ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-24 17:56:41    
ປັກ​ກິ່ງ​ກຽມ​ງານ​ກິລາ​ໂອ​ລິ​ມ​ປິກ​ປີ 2008 ຕາມ​ຫຼັກ​ວິ​ທະ​ຍາ​ສາດ​(ສຽງ)

cri Author: lm

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ເວົ້າສຳລັບ​ວຽກງານກະກ​ຽມງານ​ກິລາ​ໂອ​ລິ​ມປິກຂອງ​ນະ​ຄອນ​ປັກ​ກິ່ງ​ແລ້ວ ປີ 2004 ແມ່ນ​ປີ​ສຳຄັນ, ສະໜາມ​ກາງ​ແຈ້ງ​ແລະ​ສະໜາມ​​ໃນ​ຫົ່ມ​ຂອງ​ງານ​ກິລາ​ໂອ​ລິ​ມ​ປິກ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ຕາມໆ​ກັນ, ​ແຜນການ​ພັດທະນາ​ຕະ​ຫຼາດ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ, ການ​ປະ​ກວດສັນຍາ​ລັກນຳ​ໂຊກແລະ​ຄຳ​ຂວັນ​ຂອງງານ​ກິລາ​ໂອ​ລິ​ມປິກ​​​ໃນ​ທົ່ວ​ໂລກ​ໄດ້​ພາ​ໃຫ້​ມີ​ການ​ຕອບ​ສະໜອງຢ່າງ​ຟົດຟື້ນ…ຍິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ ​ເມື່ອ​ໄດ້​ເຫັນ​ນະຄອນ​ອາ​ແຕນ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃຫຍ່ຫຼວງ​ໃນ​ງານ​ກິລາ​ໂອ​ລິ​ມປິກ​​ແລ້ວ, ປັກ​ກິ່ງ​ຕັດສິນ​ໃຈ​ຖອດ​ຖອນ​ເອົາ​ບົດ​ຮຽນ​ກ້າວໜ້າ​ຂອງຜູ່​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນຢ່າງ​ຕັ້ງໜ້າ, ພິຈາ​ລະ​ນາ​ແລະ​ປັບ​ປຸງ​ທັດ​ສະ​ນະ​ຄະຕິ​ຂອງ​ການກະກຽມງານ​ກິລາ​ໂອ​ລິ​ມປິກ​ຂອງ​ຕົນ​ຄືນ​ໃໝ່​ດ້ວຍ​ທ່າ​ທີ​ວິ​ທະ​ຍາ​ສາດ​. ​

ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນທີ່​ຈັດ​ຂຶ້ນ​ໃນ​ເດືອນສິງຫາ​ປີ 2004 ​ໄດ້ສິ້ນ​ສຸດ​ລົງ​ນັ້ນ, ​ເປັນ​ຂີດ​ໝາຍສະ​ແດງ​ໃຫ້​ເຫັນວ່າ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ເຂົ້າສູ່​ໄລຍະກະ​ກຽມ​ງານ​ກິລາ​ໂອ​ລິ​ມ​ປິກ​ປັກ​ກິ່ງ​ແລ້ວ. ​ເມື່ອ​ທ້າຍ​ເດືອນ​ຕຸລາ​ປີ 2004, ​ໃນ​ເວລາ​ທ່ານຊັກ ​ໂຣ​ເກ ປະ​ທານ​ຄະ​ນະ​ກຳ​ມະການ​​ໂອ​ລິ​ມປິກ​ສາກົນ​ມາ​ຢ້ຽມຢາມ​ຢູ່ປັກ​ກິ່ງ, ທ່ານ​ກ່າວ​ວ່າ, ງານ​ກິລາ​ໂອ​ລິ​ມ​ປິກ​ປັກ​ກິ່ງ​ໄດ້​ຜ່ານຈາກ "​ໄລ​ຍະ​ວາງ​ແຜນ" ​ເຂົ້າສູ່​ "ໄລຍະປະຕິບັດຮອບດ້ານ".​ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິ​ມປິກ​ອາ​ແຕນ, ຄະນະ​ກຳມະການ​ຈັດຕັ້ງງານ​ກິລາ​ໂອ​ລິ​ມ​ປິກ​ປັກ​ກິ່ງ​ໄດ້​ສົ່ງ​ພະ​ນັກ​ງານ 400 ກວ່າ​ທ່ານ​ໄປ​ອາ​ແຕນ, ​ຮ່ຳຮຽນແລະ​ຖອດ​ຖອນ​ເອົາ​ບົດຮຽນ​ທີ່​ສຳ​ເລັດ​ຜົນ​ຂອງ​ງານ​ກິ​ລາ​​ໂອ​ລິ​ມປິກ​ອາ​ແຕນ.

