|
 |
(GMT+08:00)
2005-02-15 17:14:17
|
 |
5 ປະເທດຮຽກຮ້ອງໃຫ້ຊຸກຍູ້ຂະບວນວິວັດການເຈລະຈາ 6 ຝ່າຍ
cri
Author: mo
ຕາມຂ່າວCRI:ວັນທີ 14 ກຸມພາ, 5 ປະເທດຄືຈີນ ຣັດເຊຍ ອາເມລີກາ ສ.ເກົາຫລີແລະຍີ່ປຸ່ນຕ່າງສະແດງທ່າທີ, ຮຽກຮ້ອງໃຫ້ຊຸກຍູ້ຂະບວນວິວັດການເຈລະຈາ 6 ຝ່າຍກ່ຽວກັບບັນຫານິວເຄຼຍແຫຼມເກົາຫລີ.
ມື້ດຽວກັນ, ທ່ານລີຈ້າວຊິງ ລັດຖະມົນຕີການຕ່າງປະເທດຈີນໄດ້ໂທລະສັບລົມກັບທ່ານລັບລົຟ ລັດຖະມົນຕີການຕ່າງປະເທດຣັດເຊຍ. ທ່ານລີຈ້າວຊີງກ່າວວ່າ, ຫລັກໝັ້ນຂອງຝ່າຍຈີນກ່ຽວກັບການບັນລຸແຫຼມເກົາຫລີປອດນິວເຄຼຍແລະປົກປັກຮັກສາສັນຕິພາບຢູ່ແຫຼມເກົາຫລີນັ້ນແມ່ນໝັ້ນໜຽວ. ຝ່າຍຈີນຍິນດີພ້ອມກັນກັບບັນດາຝ່າຍທີ່ກ່ຽວຂ້ອງທຳຄວາມພະຍາຍາມ, ຊຸກຍູ້ຂະບວນວິວັດການເຈລະຈາ 6 ຝ່າຍ.
ທ່ານລັບລົຟກ່າວວ່າ, ຝ່າຍຣັດເຊຍມີເຈດຈຳນົງໃຫ້ແກ້ໄຂບັນຫາພາຍໃນຂອບການເຈລະຈາ 6 ຝ່າຍ. ມື້ດຽວກັນ, ທ່ານໂຄຊາເຊັຟ ປະທານຄະນະກຳມະການວຽກງານລະຫວ່າງຊາດຂອງສະພາດູມາແຫ່ງຊາດຣັດເຊຍກ່າວຄຳວິຈານໂດຍເຫັນວ່າ, ອາເມລີກາຕ້ອງໃຫ້ຄຳໝັ້ນສັນຍາວ່າ, ບໍ່ບຸກໂຈມຕີສປປເກົາຫລີແລະໃຫ້ການຊ່ອຍເຫຼືອທາງເສດຖະກິດ, ເມື່ອເຮັດແນວນີ້ຈິ່ງອາດມ້າງສະພາບຄາກັນອ່າງຍ່າງຂອງບັນຫານິວເຄຼຍແຫຼມເກົາຫລີໄດ້.
ວັນທີ 14 ກຸມພາ, ຢູ່ທີ່ວໍຊິງຕັນ, ທ່ານນາງໄລສ໌ ລັດຖະມົນຕີການຕ່າງປະເທດອາເມລິກາໄດ້ຈັດການພົບປະຫາລືກັນກັບທ່ານບານກີມູນ ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າຂອງສ.ເກົາຫລີທີ່ໄປຢ້ຽມຢາມ, ສອງຝ່າຍໄດ້ເປັນເອກະສັນກັນກ່າວລື້ມຫລັກໝັ້ນທີ່ແກ້ໄຂບັນຫານິວເຄຼຍແຫຼມເກົາຫລີພາຍໃນຂອບການເຈລະຈາ 6 ຝ່າຍ.
ວັນທີ 14 ກຸມພາ, ທ່ານໂຄອີຈູມີ ຈູນີຊີໂລ ນາຍົກລັດຖະມົນຕີຍີ່ປຸ່ນກ່າວວ່າ, ຕໍ່ໄປພາຍໜ້າ, ລັດຖະບານຍີ່ປຸ່ນຈະພະຍາຍາມຊັກຊວນໃຫ້ສປປເກົາຫລີກັບຄືນສູ່ການເຈລະຈາ 6 ຝ່າຍໂດຍໄວເທົ່າທີ່ຈະໄວໄດ້.
|
|
|