ເອກອັກຄະລັດຖະທູດກະຊວງການຕ່າງປະເທດຈີນທີ່ຮັບຜິດຊອບວຽກງານແຫຼມເກົາຫຼີໄດ້ນັດພົບເອກອັກຄະລັດຖະທູດລັດເຊຍ ສ.ເກົາຫຼີແລະຍີ່ປຸ່ນປະຈຳຈີນ
cri
Author: da
ຕາມຂ່າວສານຊິນຮວາ:ວັນທີ 22 ແລະວັນທີ 23 ກຸມພາ,ທ່ານນີງຝູຄວຍ ເອກອັກຄະລັດຖະທູດກະຊວງການຕ່າງປະເທດຈີນທີ່ຮັບຜິດຊອບວຽກງານແຫຼມເກົາຫຼີໄດ້ນັດພົບເອກອັກຄະລັດຖະທູດລັດເຊຍ ສ.ເກົາຫຼີແລະຍີ່ປຸ່ນປະຈຳຈີນ,ແລກປ່ຽນຄວາມເຫັນກັບພວກທ່ານກ່ຽວກັບບັນຫາແຫຼມເກົາຫຼີປາດສະຈາກນິວເຄຼຍ.
ທ່ານນີງຝູຄວຍໄດ້ບັນລະຍາຍທັດສະນະແລະຫຼັກໝັ້ນຂອງຝ່າຍຈີນທີ່ມີຕໍ່ສະຖານະການໃນສະເພາະໜ້ານີ້,ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງທຳຄວາມພະຍາຍາມຈັດການເຈລະຈາ 6 ຝ່າຍຄືນໃໝ່ໂດຍໄວແລະການເຈລະຈາມີການຄືບໜ້າທີ່ມີລັກສະນະທາດແທ້.
|
|