|
 |
(GMT+08:00)
2005-02-04 21:02:28
|
ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າຂອງສ.ເກົາຫຼີຈະໄປອາເມລິກາເພື່ອຫາລືບັນຫານິວເຄຼຍແຫຼມເກົາຫຼີ
cri
Author: li
ຕາມຂ່າວ CRI: ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ເຊອຸ່ນໃນວັນທີ 4 ກຸມພາ ທ່ານເຈິງດົງຢົງ ລັດຖະມົນຕີກະຊວງເອກະພາບຂອງສ.ເກົາຫຼີກ່າວວ່າ,ທ່ານບານກີມູນ ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າຂອງສ.ເກົາຫຼີມີແຜນຈະໄປຢ້ຽມຢາມອາເມລິກາໃນວັນທີ 14 ກຸມພາ,ເພື່ອພົບປະກັບທ່ານນາງໄລສ໌ ລັດຖະມົນຕີການຕ່າງປະເທດອາເມລິກາກ່ຽວກັບບັນຫານິວເຄຼຍຂອງແຫຼມເກົາຫຼີ.
ທ່ານເຈິງດົງຢົງເວົ້າວ່າ,ຝ່າຍສ.ເກົາຫຼີຄອງຄອຍໃຫ້ການເຈລະຈາ 6 ຝ່າຍຮອບໃໝ່ທີ່ໝາຍຈະແກ້ໄຂບັນຫານິວເຄຼຍຂອງແຫຼມເກົາຫຼີນັ້ນຈັດຂຶ້ນໂດຍໄວ,ແລະຫວັງໃຫ້ສປປເກົາຫຼີທຳປະຕິກິລິຍາຢ່າງຕັ້ງໜ້າໂດຍໄວ. ທ່ານກ່າວເນັ້ນວ່າ,ການໜ່ວງໜ່ຽວເວລາບໍ່ສອດຄ່ອງກັບຜົນປະໂຫຍດຂອງຝ່າຍໃດໆໝົດ,ບັນດາຝ່າຍລ້ວນແຕ່ຄວນທຳຄວາມພະຍາຍາມຫຼາຍກວ່າເກົ່າເພື່ອແກ້ໄຂບັນຫານິວເຄຼຍແຫຼມເກົາຫຼີ.
|
|
|