​ເມື່ອ​ປັກ​ກິ່ງ​ຮ້ອງ​ຂໍ​​ເປັນ​ເຈົ້າພາບຈັດ​ງານກິລາ​ໂອ​ລິ​ມປິກ​ປີ 2008 ​ໄດ້​ສຳ​ເລັດ​ຜົນ​ແລ້ວ, ກໍ​ໄດ້​ສະ​ເໜີ​ວ່າ​ຈະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໃຫ້​ເປັນ​ງານ​ກິລາ​ຄັ້ງ​ໜຶ່ງ​ທີ່​ຕື່ນ​ເຕັ້ນ​ໜ້າ​ຊົມ, ອັນ​ເປັນ​ການ​ປຽບທຽບ​ຢ່າງ​ຈະ​ແຈ້ງ​ກັບ "ທຳນອງ​ຕ່ຳ​"​ໃນ​ເບື້ອງ​ຕົ້ນ​ຂອງ​ງານ​ກິ​ລາ​ໂອ​ລິ​ມປິກ​ອາ​ແຕນ. ​ໃນ 3 ປີ​ທີ່​ຜ່ານ​ມາ, ຄະນະ​ກຳມະການໂອ​ລິ​ມປິກ​ສາກົນ​ກໍ​ຍ້ອງຍໍ​ວຽກ​ງານ​ກະ​ກຽມ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ບໍ່ຢຸດບໍ່​ເຊົາ, ສະນັ້ນ ທົ່ວ​ໂລກ​​ໄດ້​ຝາກ​ຄວາມ​ຫວັງ​ນຳ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008, ​ເຫັນ​ວ່າ​ປັກ​ກິ່ງ​ຈະ​ລື່ນ​ກາຍ​ອາ​ແຕນ​ຢ່າງ​ແນ່​ນອນ. ​ເມື່ອ​ງານ​ກິ​ລາ​ໂອ​ລິ​ມປິກ​ອາ​ແຕນ​ໄດ້​ຮັບ​ຜົນສຳ​ເລັດ​ແລ້ວ ກໍ​ເປັນ​ທີ່​ແນ່ນອນ​ວ່າ​ຄົນ​ທັງ​ຫຼາຍ​ຈະ​ຮຽກ​ຮ້ອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ສູງ​ກວ່າ​ເກົ່າ. ທ່ານ​ສາ​ສະ​ດາ​ຈານ​ຊຸນ​ຈຽນ ຜູ່​ຊ່ຽວ​ຊານ​ສູນ​ງານ​ກິລາ​ໂອ​ລິ​ມປິກ​ມະນຸດ​ສາດ​ຂອງ​ມະຫາວິ​ທະ​ຍາ​ໄລ​ປະ​ຊາ​ຊົນ​ຈີນ​ຊີ້​ອອກ​ວ່າ: ຄະ​ນະ​ກຳ​ມະ​ການ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ຮູ້ສຶກ​ວ່າ, ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ໄດ້​ຮັບ​ຜົນ​ສຳ​ເລັດຢ່າງ​ໃຫຍ່ຫຼວງ​ເຮັດ​ໃຫ້​ພວກ​ທ່ານ​ຮູ້ສຶກ​ມີ​ຄວາ​ມ​ກົດ​ດັນ​, ປັກ​ກິ່ງ​ມີ​ແຕ່​ພະ​ຍາ​ຍາມ​ຫຼາຍ​ກວ່າ, ຈຶ່ງ​ຈະ​ໄດ້​ຮັບ​ຜົນງານ​ດີ​ຄື​ກັນ​ກັບ​ອາ​ແຕນ. ສ່ວນ​​ວຽກ​ງານ​ກະ​ກຽມ, ສຳ​ຄັນ​ກວ່າ​ໝູ່​ແມ່ນ ພະນັກງານ​ຂອງ​ປັກ​ກິ່ງ​ຕ້ອງ​ທຸ່ນ​ທ່ຽງ, ຍຶດ​ໝັ້ນ​ນ້ຳ​ໃຈ​ວິ​ທະ​ຍາສາດ.

