ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-18 18:02:16    
ທ່ານ​ລີ​ຈ້າວ​ຊິງ​​ແຍກ​ອອກ​ພົບ​ປະ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາສ.​ເກົາ​ຫລີ​ທີ່​ມາ​ຈີນ​ຫາ​ລື​ບັນ​ຫາ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫລີ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 17 ກຸມພາຢູ່​ທີ່​ປັກ​ກິ່ງ, ທ່ານ​ລີ​ຈ້າວ​ຊີງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ໄດ້​ແຍກ​ອອກ​ພົບ​ປະ​ທ່ານ​ຮີ​ນ ຫົວໜ້າ​ຄະນະ​ຜູ້​ແທນອາ​ເມ​ລິ​ກາ​ກ່ຽວ​ກັບ​ການ​ເຈລະຈາ 6 ຝ່າຍທີ່​ແຕ່ງຕັ້ງໝ່​ແລະ​ທ່ານ​ຊົງ​ມິນ​ຊູນ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ແລະ​ການ​ຄ້າ​ສ.​ເກົາຫລີ​ທີ່​ມາ​ຈີນ​ປຶກສາ​ຫາລື​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫລີ, ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກັບ​ພວກ​ທ່ານ​ກ່ຽວ​ກັບ​ສະຖານະ​ການ​ຫລ້າ​ສຸດ​ຂອງ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ.

ທ່ານ​ລີ​ຈ້າວ​ຊີງ​​ແລະ​ທ່ານ​ຮິ​ນລ້ວນ​ແຕ່​ກ່າວ​ວ່າ, ຕ້ອງ​ຍຶດໝັ້ນ​ເປົ້າໝາຍ​ໃຫ້​ແຫຼມ​ເກົາຫລີ​ປອດນິວ​ເຄຼຍ, ປົກ​ປັກ​ຮັກສາສັນຕິພາບ​ແລະ​ສະຖຽນ​ລະ​ພາບຂອງແຫຼມ​ເກົາຫລີ​, ​ແລະ​ກ່າວ​ວ່າ​ຫວັງ​ໃຫ້​ຈັດການ​ເຈລະຈາ 6 ຝ່າຍ​ຕໍ່​ໄປ.

ໃນ​ເວລາ​ພົບ​ປະ​ທ່ານ​ຊົງ​ມິນ​ຊູນ​ນັ້ນ, ສອງ​ຝ່າຍ​ລ້ວນ​ແຕ່​ກ່າວ​ວ່າ, ຍິນ​ດີ​ເພີ່ມ​ທະວີ​ການ​ປະສານ​ງານ​ແລະ​ການ​ຮ່ວມ​ມື​ກັນ, ຍຶດໝັ້ນຫລັກໝັ້ນທີ່ຜ່ານ​ການ​ສົນທະນາ​ມາ​ແກ້​ໄຂບັນຫາ​ນິວ​ເຄຼຍຂອງ​ແຫຼມ​ເກົາຫລີ​ໂດຍ​ສັນຕິ.