ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-17 10:05:47    
ສົມ​ຫວັງ​ທຸກ​ປະການ(ສຽງ)

cri Author: huachunmei

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​ຊີ​ຊື້​ເຕິ່ງ​ເໝີ​ນທີ່​ມີ​ຄວາມ​ໝາຍ​ວ່າ ​ໂຊກ​ມາ​ຫາ ທີ່​ຂັບ​ຮ້ອງ​ໂດຍ​ນາງ​ຈ່າງ​ອ້ຽນ. ​ໃນ​ເພງ​ນີ້ມີ​ເນື້ອ​ຮ້ອງ​ວ່າ: ​ນົກ​ແຊວ​ຮ້ອງ​ແຊວ ຂໍ​ໃຫ້​ປີ​ໃໝ່​ລານ​ລື້ນ​ສົມ​ຫວັງ ຊີວິດ​ສຸກ​ສັນ​ອຸດົມ​ຮັ່ງ​ມີ. ​ໂຊກມາ​ແລ້ວ, ​ໄຊ​ມາ​ແລ້ວ, ມື້​ໃດ​ກໍ່​ແມ່ນ​ລະ​ດູບານ​ໃໝ່, ມື້​ໃດ​ກໍ​ມີ​ໂຊກ​ມີ​​ໄຊ.

ຊາວ​ຈີນ​ມັກ​ເວົ້າ​ວ່າ, ​ຍາມ​ສຳ​ຄັນ​ໃນ​ໝົດ​ປີ​ໜຶ່ງ​ແມ່ນ​ລະ​ດູ​ບານ​ໃໝ່. ​ເມື່ອ​ລະ​ດູ​ບານ​ໃໝ່​ວຽນ​ມາ​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຮູ້​ສຶກ​ຊື່ນ​ໃຈ, ​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ. ​ຂອບ​ໃຈ​ເພື່ອນ​ຜູ່​ຟັງ​ທີ່​ໄດ້​ຮັບ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາ​ຕະ​ຫຼອດ​ມາ, ​ຫວັງ​ວ່າ ​ໃນ​ປີ​ໃໝ່​ນີ້​ຈະ​ມີ​ເພື່ອນ​ຍິ່ງ​ຫຼາຍ​ຮັບ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາ, ​ແລະ​ເປັນ​ໝູ່​ເພື່ອນ​ຂອງ​ພວກ​ເຮົາ​ຕະ​ຫຼອດ​ໄປ.

ສິ່ງ​ຫາ​ຍາກ​ທີ່​ສຸດ​ແມ່ນ​ໝູ່​ເພື່ອນ, ມີ​ໝູ່ຫຼາຍ​ໄປ​ໃສ​ກໍ່​ງ່າຍ. ​ເງິ​ນຄຳ​ຫາ​ໄດ້ ນ້ຳ​ໃຈ​ຫາ​ຍາກ, ​ພວກ​ເຮົາ​ຈົ່ງ​ເປັນ​ເພື່ອນ​ກັນ​ຈົນ​ເທົ່າ​ໃດໆ. ຄົບ​ເພື່ອນ​ໃໝ່, ບໍ່​ລືມ​ເພື່ອນ​ເກົ່າ, ພວກ​ເຮົາ​ມີ​ໝູ່​ເພື່ອນ​ຢູ່​ທົ່ວ​ທຸກ​ແຫ່ງ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ມ້ວນທ້າ​ຍ​ລາຍການ​ພາກ​ມື້ນີ້, ​ເຊີນ​ຟັງ​ເພງ​ຊິນ​ສຽງ​ຊື້​ເສິງ ​ແປ​ວ່າ ປາຖະໜາ​ສິ່ງ​ໃດ​ຂໍ​ໃຫ້​ໄດ້​ດັ່ງ​ໝາຍ ທີ່​ຂັບ​ຮ້ອງ​ໂດຍ​ນາງ​ລີ​ໄວ. ຢູ່​ໃນ​ເພງ​ນີ້, ນາງ​ຮ້ອງ​ວ່າ, ນົກ​ສິລິ​ມຸງຄຸນ​ໄດ້​ຄາບ​ເອົາ​ດາວ​ໂຊກ​ມາ, ຂ່າວ​ໂຊກ​ຂ່າວ​​ໄຊ​ມີ​ປິກ​ປິນ ​ເຮັດ​ໃຫ້​ສິ່ງ​ທີ່​ໝາຍ​ປອງ​ກາຍ​ເປັນຄວາມ​ຈິງ. ​ໃນ​ໝົດ​ເມືອງ, ທຸກໆ​ຄົນ​ຍິ້ມ​ແຍ້ມ​ແຈ່ມ​ໃສ, ປະຊາຊົນ​ຜູ່​ດຸ​ໝັ່ນ​ປາຖະໜາ​ສິ່ງ​ໃດ​ກໍ່​ໄດ້​ສິ່ງ​ນັ້ນ, ວຽກ​ງານ​ລາບ​ລື້​ນອະນາຄົດ​ໄປ​ໄກ, ​ເສັ້ນທາງ​ກ້າວ​ເດີນ​ລ່ວງ​ສະດວກ​ດີ. ນະ​ທີ່​ນີ້, ພວ​ກ​ເຮົາ​ຂໍ​ສົ່ງ​ພອນ​ອັນ​ປະ​ເສີດ​ມາ​ນຳ​ສຽງ​ເພ​ງຂໍ​ໃຫ້​​ເພື່ອນຜູ່​ຟັງ​ທຸກ​ຄົນ​ປາ​ຖະໜາ​ສິ່ງ​ໃດ​ໃຫ້ສົມ​ຫວັງ​ທຸກ​ປະການ​ດ້ວຍ​ເຖີ້ນ.

​ໃນ​ທ່າມກາງ​ສຽງ​ເພງ​ອັນ​ມ່ວນ​ຊື່ນ, ລາຍການ​ນັດ​ພົບ​ກັນ​ໃນ​ວັນອາທິດ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງພຽງທໍ່​ນີ້, ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ວັນ​ອາທິດ​ໜ້າ.


1  2