ພາຍຫຼັງຮ້ອງ​ຂໍ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ສຳ​ເລັດ​ຜົນ​ແລ້ວ ປັກ​ກິ່ງ​ເຄີຍ​ກ່າວ​ວ່າ, ສະໜາມ​ກິລາກາງ​ແຈ້ງ​ແລະ​​ໃນຫົ່ມ​ທັງ​ໝົດຂອງ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008 ລ້ວນ​ແຕ່​ຈະ​ສ້າງ​ສຳ​ເລັດ​ກ່ອນ​​ເປີດງານ​ກິລາ​ໂອ​ລິ​ມປິກປີ​ເຄິ່ງຄື​ໃນ​ທ້າຍ​ປີ 2006. ຖ້າ​ປັກ​ກິ່ງ​ເຮັດ​ຕາມ​ຄຳ​ໝັ້ນສັນຍາ​ດັ່ງກ່າວ​ແລ້ວ,ຈະ​​ເປັນສະຖິຕິ​ທີ່​ກໍ່ສ້າງ​ສະໜາມກິລາຂອງ​ງານ​ກິລາ​ໂອ​ລິ​ມປິກສຳ​ເລັດ​ໄວ​ກວ່າ​ທຸກ​ຄັ້ງທີ່​ຜ່ານ​ມາ. ​ແຕ່​ວ່າການ​ສ້າງ​ສະໜາມກິລາ​ສຳ​ເລັດ​ກ່ອນ​ປີ​ເຄິ່ງ ​ແນ່ນອນ​ແລ້ວ​ຈະ​ຮັບປະກັນ​ໃຫ້ມີ​ເວລາ​ພຽງພໍມາຈັດງານ​ແຂ່ງ​ຂັນ​ທົດລອງ, ​ແຕ່​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຮັກສາ​ບົວລະ​ບັດສະໜາມ​ກິລາເຫຼົ່ານີ້​ຈະ​ເພີ່ມ​ຂຶ້ນ, ນີ້​ຈະ​​ເຮັດ​ໃຫ້​ປັກ​ກິ່ງທີ່ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຮັບ​ພາລະທາງ​ເສດຖະກິດ​​ອັນ​ໜັກ​ໜາ.

ສ​ະນັ້ນ ​ ພາຍຫຼັງ​ໄດ້​ວາງ​ແຜນ​ດ້ານ​ຄວາມ​ປອດ​ໄພ ການ​ລົງທຶນ​ແລະ​​ເວລາ​ການ​ກໍ່​ສ້າງ​ຂອງ​ສະໜາມກິລາ​ແລ້ວ, ຄະນະ​ກຳມະການ​ຈັດຕັ້ງງານ​ກິລາ​ໂອ​ລິ​ມ​ປິກ​ປັກ​ກິ່ງ​ສະ​ເໜີ​ໃນ​ກອງ​ປະ​ຊຸມ​ຄົບ​ຄະນະ​ຄັ້ງທີ 116 ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນທີ່​ໄຂ​ຂຶ້ນຢູ່​ອາ​ແຕນ​​ເມື່ອ​ເດືອນ​ສິງຫາ​ປີ 2004 ວ່າ ຈະ​ເລື່ອນ​ເວລາ​ການ​ສ້າງ​ສະ​ໜາມ​ກິລາ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​​ໃຫ້​ສຳ​ເລັດ​ໄປ​ອີກປີ​ໜຶ່ງ​. ນອກຈາກ​ໂຄງການ​ຈຳນວນ​ໜ້ອຍ​ຈະ​ສ້າງ​ສຳ​ເລັດ​ໃນ​ທ້າຍ​ປີ 2006 ຍ້ອນ​ຄວາມ​ຕ້ອງການ​ຂອງ​ການ​ແຂ່ງຂັນສາກົນ​ບາງ​ລາຍ​ການ​ແລ້ວ, ສະໜາມກິລາ​ແລະ​ສິ່ງ​ກໍ່ສ້າງ​ທີ່​ກ່ຽວຂ້ອງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ຈະ​ສ້າງ​ສຳ​ເລັດ​ຕາມໆ​ກັນ​ໃນ​ປີ 2007. ກ່ຽວ​ກັບ​ບັນຫານີ້ ທ່ານ​ຊາວ​ຊື​ເວີຍ ຮອງ​ຫົວ​ໜ້າ​ພະ​ແນ​ກຖະ​ແຫຼງຂ່າວໂຄສະນາຂອງ​ຄະນະ​ກຳມະ​ການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມ​ປິກ​ປັກ​ກິ່ງ​ກ່າວ​ວ່າ, ການ​ສ້າງ​ສະໜາມກິລາ​ໃຫ້​ສຳ​ເລັດ​ບໍ່​ແມ່ນ​ຍິ່ງ​ໄວ​ກໍຍິ່ງ​ດີ, ຫາກ​ແມ່ນ​ຕ້ອງ​ຕິດ​ແທດ​ຕົວ​ຈິງ​ແລະ​ສ້າງ​ສຳ​ເລັດ​ໃນ​ເວລາ​ອັນ​ເໝາະ​ສົມ​ຈຶ່ງ​ຈະ​ດີ. ທ່ານ​ເວົ້າວ່າ: ​ໃນ​ປີ​ຜ່ານ​ມາ, ພາຍ​ໃຕ້​ຄວາມ​ພະຍາຍາມ​ຂອງ​ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງ​ແລະ​ຄະນະ​ກຳມະການ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ພວກ​ຂ້າພະ​ເຈົ້າ​ໄດ້​ສັບ​ຊ້ອນ​ກິດຈະການ​ກໍ່ສ້າງ​ສະໜາມ​ກິລາ​ຂອງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ການສັບ​ຊ້ອນ​ເທື່ອ​ນີ້​​ສຳຄັນຫຼາຍ, ​ໄດ້​ຮັບ​ຜົນ​ດີ​ສົມຄວນ​ໂດຍ​ຕາມ​ມາດຖານ​ທີ່ "​ໃຊ້​ໄດ້​ແລະ​ກະທັດ​ຮັດ".

