|
 |
(GMT+08:00)
2005-02-17 17:41:32
|
 |
ຈີນກັບສ.ເກົາຫລີແລະຍີ່ປຸ່ນແລກປ່ຽນຄວາມເຫັນກ່ຽວກັບບັນຫານີວເຄຼຍຂອງແຫຼມເກົາຫລີ
cri
ຕາມຂ່າວCRI: ວັນທີ 16 ກຸມພາ,ທ່ານລີຈ້າວຊິງ ລັດຖະມົນຕີການຕ່າງປະເທດຈີນໄດ້ແຍກອອກໂທລະສັບລົມກັບທ່ານບານກີມູນ ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າຂອງສ.ເກົາຫລີແລະທ່ານໂນບູທາຄາ ມາຊີມູຣາ ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ,ແລກປ່ຽນຄວາມເຫັນກ່ຽວກັບບັນຫານີວເຄຼຍຂອງແຫຼມເກົາຫລີ. ໃນເວລາລັດຖະມົນຕີການຕ່າງປະເທດຈີນແລະສ.ເກົາໂທລະສັບລົມກັນ,ສອງຝ່າຍລ້ວນແຕ່ມີເຈດຈຳນົງຜ່ານການສົນທະນາກັນມາແກ້ໄຂບັນຫານີວເຄຼຍຂອງແຫຼມເກົາຫລີ,ເຮັດໃຫ້ແຫຼມເກົາຫລີປອດນີວເຄຼຍ,ປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງພາກ ພື້ນຕົນ,ຫວັງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເພີ່ມທະວີຄວາມພະຍາຍາມທາງການທູດ,ຫລີກເວັ້ນບໍ່ໃຫ້ສະຖານະການແຫຼມເກົາຫລີສັບສົນເຂົ້າຕື່ມອີກ,ຍາດແຍ່ງຟື້ນຟູການເຈລະຈາ 6 ຝ່າຍໂດຍໄວ.
ໃນເວລາໂທລະສັບລົມກັບທ່ານມາຊີມູຣາ,ທ່ານລີຈ້າວຊິງກ່າວເນັ້ນວ່າ,ການຍຶດຫມັ້ນເປົ້າຫມາຍເຮັດໃຫ້ແຫຼມເກົາຫລີປອດນີວເຄຼຍ,ສືບຕໍ່ການເຈລະຈາ 6 ຝ່າຍນັ້ນສອດຄ່ອງກັບຜົນປະໂຫຍດກົກຮາກຂອງບັນດາຝ່າຍ.ທ່ານມາຊີມູຣາກ່າວວ່າ,ຫວັງໃຫ້ຟື້ນຟູການເຈລະຈາ 6 ຝ່າຍໂດຍໄວ,ແກ້ໄຂບັນຫານີວເຄຼຍຂອງແຫຼມເກົາຫລີດ້ວຍສັນຕິວິທີ.
ມື້ດຽວກັນ,ຢູ່ເຊອຸ່ນ,ທ່ານໂຣມູຮຸນ ປະທານາທິບໍດີສ.ເກົາຫລີໄດ້ຮຽກຮ້ອງສປປເກົາຫລີກັບຄືນສູ່ການເຈລະຈາ 6 ຝ່າຍ,ເພື່ອຜ່ານການປຶກສາຫາລືມາແກ້ໄຂບັນຫານີວເຄຼຍຂອງແຫຼມເກົາຫລີຢ່າງສົມເຫດສົມຜົນ.
ນອກນີ້,ຂ່າວແຈ້ງວ່າ,ວັນທີ 17 ກຸມພາ,ທ່ານມາຊີມູຣາ ລັດຖະມົນຕີການຕ່າງປະເທດຍີ່ປຸ່ນກັບທ່ານບານກີມູນ ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າສ.ເກົາຫລີກໍ່ໄດ້ໂທລະສັບລົມກັນ,ສອງຝ່າຍເປັນເອກະສັນກັນເຫັນວ່າ,ຈີນສາມາດເສີມຂະຫຍາຍບົດບາດສຳຄັນໃນດ້ານຊັກຊວນສປປເກົາຫລີກັບຄືນສູ່ການເຈລະຈາ 6 ຝ່າຍ.
|
|
|