ໄທມີຜູ້ຖືກສົງໄສເປັນພະຍາດໄຂ້ຫວັດສັດປີກອີກ
cri
Author: MO
ຕາມຂ່າວສານຊີນຮວາ: ວັນທີ 13 ກຸມພາ, ເດັກຊາຍອາຍຸ 6 ປີຢູ່ເຂດບານລະກຳຈັງຫວັດພິດສະນຸໂລກຂອງໄທຖືກສົງໄສຕິດເຊື້ອໄຂ້ຫວັດສັດປີກ, ແລ້ວຖືກສົ່ງເຂົ້າໂຮງໝໍທ້ອງຖິ່ນປິ່ນປົວ. ນີ້ແມ່ນຜູ້ຖືກສົງໄສເປັນພະຍາດໄຂ້ຫວັດສັດປີກຜູ້ທຳອິດທີ່ໄທລາຍງານໃນປີນີ້.
ກ່ອນໜ້ານີ້, ຢູ່ຈັງຫວັດດັ່ງກ່າວ, ມີໄກ່ຈຳນວນໜຶ່ງຕາຍ, ຂະແໜງການປິ່ນປົວຂອງໄທໄດ້ກວດພົບເຊື້ອໄຂ້ຫວັດສັດປີກແບບ H5N1 ຢູ່ໄກ່ຈຳນວນໜຶ່ງໃນ 8 ເຂດຂອງຈັງຫວັດດັ່ງກ່າວ, ສະນັ້ນ, ຈັງຫວັດດັ່ງກ່າວຖືກຝ່າຍທາງການໄທປະກາດເປັນເຂດໄຂ້ຫວັດສັດປີກ. ຝ່າຍທີ່ກ່ຽວຂ້ອງຂອງໄທໄດ້ຕົກລົງຂ້າໄກ່ໃນເຂດດັ່ງກ່າວ, ປະຈຸບັນ, ໄດ້ມີໄກ່ຫລາຍພັນໂຕຖືກຂ້າຖິ້ມ.
|
|