|
 |
(GMT+08:00)
2005-01-29 17:24:44
|
ທ່ານອັບບາສເດີນທາງໄປຮອດເລີແກເລີ່ມຢ້ຽມຢາມເອຢິບ
cri
Author: zl
ຕາມຂ່າວCRI:ວັນທີ 28 ມັງກອນ, ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນໄດ້ເດີນທາງໄປຮອດເລີແກນະຄອນຫຼວງເອຢິບ,ເລີ່ມຢ້ຽມຢາມເອຢິບຢ່າງເປັນທາງການເປັນເວລາສອງມື້.
ຢູ່ເລີແກ,ທ່ານອັບບາສເວົ້າວ່າ,ອົງການອຳນາດແຫ່ງຊາດປາເລັສຕີນຈະທຳຄວາມພະຍາຍາມສຸດຂີດຄວບຄຸມສະຖານະການຄວາມປອດໄພປາເລັສຕີນ,ທັງໄດ້ກຽມພ້ອມເປັນຢ່າງດີ ຄຸ້ມຄອງວຽກງານຄວາມປອດໄພຂອງເຂດປາເລັສຕີນທັງໝົດຫຼັງອິສຣາແອນຖອນອອກໄປແລ້ວ.ທ່ານຍັງເວົ້າວ່າ,ທ່ານຄອງຄອຍພົບປະກັບທ່ານຊາລົງ ນາຍົກລັດຖະມົນຕີອິສຣາແອນ.
ທ່ານຊາອາສ໌ ລັດຖະມົນຕີການຕ່າງປະເທດຂອງລັດຖະບານປາເລັສຕີນປົກຄອງຕົນເອງທີ່ເປັນເພື່ອນທ່ານອັບບາສໄປຢ້ຽມຢາມນັ້ນ ໄດ້ເວົ້າວ່າ,ການຢ້ຽມຢາມຂອງທ່ານອັບບາສເທື່ອນີ້ແມ່ນໝາຍຈະພ້ອມກັນກັບຝ່າຍເອຢິບຊອກຄົ້ນການເຄື່ອນໄຫວບາດໜ້າທີ່ຈັດຂະບວນວິວັດສັນຕິພາບປາເລັສຕີນອີສຣາແອນຄືນໃໝ່.
|
|
|