ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-08 16:50:34    
ເອົາບຸນ​ກຸດ​ຈີນ​ຢ່າງ​ເບີກບານ​ມ່ວນ​ຊື່ນ(ສຽງ)

cri Author: da

ບຸນ​ກຸດ​ຈີນ ບຸນ​ປະ​ເພນີ​ທີ່​ສຳຄັນ​ກວ່າ​ໝູ່​​ໃນ​ແຕ່ລະ​ປີ​ຂອງ​ຈີນ​ໃກ້ຊິມາ​ຮອດ​ແລ້ວ,​ໃນ​ສາຍຕາ​ຂອງຄົນ​ຈີນ,ບຸນ​ກຸດ​ຈີນ​ແມ່ນ​ບຸນ​ທີ່​ສຳຄັນ​ເປັນ​ພິ​ເສດ,ຄົນ​ໃນ​ຄອບຄົວ​ໜຶ່ງ​ບໍ່​ວ່າ​ຢູ່​​ໃສ,ກໍ​ຕ້ອງ​ເຕົ້າ​ມາໂຮມ​ກັນ​ສະຫຼອງ​ບຸນ​ກຸດ​ຈີນ.ຕາມທຳ​ມະ​ດາ​ແລ້ວ,ຄົນ​ທັງຫຼາຍ​ຈະ​ຊື້​ເຄື່ອງ​​ໃຊ້​ຂອງ​ກິນ​ຈຳນວນ​ຫຼວງ​ຫຼາຍ​ກ່ອນ​ບຸນ​ກຸດ​ຈີນ,​ເພື່ອ​ສະຫຼອງ​ບຸນ​ກຸດ​ຈີນ​ຢ່າງ​ມ່ວນ​ຊື່ນ​ຄຶກຄື້ນ.​

ມື້ບຸນ​ກຸດ​ຈີນ​ໄດ້​ຫຍັບ​ມໍ່​ເຂົ້າມາ,ຢູ່​ຊົນນະບົດ​ແຂວງ​ເຮີ​ນານ​ເຊິ່ງ​ເປັນແຂວງ​​ໃຫຍ່​ດ້ານ​ກະ​ສິ​ກຳ​ຢູ່​ ​ພາກ​ກາງ​ຂອງ​ຈີນ​ໄດ້​ເຕັມ​ໄປ​ດ້ວຍ​ບັນຍາ​ກາດ​ມ່ວນ​ຊື່ນ​ເພື່ອ​ກຽມເອົາ​ບຸນ​ກຸດ​ຈີນ.​ປະຈຸ​ບັນ,​ຊາວ​ກະສິ​ກອນ​ທັງ​ຫຼາຍ​ບາງ​ຄົນ​ປັດ​ກວາດ​ເຮືອນ​ຊານ,​ບາງ​ຄົນ​ຕິດ​ຄະຕິ​ຄູ່​ໃສ່​ບານ​ປະຕູ​ແລະ​ຕິດ​ເຈ້ຍ​ຕັດ​​ເອ້​ປ່ອງ​ຢ້ຽມ​,​ບາງ​ຄົນ​ແຂວນ​ຮູບ​ແຕ້ມ​ປີ​ໃໝ່​ແລະ​ໂຄມ​ໄຟ​ທີ່​ສວຍ​ງາມ,​ຈັ່ງ​ແມ່ນ​​ເບີກ​ບານ​ມ່ວນ​ຊື່ນ​ຫຼາຍ.​ໃນ​ຕະ​ຫຼາດ​ນັດ​ຂອງ​ຕາ​ແສງ​ຕ້າ​ໂຈ່ວ​ເມືອງ​ສູ​ຊ່າງ​ແຂວງ​ເຮີ​ນານ,​ນັກ​ຂ່າວ​ໄດ້​ພົບ​ ​ທ່ານ​ລີ​ຊິງ​ໂກວ ຊາວ​ກະສິ​ກອນ​ທີ່​ພວມ​ຊື້​ເຄື່ອງ​ໃຊ້​ຂອງ​ກິນ​ໃນ​ຍາມ​ບຸນ,​ທ່ານ​ບອກ​ນັກ​ຂ່າວ​ຢ່າງ​ມ່ວນ​ຊື່ນ​ວ່າ:

"ຍ້ອນ​ປີ​ນີ້​ແມ່ນ​ປີ​ທີ່​ເກັບ​ກ່ຽວ​ທັນ​ຍາ​ຫານ​ໄດ້​ຫຼາຍ,ໝົດ​ທຸກ​ຄອບຄົວ​ໃນ​ບ້ານ​ພວກ​ເຮົາ​ລ້ວນ​ແຕ່​ເກັບ​ກ່ຽວ​ຜົນລະປູກໄດ້​ດີ​ສົມຄວນ.ສະ​ນັ້ນ,ພວກ​ເຮົາ​ຈິ່ງ​​ຊື້ເຄື່ອງ​ໃຊ້​ຂອງ​ກິນ​​ໃນ​ບຸນ​ກຸດ​ຈີນ​ລ່ວງ​ໜ້າ.ປີ​ນີ້,ຄອບຄົວເຮົາ​​ໄດ້​ເຮັດ​ຕ່າງ​ກັນ​ກັບ​ທຸກ​ປີ​ທີ່​ຜ່ານ​ມາ,ຄືຊື້​​ເຄື່ອງ​ຂອງ​ຊັ້ນ​ສູງ​ແດ່,​ເຮົາ​ໄດ້ຊື້​​ເຄື່ອງຕອງ​ນ້ຳໜຶ່ງ,​ເພື່ອ​ຈະ​ໄດ້​ກິນ​ນ້ຳ​ສະອາດ​."

ທ່ານ​ລີ​ຊິງ​ໂກວ ບອກ​ນັກ​ຂ່າວ​ວ່າ,ດຽວ​ນີ້​ປູກ​ພືດ​ພັນທັນ​ຍາ​ຫານ​ໄດ້​ຮັບ​ຜົນ​ຫຼາຍ​ກວ່າ​​ເມື່ອກ່ອນ​ຢ່າງ​ຫຼວງ​ຫຼາຍ,ຄອບຄົວ​ຂອງທ່ານ​​ໄດ້​ເຮັດ​ນາໜຶ່ງ​ເຮັກຕາ,ທາງ​ລັດຖະບານ​​ໄດ້ໃຫ້​ເງິນ​​ເກື້ອກູນ​ເກືອບ200​ຢວນ.ປີ​ນີ້,ທ່ານບໍ່ພ​ຽງ​ແຕ່​ໄດ້​ປູກ​ເຂົ້າ​ເທົ່າ​ນັ້ນ,ຫາກ​ຍັງ​​ໄດ້ປູກ​ຝ້າຍ​ແລະ​ຜັກ​ຊະນິດ​ຕ່າງໆ,​ມີ​ລາຍ​ໄດ້ຫຼາຍ​ກວ່າ​ປີ​ກາຍ1500​ກວ່າ​ຢວນ.

ສອງ​ປີ​ມາ​ນີ້,ລັດຖະບານ​ຈີນ​ໄດ້​ປະຕິບັດ​ນະ​ໂຍບາຍ​ໃຫ້​ຄ່າ​ເກື້ອກູນ​ແກ່​ຊາວນາ​ທີ່​ປູກ​ພືດ​ພັນ​ທັນ​ຍາ​ຫານ,​ໄດ້ຫຼຸດ​ອັດຕາ​ເສຍ​ພາສີ​ກະສິກຳ​,ສົ່ງ​ເສີມ​ຊາວ​ກະສິກອນ​ປູກ​ເຄື່ອງ​ປູກ​ຂອງ​ຝັງ​ຫຼາຍ​ຢ່າງ,ສະ​ນັ້ນ,ພວກ​ຊາວ​ກະສິກອນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ຫຼວງຫຼາຍ.ປີ2003,ລາຍ​​ໄດ້​ ​ຂອງຊາວ​ກະສິກອນ​ ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ2002 10%.​ປີ2003,ຊາວ​ກະສິກອນ​ໃນ​ທົ່ວແຂວງ​ເຮີ​ນານ​ໄດ້​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ3​ຕື້400​ລ້ານ​ກວ່າ​ຢວນ.ຍອດ​ປະລິມານທັນ​ຍາ​ຫານ​ກໍ​ໄດ້​ສ້າງ​ສະຖິຕິ​ດີ​ທີ່​ສຸດ​ໃນ​ປະຫວັດສາດ.​

