ຈີນຫວັງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງພ້ອມກັນທຳຄວາມພະຍາຍາມຍາດແຍ່ງຈັດການເຈລະຈາ 6 ຝ່າຍຄືນໃໝ່
cri
Author: MO
ຕາມຂ່າວCRI:ວັນທີ 17 ກຸມພາ, ໃນງານຖະແຫລງຂ່າວທີ່ຈັດຂຶ້ນຢູ່ທີ່ປັກກິ່ງ, ທ່ານຂົງສວນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຝ່າຍຈີນຫວັງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຖະໜອມໝາກຜົນທີ່ໄດ້ຮັບໃນການເຈລະຈາ 6 ຝ່າຍກ່ຽວກັບບັນຫາແຫຼມເກົາຫລີທີ່ໄດ້ຈັດຂຶ້ນ 3 ຮອບແລ້ວ, ທຳຄວາມພະຍາຍາມພ້ອມກັນເຮັດໃຫ້ການເຈລະຈາ 6 ຝ່າຍຈັດຂຶ້ນຄືນໃໝ່ໂດຍໄວເທົ່າທີ່ຈະໄວໄດ້.
ທ່ານຂົງສວນກ່າວວ່າ, ວັນທີ 10 ກຸມພາ, ພາຍຫລັງສປປເກົາຫລີໄດ້ອອກຖະແຫລງການປະກາດຢຸດຕິການເຂົ້າຮ່ວມການເຈລະຈາ 6 ຝ່າຍຢ່າງບໍ່ມີເວລາຈຳກັດແລ້ວ, ຝ່າຍຈີນໄດ້ວິເຄາະແລະຄົ້ນຄວ້າເລື່ອງນີ້ໂດຍຕະຫລອດ, ແລະໄດ້ຮັກສາການທຳຄວາມເຂົ້າໃຈແລະການຕິດຕໍ່ພົວພັນກັບຝ່າຍສປປເກົາຫລີ. ຝ່າຍຈີນເຫັນວ່າ, ການໃຊ້ກຳລັງໜີບແລະວິທີລົງໂທດໃນການພົວພັນລະຫວ່າງຊາດນັ້ນບໍ່ມີຜົນດີຕໍ່ການແກ້ໄຂບັນຫາ, ບັນຫາແຫຼມເກົາຫລີມີແຕ່ຜ່ານການສົນທະນາແລະປຶກສາຫາລືກັນຈຶ່ງແກ້ໄຂໃຫ້ຕົກໄດ້.
|
|