ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-24 10:02:20    
ດົນ​ຕີ​ເສບ​ດ້ວຍ​ຂຸ່ຍ​ທີ່​ບັນ​ເລງ​ໂດຍ​ຈາງ​ເວີຍ​ລຽງ(ສຽງ)

cri Author: huachunmei

ທ່ານ​ຈາງ​ເວີຍ​ລຽງ​ເປັນ​ຄົນ​ດຸ​ໝັ່ນ​ຮຳ​ຮຽນ​ແລະ​ກ້າ​ປະ​ດິດສ້າງ, ທ່ານ​ບໍ່​ພຽງ​ແຕ່​ເປົ່າ​ຂຸ່ຍ​ເກັ່ງ​ທໍ່ນັ້ນ, ຫາກ​ຍັງຊ່າງ​ເສບ​ເຄື່ອງ​ເປົ່າ​ພື້ນ​ເມືອງ​ແນວ​ອື່ນ​ນຳ​ອີກ. ການ​ເສບ​ຂອງ​ທ່ານ​ບໍ່​ພຽງ​ແຕ່​ສາມາດ​ເສບ​ດ້ວຍ​ວິທີ​ດັ້ງ​ເດີມ​ທໍ່ນັ້ນ, ຫາກ​ຍັງ​ມີ​ການ​ເສບ​​ແບບ​ໃໝ່​ອີກ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ທີ່​ພວມ​ຟັງ​ຢູ່​ນີ້​ແມ່ນ​ດົນ​ຕີ​ເປົ່າ​ດ້ວຍ​ຂຸ່ຍ​ທີ່​ຊື່​ວ່າ​"ລຽງ​ສ່ຽວ" ​ແປ​ວ່າ​"ລາ​ຕີ​ດີງາມ" ​ເສບ​ໂດຍ​ທ່ານ​ຈາງ​ເວີຍ​ລຽງ. ​ແຕ່​​ເດີມ ດົນຕີ​ແມ່ນ​ເສບ​ດ້ວຍ​ຊໍ​ອູ້, ​ພາຍຫຼັງມາ​ຈິ່ງ​ຮຽບຮຽງ​ເປັນ​ດົນຕີ​ທີ່​ເສບ​ດ້ວຍ​ຂຸ່ຍ, ​ແລ້ວ​ບັງ​ເພີ່ມ​ສຽງ​​ເພງ​ແລະ​ສຽງ​ເຄື່ອງ​ດົນຕີ​ປະ​ເພດ​ດີດ​, ບວກ​ກັບ​ການ​ປັບປຸງ​ບາງ​ຢ່າງ​ໃນ​ວິທີ​ບັນ​ເລງ, ​ເຮັດ​ໃຫ້​ສຽງດົນຕີ​ຍິ່ງ​ມ່ວນ​ກວ່າ​ເກົ່າ.

​ທ່ານ​ຈາງ​ເວີຍລຽງ​ເຄີຍ​​ໄປສະ​ແດງ​ຢູ່​ອາ​ເມ​ລິ​ກາ ​ໂອ​ຕຼິສ ຝຣັ່ງ ອັງ​ກິດ ​ເຢຍລະ​ມັນ​ແລະ​ຍີ່ປຸ່ນ​ເປັນຕົ້ນ, ​ໄດ້​ຮັບ​ຄວາມ​ຊົມ​ເຊີຍຫຼາຍຈາກ​ຜູ່​ຊົມ​ຂອງ​ບັນດາ​ປະ​ເທດ.

ຕໍ່​ໄປ​ເຊີນທ່ານ​ຟັງ​ດົນຕີ​ເປົ່າ​ຂຸ່ຍ"ອູ​ຖົງ​​ແຢ້"ທີ່​ແຕ່ງ​ໂດ​ຍທ່ານ​ຈາງ​ເວີຍ​ລຽງ, ນີ້​ແມ່ນ​ດົນຕີ​ບົດ​ທຳ​ອິດ​ຂອງ​ທ່ານ, ​ເຊິ່ງ​ໄດ້​ໝູນ​ໃຊ້​ສຽງ​ຂຸ່ຍ​ອັນ​ອ່ອນ​ໂຍນ, ມາ​ວາດ​ພາບ​ທິວ​ທັດ​ທຳ​ມະ​ຊາດ, ​ແລະ​ສະ​ແດງ​ຈິດອາລົມ​ຂອງ​ຄົນ​ທັງຫຼາຍ.

​ໃນຫຼາຍປີ​ມາ​ນີ້, ທ່ານ​ຈາງ​ເວີຍ​ລຽງ​ໄດ້​ອັດ​ຈຳ​ໜ່າຍ​ແຜ່ນ CD ຫຼາຍສິບ​ແຜ່ນ ຄື, "ຊຽວ​ເຕີ​ຊື້​ແຈ້" ​ແປ​ວ່າ "​ໂລກ​ຂຸ່ຍ"​ແລະ"ສາ​ຢີ" ​ແປ​ວ່າ"ຝົນ​ນ້ຳຊາ"​ເປັນຕົ້ນ, ​ໃນນັ້ນ, "ສາ​ຢີ"​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ທີ່​ສຸດ. ຕອນ​ມ້ວນທ້າຍ​ຂອງ​ລາຍການ​ພາກ​ນີ້, ​ເຊີນ​ທ່ານ​ຟັງ​ດົນຕີ​ທີ່​ຊື່ວ່າ"​ແຢ້ລໍ້​ຊີ​ຈືຫູ"​ແປ​ວ່າ"ດວງ​ເດືອນ​ແຄມ​ໜອງ​ຊີ​ຈື" ​ເຊິ່ງ​ແມ່ນ​ດົນຕີ​ບົດ​ໜຶ່ງ​ໃນ​ປະມວນ​ດົນຕີ"ສາ​ຢີ", ດົນຕີ​ປະມວນ​ນີ້ລ້ວນ​ແຕ່​ຖືນ້ຳຊາ​ເປັນ​ເນື້ນ​ໃນຕົ້ນຕໍ, ທ່ານ​ຈາງ​ເວີຍລຽງ​ໄດ້​ວາດ​ພາບ​ນ້ຳຊາ ພາບ​ວິວທິດ​ທັດ ດົນຕີ​ແລະ​ຈິດ​ອາລົມ​ເຊື່ອມ​ໂຍງ​ເຂົ້າກັນ​ຢ່າງ​ກົມກຽວ, ສະ​ແດງ​ໃຫ້​ເຫັນ​ພາ​ບຊີວິດ​ຂອງ​ປະຊາຊົນ​ຢູ່​ພາກ​ໃຕ້​ແມ່ນ້ຳຢາງ​ເຊ​ຂອງ​ຈີນ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​ພາກ​ນີ້​ຂໍ​ສ້ຽງ​ສຸດລົງ​ພຽງທໍ່ນີ້, ຂອບ​ໃຈ​ທີ່​ທ່ານ​ຮັບ​ຟັງ ພົບ​ກັນ​ໃໝ່​​ໃນ​ອາທິດ​ໜ້າ, ສະບາຍດີ!


1  2