 ພວກ​ຊາວ​ກະສິກອນ​ທີ່​ປູກ​ພືດ​ພັນທັນຍາ​ຫານ​ຢູ່​ຊົນນະບົດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດບໍ່​ໜ້ອຍ,ພໍຢູ່ພໍ​ກິນ​ຍັງ​ມີ​ສ່ວນ​ເຫຼືອ.ສ່ວນພວກ​ຊາວ​ກະສິກອນ​ທີ່​​ເຂົ້າ​ເມືອງ​ເຮັດ​ວຽກ​ກໍ​ໄດ້​ຖື​​ເງິນ​ທີ່​ຫາ​ໄດ້​ໃນ​ໝົດ​ປີ,​ເດີນທາງ​ເມືອ​ບ້ານ,​ເພື່ອ​ສະຫຼອງ​ບຸນ​ກຸດ​ຈີນ​ນຳ​ຄອບຄົວ.​ເພື່ອ​ອຳນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ຊາວ​ກະສິກອນ​ທີ່​ເຂົ້າມາເຮັດ​ວຽກ​ຢູ່​ຕົວ​ເມືອງເຫຼົ່າ​ນີ້​ເມືອ​ບ້ານ​ເອົາ​ບຸນ​ກຸດ​ຈີນ,ປີ​ນີ້,ພາກສ່ວນ​ທາງ​ລົດ​ໄຟ​ຂອງ​ຈີນຍັງ​​ໄດ້​ຈັດ​ວາງ​ຂະ​ບວນລົດ​ໄຟ​ຈຳ​ເພາະ​ໃຫ້​ແກ່​ພວກ​ເຂົາ​ເຈົ້າ.ຢູ່​ສະຖານີ​ລົດ​ໄຟ​ເສິງ​ຕູ່​ແຂວງ​ເຊ​ສວນ​ທາງ​ພາກ​ຕາ​ເວັນ​ຕົກສ​ຽງ​ໃຕ້​ຂອງ​ຈີນ,ນັກ​ຂ່າວ​ໄດ້​ລົມ ​ກັບ​ທ່ານ​ເສິນ​ຮ້າວ ທີ່​ຫາ​ກໍ່​ລົງ​ຈາກ​ຂະ​ບວນລົດ​ໄຟພິ​ເສດ​ທີ່​ມາ​ຈາກ​ປັກ​ກິ່ງ,​​ເພີ່ມໄດ້​ແບກ​​ກະ​ເປົາ​ນ້ອຍ​ໃຫຍ່​ທີ່​ໃສ່ເຄື່ອງ​ໃຊ້​ຂອງ​ກິນ​ໃນ​ບຸນ​ກຸດ​ຈີນ​,​ແລະ​ເວົ້າ​ຢ່າງ​ກະ​ຕຸ້ນ​ໃຈ​ວ່າ:

"ຂ້ອຍ​ໄດ້​ເຮັດ​ວຽກ​ຢູ່​ປັກ​ກິ່ງ​2,3ປີ​ແລ້ວ,ປີ​ນີ້,ລັດຖະບານ​​ໄດ້​​ຄຸ້ມ​ຄອງ​ຢ່າງ​ເຄັ່ງ​ຄັດ​ຕໍ່ການ​ເບີກ​ເງິນ​ເດືອນ​ໃຫ້​ຊາວ​ກະສິກອນ​ທີ່​ເຂົ້າ​ມາ​ເຮັດ​ວຽກ​​ໃນ​ຕົວ​ເມືອງນັ້ນ​ຕາມ​ເວລາ​ກຳນົດ​,​ເຖົ້າ​​​ແກ່​ໄດ້​ເບີກ​ເງິນ​ຄ່າ​ຈ້າງ​ໃຫ້​ພວກ​ເຮົາ​​ແຕ່​ດົນ​ແລ້ວ,ສະ​ນັ້ນ,ຂ້ອຍ​ໄດ້ຊື້​ເຄື່ອງ​ໃຊ້​ຂອງ​ກິນ​ໃນ​ບຸ​ນກຸດ​ຈີນ​ຈຳນວນ​ໜຶ່ງ,​​ເມືອ​ຢາມ​ເມຍ​ແລະ​ລູກ,ພ້ອມ​ກັບ​ຄອບຄົວ​ສະຫຼ​ອງປີ​ໃໝ່."

