ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-13 17:53:31    
ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ອາ​ເມ​ລິ​ກາ​​ໄດ້ໂທລະ​ສັບລົມ​ບັນຫາ​ນີວ​ເຄຼຍຂອງ​ແຫຼມ​ເກົາຫລີ

cri
ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 12 ກຸມພາ,ທ່ານ​ລີ​ຈ້າວ​ຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ໄດ້​​​ໂທລະສັບລົມ​ກັບ​ທ່ານ​ນາງ​ໄລ​ສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຕາມ​ການ​ນັດ​ຫມາຍ.

ໃນ​ເວລາ​ລົມ​ໂທລະສັບ,ທ່ານ​ນາງ​ໄລ​ສ໌​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຂອງ​ຝ່າຍ​ອາ​ເມ​ລິ​ກາ​ທີ່​ມີ​ຕໍ່​ການ​ຂະຫຍາຍຕົວ​ຫລ້າ​ສຸດ​ຂອງ​ບັນຫາ​ນີວ​ເຄຼຍຂອງ​ແຫຼມ​ເກົາຫລີ.ທ່າ​ນາງ​ກ່າ​ວວ່າ,ຫວັງ​ໃຫ້ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍຂອງ​ແຫຼມ​ເກົາຫລີ​ໄດ້​ຮັບ​ການ​ຟືນ​ຟູ.

ທ່ານ​ລີ​ຈ້າວ​ຊິງ​ເວົ້າວ່າ,ຝ່າຍ​ຈີນ​ມີ​ເຈ​ຈຳນົງ​ຕະຫລອດ​ມາ​ວ່າ ​ໃຫ້​ແຫຼມ​ເກົາຫລີ​ປອດ​ນີວ​ເຄຼຍ,ມີ​ເຈ​ຈຳນົງຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫລີ,ນີ້​ສອດຄ່ອງ​ກັບ​ຜົນ​ປະ​​ໂຫຍດ ຂອງບັນດາ​ຝ່າຍ.ຝ່າຍ​ຈີນ​ຈະ​ຮັກສາ​ການ​ຕິດຕໍ່ພົວພັນ​ແລະ​ການ​ປະສານ​ງານ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ,ພະຍາຍາມ​ເຮັດ​ໃຫ້​ສະຖານະ​ການ​ຂະຫຍາຍ​ໄປ​ສູ່​ທິດ​ທີ່​ຕັ້ງຫນ້າ,ຍາດ​ແຍ່ງ​ຟື້ນ​ຟູ​ການ​ເຈລະຈາ 6 ຝ່າຍ​ໂດຍ​ໄວ.