ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-15 17:19:22    
ຟີ​ລິບ​ປີນ​ປະ​ກາດ​ວ່າ​ຈະ​ກວດ​ລ້າງ​ກຳລັງ​ເສດ​ເຫຼືອ​ຂອງ​ກອງ​ປະ​ກອບ​ອາ​ວຸດ​ອາ​ບູຊາ​ເຢັບ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 15 ກຸມພາ, ທ່ານ​ນາງ​ອາ​ໂລ​ໂຢ ປະທານາທິບໍດີ​ຟີ​ລິບ​ປິ​ນອອກ​ຖະ​ແຫລ​ງການ, ປະກາດ​ຈະກວດ​ລ້າງ​ກຳລັງ​ເສດ​ເຫຼືອຂອງ​ກຸ່ມ​ລັກ​ພາ​ຕົວ​ອາ​ບູຊາ​ເຢັບຢ່າງ​ເຖິງ​ຖອງ, ພ້ອມ​ກັນນັ້ນ ຮຽກຮ້ອງ​ໃຫ້​ປະຊາຊົນ​ສາມັກ​ຄີ​​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ຕໍ່ຕ້ານ​ການ​ຂົ່ມ​ຂູ່​ດ້ວຍການ​ກໍ່​ການ​ຮ້າຍ.

ທ່ານ​ນາງ​ອາ​ໂລ​ໂຢ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ພາຍຫລັງ​ເກີດ​ເຫດການ​ລະ​ເບີດ​ລຽນຕິດ​ຢູ່​ເມືອງ​ມາ​ນີລາ ນະຄອນຫລວງ​ຟີ​ລິບ​ປິນ​ແລະ​ສອງ​ຕົວ​ເມືອງ​ພາກ​ໃຕ້​ໃນ​ຕອນ​ຄ່ຳ​ວັນ​ທີ 14 ກຸມພາ.

ທ່ານ​ນາງ​ອາ​ໂລ​ໂຢ​ສະ​ແດງ​ຄວາມຖາມ​ຂ່າວ​ນຳຄອບຄົວຂອງ​ຜູ້​ປະສົບ​ເຄາະ​ຮ້າຍ, ​ແລະ​ສັ່ງ​ໃຫ້​ລັດຖະບານສູນ​ກາງ​ແລະ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ສະໜອງ​ການ​ຊ່ອຍ​ເຫຼືອທີ່​ຈຳ​ເປັນ, ຟື້ນ​ຟູ​ລະບຽບ​ສັງຄົມ​​ເປັນ​ປົກກະຕິ​ໂດຍ​ໄວ.

ຕອນ​ຄ່ຳ​ວັນ​ທີ 14 ກຸມພາ, ​ເມືອງ​ມາ​ນີລາ​ ເມືອງ​​​ເຢ​ເນຣານ ຊັນ​ໂຕສ໌​ແລະ​ເມືອງດາ​ໂວ ທີ່​ຢູ່​ພາກ​ໃຕ້​ຟິລິ​ບປິນ​ໄດ້​ເກີດ​ເຫດການ​ລະ​ເບີດ​ຢ່າງ​ຕໍ່​ເນື່ອງ​ກັນ, ​ເຮັດ​ໃຫ້ 11 ຄົນ​ເສຍ​ຊີວິດ,  100 ກວ່າ​ຄົນ​ບາດ​ເຈັບ. ພາຍລຸນ​ມາ, ກອງ​ປະກອບ​ອາວຸດ​ອາ​ບູຊາ​ເຢັບກໍ​ໄດ້ປະກາດ​ຮັບ​ຜິດ​ຊອບ​ຕໍ່​ເຫດການ​ລະ​ເບີດ​ດັ່ງກ່າວ.