ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-25 08:38:28    
ແດນ​ສະ​ຫວັນ​ທີ່​ມີ​​ແສງ​ແດດ​ອົບ​ອຸ່ນ(ສຽງ)

cri Author: huachunmei

ຕໍ່​ໄປ​ເຊີນ​ຟັງ​ເພງ​ດຽວ​ໂດຍ​ຍິງ​ທີ່​ໃຫ້​ຊື່​ວ່າ​"ຊັ້ງ​ທຽນ​ຢາ​ວ". ​ເພງ​ເທິງ​ຟ້າ​ພາກ​ຕົ້ນ​ຂອງ​ດົນ​ຕີ​ດັ່ງ​ກ່າວ​ແມ່ນ​ເພງ​ພື້ນ​ເມືອງ​ເຜົ່າ​ຈ້ວງ​ເຂດ​ກວາງ​ຊີ, ​ຮ້ອງ​ເປັນ​ພາ​ສາ​ເຜົ່າ​ຈ້ວງ, ​ນາງ​ສາວ​ເຜົ່າ​ຈ້ວງ 60 ຄົນ​ນຸ່ງ​ເສື້ອ​ດຳ ມື​ຖື​ຂິມ​ບູຮານ, ​ໃສ່​ໝາກ​ກະ​ດິ່ງ​ຂາ, ​ສຽງ​ຂິມ​ກັບ​ສຽງ​ໝາກ​ກະ​ດິ່ງ​ປະ​ສົມ​ປະສານ​ກັນ, ​ມ່ວນ​ປານ​ດົນ​ຕີ​ທຳ​ມະ​ຊາດ. ​ພາກ​ປາຍ​ແມ່ນ​ເພງ​ຮ້ອງ​ດ່ຽວ ຂັບ​ຮ້ອງ​ໂດຍ​ນາງ​ຫວງ​ອິ່ງ ນັກ​ຮ້ອງ​ສຽງ​ສູງ​ທີ່​ອາ​ເມ​ລິ​ກາ, ກໍ​ແມ່ນ​ເພງ​ສໍລະ​ເສີນ​ບ້ານ​ເກີດ​ຂອງ​ເຜົ່າ​ຈ້ວງ​ຄື​ກັນ, ​ແຕ່​ເມື່ອ​ໃຊ​ວິ​ທີ​ຮ້ອງ​ສອງ​ຢ່າງ​ທີ່​ຕ່າງ​ກັນ, ມາ​ທຽບ​ຄຽງ​ກັນ​ແລ້ວ​ກໍ​ຮູ້​ສຶກ​ວ່າ, ​ມັນ​ເປັນ​ຕາ​ຟັງ​ແທ້ໆ.

ຕໍ່​ໄປ​ເຊີນ​ຟັງ​ງິ້ວ​"ຄູ່​ຮັກ​ອຳ​ລາ​ກັນ"​ທີ່​ຄັດ​ເອົາ​ຈາກ​ງິ້ວ​ແຂວງ​ເຈີ້​ຈຽງ​ຊື່​ວ່າ​"ທ້າວ​ລຽງ​ຊານ​ໂປະ​ກັບ​ນາງ​ຈູ​ອິ່ງ​ຖາຍ​" ຂັບ​ຮ້ອງ​ໂດຍ​ທ່ານ​ມາວ​ເວີ່ຍ​ທ່າວ​ກັບ​ນາງ​ເຫີ​ໄຊ​ເພີຍ.

ງານ​ລາ​ຕີ​ໄດ້​ສ້ຽງ​ສຸດ​ລົງ​ທ່າມ​ກາງ​ສຽງ​ເພງ​ທີ່​ນຳ​ໂດຍ​ທ່ານ​ເລີຍ​ເຈ່ຍ​ ນັກ​ຮ້ອງ​ໜຸ່ມ.

​​ເນື້ອ​ເພງ​ມີ​ຢູ່​ວ່າ: ​ຢູ່​ບູ​ລະ​ພາ​ປະ​ເທດ​ມີ​ກາບ​ກອນ​ອຸ​ດົມ​ສົມ​ບູນ​ມີ​ເພງ​ຮ້ອງ​ບໍ່​ບົກ​ແຫຼ້ງ​ຈັກ​ເທື່ອ, ປະ​ຫວັດ​ສາດ​ຍືດ​ຍາວ​ປານ​ພູ​ດອຍ​ສະ​ຫຼັບ​ສັບ​ຊ້ອນ​ແລະ​ໜ້າ​ນ້ຳກ​ວ້າງ​ໃຫຍ່​ສຸດ​ສາຍ​ຕາ. ລົມ​ພັດ​​ເມກ​ເຝື້ອ, ​ບ່າວ​ສາວ​ພ້ອມ​ກັນ​ຟ້ອນ​ລຳ​ທຳ​​ເພງ​ໃນ​ລຶກ​ງາມ​ຍາມ​ດີ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ທີ່​ຟັງ​ມານັ້ນ​ແມ່ນ​ອັດ​ສຽງ​ຖ່າຍ​ທາດ​ສົດ​ສ່ວນ​ໜຶ່ງ​ທີ່​ຄັດ​ເລືອກ​ຈາກ​ພິ​ທີ​ໄຂ​ງານ​ສິ​ລະ​ປະ​ຈີນ​ຄັ້ງ​ທີ 7 ທີ່​ໃຫ້​ຊື່​ວ່າ"​ແດນ​ສະ​ຫວັນ​ທີ່​ສາດ​ສ່ອງ​ໄປ​ດ້ວຍ​ແສງ​ຕາ​​ເວັນ". ລາຍ​ການ​ນັດ​ພົບ​ໃນ​ວັນ​ອາ​ທິດ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້, ​ຂອບ​ໃຈ​ທີ່​ທ່ານ​ຮັບ​ຟັງ ພົບ​ກັນ​ໃໝ່​​ໃນ​ອາ​ທິດ​ໜ້າ, ​ສະ​ບາຍ​ດີ!
1  2