 ນັກ​ຂ່າວ​ໄດ້​ຊາບ​ວ່າ,ຍ້ອນ​ວ່າ​ລັດຖະບານ​ໄດ້​ເພີ່ມ​ຄວາມ​ແຮງ​ໃນ​ການ​ຊຳລະ​ການ​ຕິດ ​ເງິນ​ເດືອນ​ຂອງຊາວ​ກະສິກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ.ນັບ​ມາ​ຮອດ​ຕົ້ນ​ເດືອນ​ມັງກອນ​ປີ​ນີ້,ຫົວ​ໜ່ວຍ​ທີ່​ຕິດ​ໜີ້​ນຳ​ຊາວ​ກະສິກອນ​ໄດ້​ໃຊ້​ແທນ​ເງິນ​ເດືອນ​ທີ່​ຕິດ​ນຳ​ຊາວ​ກະສິກອນ​​ໃນ​ຫຼາຍ​ປີ​ມາ​ນີ້ໂດຍ​ພື້ນຖານ,​ລວມມີ30​ຕື້​ກວ່າ​ຢວນ.ປີ​ນີ້,ພວກ​ຊາວ​ກະສິກອນ​ທີ່​ເຂົ້າ​ມາ​ເຮັດ​ວຽກ​ໃນ​ຕົວ​ເມືອງ​ສາມາດ​​ເອົາ​ບຸນ​ກຸດ​ຈີນ​ຢ່າງມ່ວນ​ຊື່ນ​ຄື​ກັນ​ກັບ​ທ່ານ​ເສິນ​ຮ້າວ.

ໃນ​​ເວລາ​ທີ່​ຄົນ​ທັງຫຼາຍ​ຂຸ້ນ​ນຳ​ການ​ຊື້​ເຄື່ອງ​ໃຊ້​ຂອງ​ກິນ​ໃນ​ບຸນ​ກຸດ​ຈີນ​ນັ້ນ,ທ່ານ​ວາງ​ເອີ​ລີ​ທີ່ຢູ່ບ້ານໜຶ່ງ​​ໃນນະຄອນ​ທຽນ​ສິນ​ໄດ້​ຮັບ​ເຄື່ອງ​ໃຊ້​ຂອງ​ກິນ​ໃນ​ບຸນ​ກຸດ​ຈີນ​ທີ່ສະຫະພັນ​ກຳມະບານນະຄອນ​ທຽນ​ສິນ​ສົ່ງ​​ໄປໃຫ້.​ໃນ​ເຮືອນຄົວ​ນ້ອຍໆ​ຂອງ​​ເພິ່ນ,​ມີ​ເຂົ້າ​ແລະ​ແປ້ງ​ໝີ່​ເປັນ​ຖົງ​ກອງ​ໄວ້​ຢູ່​ ​ພື້ນ.​ເພິ່ນ​ບອກ​ນັກ​ຂ່າວ​ວ່າ,

​"2ມື້ກ່ອນ,ກຳມະບານ​ນະຄອນ​ໄດ້​ສົ່ງ​ນ້ຳມັນ​ພືດ​ຖັງໜຶ່ງ,​ເຂົ້າສານ​ສອງ​ຖົງ,​ແປ້ງ​ໝີ່​ສອງ​ຖົງມາ​ໃຫ້​ຂ້ອຍ,ຍັງ​ມີ​ເງິນສົດອີກ500​ຢວນ,​ແລະບັດ​ຊື້​ຂອງຈຳນວນ​ໜຶ່ງ,​ເອົາ​ບັດ​ຊື້​ຂອງ​ເຫຼົ່າ​ນີ້,​ໄປ​ຊື້​ເຄື່ອງ​ໃຊ້​ຂອງ​ກິນຢູ່​ຮ້ານ​ຊຸບ​ເບີ​ມາ​ເກັດ​ທີ່​ກຳນົດ​ໄວ້.ຂ້ອຍ​​ໄດ້​ຊື້ເຄື່ອງ​ໃຊ້​​ເຄື່ອງ​ກິນ​ໃນ​ບຸນ​ກຸດ​ຈີນຄົບແລ້ວ."