​ໃນ​ບັນຫາ​ຄ່າ​ໃຊ້​ຈ່າຍ​ຂອງ​ການຈັດ​ງານ​ກິລາ​ໂອ​ລິ​ມປິກ, ປັກ​ກິ່ງ​ກໍ່​ຕັດສິນ​ໃຈ​ຖອດ​ຖອນ​​ເອົາບົດຮຽນ​ຂອງ​ອາ​ແຕນ, ຄິດ​ໄລ່​ຢ່າງ​ລະອຽດ. ຕາມ​ສະຖິຕິ​ຂອງ​ພາກສ່ວນ​ການ​ເງິນ​​ເກຼັກ, ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ໄດ້​ກາຍ​ເປັນ​ງານ​ກິລາ​ໂອ​ລິ​ມປິກ​ທີ່​​ໃຊ້​ເງິນຫຼາຍກວ່າ​ທຸກ​ຄັ້ງໃນ​ປະຫວັດສາດ, ມີ​ປະມານ 9 ຕື້​​ເອີ​ໂຣ, ພາຍຫຼັງງານ​ກິລາ​ໂອ​ລິ​ມປິກ​ສິ້ນ​ສຸດ​ລົງ​ແລ້ວ, ສະໜາມກິລາຫຼາຍ​ແຫ່ງ​ບໍ່​ໄດ້​ໃຊ້​ອີກ​ແລ້ວ, ດັ່ງນັ້ນ ລັດຖະ​ບານ​ເກຼັກກໍ່​​ໄດ້ຫາບ​ແບກ​ພາລະ​ອັນໜັກໜາ. ສະນັ້ນ, ​ໃນ​ໄລຍະ​ກໍ່ສ້າງສະໜາມ "ຮັງ​ນົກ" ​ເຊິ່ງ​ແມ່ນ​ສະ​ໜາມ​ກິ​ລາ​ກາງຂອງ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008, ປີ​ນີ້ ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງຈະປັບປຸງ​ແຜນຜັງ​ກິດຈະການ​​ດ້ວຍທ່າ​ທີວິທະຍາສາດ​ແລະ​ຕິດ​ແທດ​ຕົວ​ຈິງ, ຫວັງ​​ຫຼຸດ​ຄ່າ​ກໍ່ສ້າງລວມໄຕ້ປະຖົມ​ປັດ​ໄຈ​ທີ່​ບໍ່​​​​ເ​ຕະຕ້ອງເຖິງ​ຄຸນ​ນະພາ​ບຂອງ​ກິດຈະການ,. ​ເມື່ອ​ຜູ່​ຊ່ຽວ​ຊານ​ດ້ານ​ສະ​ຖາ​ປະ​ນິກຂອງຈີນ​ແລະ​ຕ່າງປະ​ເທດຫຼາຍສິບທ່ານໄດ້​ຄົ້ນຄວ້າ​ຫຼາຍ​ຫຼົບ​ຫຼາຍ​ຕ່າວ​ແລ້ວສະ​ເໜີ​ຜັງ​ໃໝ່, ນະຄອນ​ປັກ​ກິ່ງ​ໄດ້​ຕົກລົງ​ຍົກ​ເລີກຫຼັງຄາ​ສະ​ໜາມ​ກິ​ລາທີ່​ສາມາດ​ເປີດໄດ້​ຂອງຜັງ​​ເກົ່າ, ​ທັງ​ໄດ້​ປັບປຸງ​ໂຄງ​ຮ່າງເຫຼັກກ້າ, ​ເປັນ​ແນວ​ນີ້ກໍ​ໄດ້​ໃຊ້​ເຫຼັກ​ກ້າ​ໜ້ອຍ​ລົງ​​ໃນ​ໜ້າ​ພຽງ​ກວ້າງ. ຜູ່​ຊ່ຽວຊານ​ເຫັນ​ວ່າ, ພາຍຫຼັງ​ໄດ້ປັບປຸງ​ໃໝ່ແລ້ວ​ ຜັງ "ຮັງ​ນົກ" ບໍ່​ພຽງ​ແຕ່ບໍ່ໄດ້​ຫຼຸດ​ລະດັບຄຸນນະພາບໃຫ້ຕ່ຳລົງທໍ່ນັ້ນ ຫາກຍັງໄ​ດ້​ຍົກ​ລະ​ດັບ​ຄວາມ​ປອດໄພຂອງໂຄງສ້າງອີກ​ຊ້ຳ, ແລະ​ເຮັດໃຫ້ຄ່າກໍ່​ສ້າງ​ຂອງກິດຈະການ​ຍິ່ງ​ສົມ​ເຫດ​ສົມ​ຜົນ​ກວ່າ. ເມື່ອ​ທ້າຍ​ເດືອນ​ທັນວາປີ 2004, ສະ​ໜາມ​ກິ​ລາ "ຮັງນົກ" ທີ່​ໄດ້​ປັບ​ປຸງຜັງ​ໃໝ່​ແລ້ວ​ນັ້ນ​ໄດ້ຟື້ນ​ຟູ​ການ​ກໍ່​ສ້າງ​ອີກ. ນອກ​ນີ້, ໂດຍ​ພິຈາ​ລະ​ນາ​ເຖິງ​ການ​ນຳ​ໃຊ້​ຕໍ່​ໄປຫຼັງ​ງານກິ​ລາ​ໂອ​ລິມ​ປິກແລະນຳໃຊ້​ສິ່ງ​ກໍ່​ສ້າງ​ກິ​ລາ​ເກົ່າ​ທີ່ມີຢູ່​ໃນ​ປະ​ຈຸ​ບັນ​ຢ່າງ​ເຕັມ​ທີ່, ຄະ​ນະ​ກຳມະການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ກຽມ​ຈະ​ສັບ​ຊ້ອນ​ທີ່​ຕັ້ງ​ຂອງ​ສະ​ໜາມ​ກິລາ 5 ແຫ່ງ, ປະຈຸບັນ ພວກທ່ານພວມ​ປຶກສາ​ຫາ​ລື​ກັບ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ແລະ​ອົງ​ການ​ກິ​ລາ​ລາຍ​ສະ​ເກາະ​ສາກົນ.

