
ປາເກັດແລບມີບົດບາດໄລ່ລົມເຢັນໃນກະເພາະແລະແກ້ໄອ. ມັກໃຊ້ມາປົວພະຍາດກະເພາະອາຫານອ່ອນໂຊ,ເປັນບວມ,ໄອແລະເປັນຫືດ. ໂດຍສະເພາະແມ່ນເໝາະສຳລັບເຈັບກະເພາະຍ້ອນໜາວຫຼືກະເພາະອັກເສບລັກສະນະຊຳເຮື້ອຍ້ອນອາຫານບໍ່ຍ່ອຍ. ຄົນເຈັບທີ່ເປັນບວມ,ໃຫ້ເອົາປາເກັດແລບໂຕໜຶ່ງຕົ້ມກັບຖົ່ວແດງ 30 ກຼາມ.

ປາຫົວໃຫຍ່ມີບົດບາດເຮັດໃຫ້ກະເພາະອຸ່ນ,ບຳລຸງທາດ,ແກ້ຂີ້ກະເຖີ່ແລະແກ້ຫືດ. ມັນເໝາະສັບລັບຜູ້ທີ່ກະເພາະອາຫານບໍ່ແຂງແຮງ,ຂີ້ກະເຖີ່ຫຼາຍແລະໄອເປັນຕົ້ນ. ຜູ້ທີ່ຮ່າງກາຍອ່ອນໂຊ ດີທີ່ສຸດໃຫ້ກິນຫົວປາຫົວໃຫຍ່ເລື້ອຍໆ,ມີຜົນບຳລຸງດີຫຼາຍ,ຍັງສາມາດປົວຫູອື້ແລະວິນຫົວ. ຜູ້ຂີ້ກະເຖີ່ຫຼາຍແລະມັກວິນຫົວໃຫ້ເອົາຫົວປາຫົວໃຫຍ່ຕົ້ມໃສ່ໃນໝາກມັນຫໍ້ກິນຈະໄດ້ຜົນ.

ປາກິນຫຍ້າມີບົດບາດອຸ່ນທ້ອງ,ໄລ່ລົມໃນກະເພາະອາຫານ. ເໝາະສຳລັບ ກະເພາະອາຫານທາດອ່ອນ,ມັກເຈັບກະເພາະແລະເຈັບຫົວເປັນຕົ້ນ. ກິນຫົວປາກິນຫຍ້າເລື້ອຍໆຍັງບຳລຸງຜູ້ມັກເຈັບຫົວໃຫ້ເອົາປາກິນຫຍ້າຕົ້ມກັບຜັກບົວໃບຫຼືຜັກຫອມປ້ອມຈະມີບົດບາດປົວເຈັບຕົວ.

ນອກນີ້,ປາດາບ(ຄືປາທະເລຢ່າງໜຶ່ງ)ສາມາດບຳລຸງອະໄວຍະວະທັງ 5 ,ຂ້າແມ່ທ້ອງ,ຍິ່ງເໝາະສົມສຳລັບຜູ້ທີ່ກະເພາະອາຫານບໍ່ແຂງແຮງ,ອາຫານບໍ່ຍ່ອຍແລະຜິວແຫ້ງ; ຍັງສາມາດປົວຕັບອັກເສບຊຳເຮື້ອ; ກິນປາດາບເລື້ອຍໆຈະຮັກສາຜິວໃຫ້ນຸ້ມນວນ. ສ່ວນປາດຸກສາມາດບຳລຸງເລືອດລົມ,ເຮັດໃຫ້ຖ່າຍເບົາສະດວກ,ແກ້ອັກເສບແລະປົວສະດວງ,ແລະຕ້ານພະຍາດ.
1 2 3
|