 ທ່ານ​ວາງ​ເອີ​ລີບ​ອກນັກ​ຂ່າວ​ວ່າ,ອຸບັດ​ເຫດ​ລົດຍົນ​​ເມື່ອ10​ປີ​ກ່ອນ​ໄດ້​ເຮັດ​ໃຫ້​ທ່ານ​ເສຍ​ຂາ​ເບື້ອງ​ໜຶ່ງ,​ແຕ່​ນັ້ນ​ມາ,​ເພິ່ນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດຖະບານ​​ຢູ່​ທຸກ​ເວລາ.ພາຍ​ໃຕ້​ການ​ຊ່ອຍ​ເຫຼືອ​ຂອງ​ອົງການ​ປົກຄອງ,ທ່ານ​ເຄີຍ​ເປັນ​ກຳມະກອນ​ຢູ່​ໂຮງ​ງານ​ຜະລິດ​ຖ້ວຍຊາມ​ບ່ວງ​ສ້ອມ​ແຫ່ງ​ໜຶ່ງ,ພາຍລຸນ​ມາ,​ໂຮງງານ​​ໄດ້​ປິດ​ກິດຈະການ,ທ່ານບໍ່ມີວຽກ​ເຮັດ.​ເມື່ອ​ສະຫະ​ພັນກຳມະບານ​ນະຄອນ​ທຽນ​ສິນ​ໄດ້ຊາບູ​ສະພາບ​ການ​ຂອງ​ທ່ານ​ແລ້ວ,​ໄດ້ຈັດ​ຄອບຄົວ​ຂອງ​ທ່ານ​ເປັນ​ເປົ້າ​ໝາຍ​ຊ່ອຍ​ເຫຼືອ.ທ່ານ​ວາງ​ເອີ​ລີ​ໄດ້​ຈົກ​ເອົາ​ບັດ​ສີຂຽວ​​ໃບ​ໜຶ່ງຈາກ​ລີ້ນຊັກ​​ແລະ​ເວົ້າ​ວ່າ:ນີ້​ແມ່ນ​ບັດ​ຂຽວ​ທີ່​ສະຫະ​ພັນກຳມະບານ​ນະຄອນ​ທຽນ​ສິນ​ເບີກ​ໃຫ້,​ໃນ​ຍາມ​ທຳ​ມະ​ດາ,ທ່ານ​ສາມາດ​​ໄດ້​ຮັບ​ເຄື່ອງ​ໃຊ້​ປະຈຳ​ວັນ​ຈຳນວນ​ໜຶ່ງ​​ໂດຍ​ອີງ​ຕາມ​ບັດ​ດັ່ງກ່າວ.​ເມື່ອ​ຮອດ​ມື້ບຸນ,ຜູ້ນຳ​ນະຄອນ​ທຽນ​ສິນ​ຍັງ​ໄປ​ຢາມ​ທ່ານ,ສົ່ງ​ເງິນ​ແລະ​ເຄື່ອງ​ຂອງ​ໃຫ້​ທ່ານ.ທ່ານ​ວາງ​ເອີ​ລີ​ເວົ້າ​ວ່າ,​ບຸນ​ກຸດ​ຈີນ​ປີ​ນີ້,ໝົດ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ​ຈະ​​ຫໍ່​ກ້ຽວ,ກິນ​ເຂົ້າ​ຮ່ວມ​ພາ,ທ່ານຂໍ​ອວຍພອນ​ໃຫ້​ໝົດ​ຄອບຄົວ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ,​ແລະ​ຂໍອວຍພອນ​ໃຫ້​ປະ​ເທດ​ຊາດ​ຍິ່ງ​ຮັ່ງມີ​ເຂັ້ມ​ແຂງ​ກວ່າ​ເກົ່າ.

ນັກ​ຂ່າວ​ໄດ້​ຊາ​ບຈາກ​ສະຫະພັນກຳມະບານ​ແຫ່ງ​ຊາດ​ຈີນ​ວ່າ,​ເພື່ອ​ໃຫ້​ຄອບຄົວ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ດຳ​ລົງ​ຊີວິດ​ຄື​ທ່ານ​ວາງ​ເອີ​ລີ​ໄດ້​ເອົາ​ບຸນ​ເປັນ​ຢ່າງ​ດີ,​ກ່ອນ​ບຸນ​ກຸດ​ຈີນ​ທຸກ​ປີ,ອົງການ​ກຳມະບານ​ທຸກ​ຂັ້ນ​ຂອງ​ຈີນ​ແລະ​ພາກສ່ວນ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຂອງ​ຈີນ​ກໍຕ້ອງ​ໄປ​ຢາມ​ພວກ​ເຂົາ​ເຈົ້າ,ສົ່ງ​ອາຫານ​ໃນ​ ​ບຸນປີ​ໃໝ່​ແລະ​ເຄື່ອງ​ໃຊ້​ປະຈຳ​ວັນ​ໃຫ້​ພວກ​ເຂົາ​ເຈົ້າ.​ກ່ອນບຸນ​ກຸດ​ຈີນປີ​ນີ້,ພຽງ​ແຕ່​ສະຫະພັນ​ກຳມະບານ​ແຫ່ງ​ຊາດ​ຈີນ​ກໍ​ໄດ້​​ສົ່ງ​ເງິນຢື້​ຢາມຖາມ​ຂ່າວ35​ລ້ານ​ຢວນ.