ເມື່ອຫວນຄືນວຽກງານໃນປີຜ່ານມາ, ທ່ານສາສະດາຈານຊຸນຈຽນ ຜູ່ຊ່ຽວຊານ​ງານ​ກິ​ລາ ໂອລິມປິກໄດ້ຕີລາຄາສູງຕໍ່ວຽກງານ​ກະ​ກຽມ​ງານ​ກິລາໂອລິມປິກປັກກິ່ງ. ທ່ານ​ເວົ້າ​ວ່າ: ປີ 2004, ວຽກງານກະກຽມງານກິລາໂອລິມປິກປັກກິ່ງໄດ້ຜ່ານປີໜຶ່ງທີ່ມີວິທະຍາ​ສາດ. ຈາກ​ຊັ້ນ​ຕົກ​ລົງ​ລົງຮອດພະນັກງານທຳ​ມະ​ດາ, ລ້ວນແຕ່ເຮັດ​ວຽກ​ຢ່າງ​ເອົາ​ຈິງ​ເອົາ​ຈັງ, ຮ່ຳ​ຮ​ຽນ​ແລະ​ຖອດຖອນເອົາບົດຮຽນ​ຂອງ​ຕ່າງປະ​ເທດຕາມຫຼັກວິທະຍາສາດ, ເຊື່ອ​ວ່າ​ໃນ 4 ປີ​ຂ້າງ​ໜ້າ​ນີ້, ປັກ​ກິ່ງ​ຈະ​ກະ​ກຽມງານກິລາໂອລິມປິກຍິ່ງມີວິທະຍາສາດ.

ທ່ານຜູ່ຟັງທີ່ໂຄລົບ, ລາຍການໂລກກິລາພາກນີ້​ຂໍ​ສ້ຽງ​ສຸດ​ລົງພ​ຽງທໍ່​ນີ້, ພົບ​ກັນ​ໃໝ່​ໃນ​ອາ​ທິດ​ໜ້າ, ສະ​ບາຍດີ.