ​ແລະ​ມ່ວນ​ຊື່ນ​ໃນ​ຍາມ​ບຸນ​ຢວນ​ຊຽວ​ຈາກ​ເພງ​ພື້ນ​ເມືອງ​ແຂວງ​ຊ່ານ​ຊີ​ທີ່​ຊື່​ວ່າ ນ້າວ​ຢວນ​ຊຽວ ​ແປ​ວ່າ, ​ສະ​ຫຼອງ​ບຸນ​ຢວນ​ຊຽວ.

​ໃນ​ຕອນ​ຄ່ຳ​ບຸນ​ຢວນ​ຊຽວ, ​ພາຍ​ຫຼັງ​ກິນ​ເຂົ້າ​ໜົມ​ບົວ​ລອຍ​ແລ້ວ, ​ຄົນ​ທັງ​ຫຼາຍ​ຍັງ​ມີ​ການ​ເຄື່ອນ​ໄຫວ​ພິ​ເສດ​ຢ່າງ​ໜຶ່ງ, ​ກໍ່​ແມ່ນ​ໄປ​ຊົມ​ໂຄມ​ໄຟ. ​ໂຄມ​ໄຟ​ສີ​ຕ່າງ​ໆ​ທີ່​ງາມ​ປາ​ນີດ​ເຫຼົ່າ​ນັ້ນ​ບວກ​ກັບ​ການ​ເຄື່ອນ​ໄຫວ​ສະ​ຫຼອງ​ຕ່າງ​ໆ ຄື, ​ເຊີດ​ມັງ​ກອນ​ ເຊີດ​ສິງ​ໂຕ​ແລະ​ຫຼິ້ນ​ໄມ້​ໂຖກ​ເຖກ​ເປັນ​ຕົ້ນ, ​ໄດ້​​ເຮັດ​ໃຫ້​ການ​​ສະ​ຫຼອງ​ບຸນ​ກຸດ​ຈີນ​ກ້າວ​ຂຶ້ນ​​ເຖິງ​ກະ​ແສ​ສູງ. ​ເພງ​ພື້ນ​ເມືອງ​ພາກ​ເໜືອ​ແຂວງ​ສ້ານ​ຊີ່​ທີ່​ຊື່​ວ່າ ກວານ​ເຕິ່ງ ​ແປ​ວ່າ ຊົມ​ໂຄມ​​ໄຟ​ທີ່​ທ່ານ​ຈະ​ໄດ້​ຟັງ​ຕໍ່​ໄປ​ກໍ​ໄດ້​ວາດ​ພາບ​ໂຄມ​ໄຟ​ຫຼາຍ​ແບບ​ຫຼາຍ​ຢ່າງ, ​ແລະ​ຈິດ​ໃຈ​ມ່ວນ​ຊື່ນ​ຂອງ​ຄົນ​ທັງ​ຫຼາຍ​ໃນ​ເວ​ລາ​ຊົມ​ໂຄມ​ໄຟ​ໃນ​ຍາມ​ບຸນ​ຢວນ​ຊຽວ.

ທ່ານ​ຜູ່​ຟັງ​ທີ່​ໂຄ​ລົບ, ​ລາຍ​ການ​ນັດ​ພົບ​ໃນ​ວັນ​ອາ​ທິດ​ພາກ​ນີ້​ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້, ​ຂອບ​ໃຈ​ທີ່​ທ່ານ​ຮັບ​ຟັງ, ​ພົບ​ກັນ​ໃໝ່​ໃນ​ວັນ​ອາ​ທິດ​ໜ້າ, ​ສະ​ບາຍ​ດີ!


1  2