|
 |
(GMT+08:00)
2005-02-08 20:07:27
|
ກອງປະຊຸມສຸດຍອດສີ່ຝ່າຍຕາເວັນອອກກາງໄຂຂຶ້ນຢູ່ຊາມຊາອິກ
cri
Author: li
ຕາມຂ່າວ CRI: ການພົບປະຂັ້ນສຸດຍອດ 4 ຝ່າຍຕາເວັນອອກກາງທີ່ມີເອຢິບ,ຊອກດານີ,ອິສຣາແອນແລະປາເລັສຕີນເຂົ້າຮ່ວມນັ້ນໄດ້ຈັດຂຶ້ນຢູ່ຊາມຊາອິກແຫຼມຊີນາຍຂອງເອຢິບໃນວັນທີ 8 ກຸມພາ.
ການພົບປະເທື່ອນີ້ຈະຫາລືບັນຫາຕ່າງໆເຊັ່ນປາເລັສຕີນອິສຣາແອນຢຸດຍິງ,ອິສຣາແອນປ່ອຍຕົວຊາວປາເລັສຕີນສ່ວນໜຶ່ງທີ່ຖືກກັກຂັງແລະທະຫານອິສຣາແອນຖອນອອກຈາກບາງຕົວເມືອງຝັ່ງຕາເວັນຕົກແມ່ນ້ຳຈໍແດນເປັນຕົ້ນ. ຕາມຊາບວ່າ,ໃນໄລຍະໄຂກອງປະຊຸມສຸດຍອດ,ປາເລັສຕີນອິສຣາແອນຕ່າງຈະປະກາດວ່າຢຸດຍິງກັບຝ່າຍກົງກັນຂ້າມ,ຄືຝ່າຍປາເລັສຕີນຢຸດຕິການລຸກຮືຂຶ້ນສູ້ດ້ວຍກຳລັງອາວຸດເທື່ອທີສອງທີ່ເລີ່ມແຕ່ປີ 2000,ຝ່າຍອິສຣາແອນໃຫ້ຄຳໝັ້ນສັນຍາວ່າດຳເນີນເຊົາການເຄື່ອນໄຫວທາງການທະຫານຕໍ່ເຂດປົກຄອງຕົນເອງຂອງປາເລັສຕີນແລະເຊົາກຳຈັດພວກຫົວຮຸນແຮງຂອງປາເລັສຕີນຕາມບ່ອນກຳນົດໃນຊົ່ວຄາວ,ແລະຜ່ອນຄາຍການອັດຕັນເຂດປົກຄອງຕົນເອງຂອງປາເລັສຕີນ.
|
|
|