|
 |
(GMT+08:00)
2005-02-10 17:49:18
|
 |
ທ່ານຊາລົງຈະເຈລະຈາກັບທ່ານອັບບາສ
cri
Author: da
ຕາມຂ່າວCRI:ຕອນຄ່ຳວັນທີ 9 ກຸມພາ,ໜັງສືພິມເຮລາອັດຂອງອິສຣາແອນລາຍງານຂ່າວຜ່ານແວບໄຊວ່າ,ທ່ານຊາລົງ ນາຍົກລັດຖະມົນຕີອິສຣາແອນຈະເຈລະຈາກັບທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນຢູ່ອິສຣາແອນພາຍໃນອາທິດໜຶ່ງ.
ຕາມຂ່າວແຈ້ງວ່າ,ບ່ອນຈັດການເຈລະຈາໄດ້ຕົກລົງຈັດຢູ່ຟາມສ່ວນຕົວຂອງຄອບຄົວທ່ານຊາລົງຢູ່ພາກໃຕ້ອິສຣາແອນ.ຕໍ່ເລື່ອງນີ້,ທ່ານຊາອາສ ລັດຖະມົນຕີການຕ່າງປະເທດປາເລັສຕີນໄດ້ຢືນຢັນແລ້ວ.
ນອກນີ້ຂ່າວແຈ້ງວ່າ,ວັນທີ 9 ກຸມພາ,ຝ່າຍອິສຣາແອນປະກາດວ່າ,ອິສຣາແອນຈະເປີດຊາຍແດນແຖບກາຊາຄືນໃໝ່,ມ້າງອຸປະສັກຂວາງທາງຢູ່ບາງແຫ່ງຝັ່ງຕາເວັນຕົກແມ່ນ້ຳຈໍແດນ,ອະນຸຍາກໃຫ້ກຳມະກອນແລະພໍ່ຄ້າຊາວຂາຍປາເລັສຕີນກັບຄືນໄປເຮັດວຽກແລະຄ້າຂາຍຢູ່ອິສຣາແອນ.
ວັນທີ 8 ກຸມພາ,ຢູ່ຊາມຊາອິກຂອງເອຢິບ,ອິສຣາແອນ ປາເລັສຕີນ ເອຢິບແລະຊອກດານີໄດ້ຈັດກອງປະຊຸມສຸດຍອດກ່ຽວກັບບັນຫາປາເລັສຕີນອິສຣາແອນ.ໃນໄລຍະຈັດກອງປະຊຸມສຸດຍອດ,ທ່ານຊາລົງໄດ້ເຊີນທ່ານອັບບາສໄປຢ້ຽມຢາມອິສຣາແອນ,ທ່ານອັບບາສກໍຮັບເອົາດ້ວຍຄວາມຍິນດີ.ນອກນີ້,ສອງຝ່າຍໃຫ້ຄຳໝັ້ນສັນຍາວ່າ ອິສຣາແອນແລະປາເລັສຕີນຕ່າງຝ່າຍຕ່າງຈະຢຸດຕິການເຄື່ອນໄຫວດ້ວຍກຳລັງຮຸນແຮງ.
|
|
|