|
 |
(GMT+08:00)
2005-01-20 20:22:08
|
 |
ປັກກິ່ງວາງແຜນໃໝ່ສະເໜີເປົ້າໝາຍພັດທະນາຂ້າງໜ້າ
cri
ຕາມຂ່າວ CRI: ວັນທີ 19 ມັງກອນ ຢູ່ທີ່ປັກກິ່ງ ເຈົ້າໜ້າທີ່ຂອງຄະນະກຳມະການວາງແຜນນະຄອນປັກກິ່ງກ່າວວ່າ,ຮອດປີ 2020 ນະຄອນປັກກິ່ງຈະບັນລຸທັນສະໄໝຢ່າງຮອບດ້ານ,ກຳນົດຖານະທີ່ເປັນຕົວເມືອງສາກົນທີ່ມີເອກະລັກພິເສດຢ່າງເດັ່ນຊັດ. ເປົ້າໝາຍດັ່ງກ່າວແມ່ນກຳນົດໂດຍອີງຕາມແຜນການພັດທະນາກວມລວມຂອງປັກກິ່ງໃນ 15 ປີຂ້າງໜ້າ,ປັດຈຸບັນ ແຜນການພັດທະນາດັ່ງກ່າວໄດ້ຮັບການອະນຸມັດຈາກລັດຖະບານຈີນແລ້ວ.
ວັນທີ 19 ມັງກອນ ທ່ານວັງເຟ ຫົວໜ້າພະແນກປະສານງານຮຽບຮຽງຂອງຄະນະກຳມະການແຜນການນະຄອນປັກກິ່ງໄດ້ແນະນຳສະພາບຂອງແຜນການກວມລວມຂອງນະຄອນປັກກິ່ງໃນ 15 ປີຂ້າງໜ້າໃຫ້ນັກຂ່າວຈີນແລະຕ່າງປະເທດຊາບ. ທ່ານເວົ້າວ່າ,ເປົ້າໝາຍພື້ນຖານຂອງແຜນການກວມລວມນະຄອນປັກກິ່ງແມ່ນ,ຜ່ານຈາກການສັບຊ້ອນອົງປະກອບຕົວເມືອງແລະປ່ຽນແປງຮູບການເຕີບໂຕ,ຄວບຄຸມຂະໜາດຂອງຕົວເມືອງ,ຍົກຄຸນນະພາບພັດທະນາໃຫ້ສູງຂຶ້ນ,ຊຸກຍູ້ການພັດທະນາຕົວເມືອງຢ່າງປອດໄສ,ບັນລຸການພັດທະນາເສດຖະກິດ,ສັງຄົມແລະສິ່ງແວດລ້ອມຊີວະພາບຂອງນະຄອນປັກກິ່ງຢ່າງກ້ຳເກິ່ງກັນແລະກົມກຽວກັນ.
ທ່ານວັງເຟເວົ້າວ່າ,ການບຸກທະລຸອັນໃຫຍ່ຫຼວງຂອງແຜນການໃໝ່ນະຄອນປັກກິ່ງແມ່ນສັບຊ້ອນຢ່າງໃຫຍ່ຫຼວງຕໍ່ຊ່ອງຫວ່າງຂອງນະຄອນປັກກິ່ງໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາຕົວເມືອງກັບຊົນນະບົດຢ່າງເປັນເອກະພາບກັນແລະການພັດທະນາເຂດກວມລວມ.ທ່ານເວົ້າວ່າ:
"ໃນດ້ານຈັດວາງຊ່ອງຫວ່າງ,ແຜນການດັ່ງກ່າວຕົ້ນຕໍໄດ້ສະເໜີການຈັດວາງຊ່ອງຫວ່າງຕົວເມືອງທີ່ມີຫຼາຍໃຈກາງ. ໄດ້ປ່ຽນແປງສະຖານະພາບພັດທະນາທີ່ມີແຕ່ໃຈກາງດຽວຂອງນະຄອນປັກກິ່ງໃນປັດຈຸບັນ,ຍົກສັບພະຄຸນແກນກາງແລະກຳລັງແກ່ງແຍ່ງສັງລວມຂອງຕົວເມືອງໃຫ້ສູງຂຶ້ນ. ເມື່ອເປັນແນວນີ້,ຈະຊ່ອຍຜ່ອນຄາຍກຳລັງໜີບອັນມະຫາສານທີ່ເນື່ອງຈາກສັບພະຄຸນຂອງເຂດສັບພະຄຸນເຂດໃຈກາງຕົວເມືອງໂຮມສູນເກີນໄປ,ຊຸກຍູ້ການພັດທະນາຕົວເມືອງແລະຊົນນະບົດຢ່າງເປັນເອກະພາບກັນແລະການພັດທະນາເຂດຢ່າງກົມກຽວກັນ,ບັນລຸການພັດທະນາຕົວເມືອງຢ່າງໂຮມສູນ."
ທ່ານວັງເຟເວົ້າວ່າ,ແຜນການສະບັບໃໝ່ໄດ້ສືບທອດແລະຂະຫຍາຍການຈັດວາງທີ່ມີເສັ້ນທາງໃຈກາງດັ້ງເດີມຂອງນະຄອນປັກກິ່ງ,ບູລະນະສິ່ງກໍ່ສ້າງຕາມຖະໜົນຊານອານແລະຖະໜົນຍາວອອກຂອງມັນ,ຮັບປະກັນແລະເສີມຂະຫຍາຍພາລະບົດບາດຂອງນະຄອນປັກກິ່ງທີ່ເປັນນະຄອນຫຼວງແລະໃຈກາງວັດທະນະທຳຂອງຈີນ; ພ້ອມທັງສ້າງເຂດໃຈກາງໃໝ່ຫຼາຍແຫ່ງ,ລວມທັງເຂດໃຈກາງຂອງສວນວິທະຍາສາດເຕັກນິກສູງຈົງກວນຊູນ,ເຂດໃຈກາງໂອລິມປິກແລະເຂດການຄ້າໃຈກາງແລະອື່ນໆ.
ແຜນການສະບັບໃໝ່ນະຄອນປັກກິ່ງຍັງກ່າວເນັ້ນວ່າ,ປັກກິ່ງຈະພັດທະນາເສດຖະກິດນະຄອນຫຼວງທີ່ຖືຂະແໜງການບໍລິການທັນສະໄໝ,ຂະແໜງການວິທະຍາສາດເຕັກນິກສູງແລະຂະແໜງການຜະລິດທັນສະໄໝເປັນໃຈກາງນັ້ນຕື່ມອີກ,ຍົກຄວາມສາມາດຊັກນຳສັງລວມຂອງຕົວເມືອງໃຫ້ສູງຂຶ້ນເລື້ອຍໆ,ຍົກລະດັບສາກົນແລະອິດທິພົນໃນໂລກຂອງນະຄອນປັກກິ່ງໃຫ້ສູງຂຶ້ນ. ນອກນີ້ ແຜນການໃໝ່ຍັງໄດ້ຍຶດໝັ້ນນະໂຍບາຍຕັ້ງໜ້າປົກປ້ອງຕົວເມືອງທີ່ມີຊື່ສຽງທາງປະຫວັດສາດແລະວັດທະນະທຳ,ໃນຂະນະທີ່ພະຍາຍາມປົກປ້ອງໂສມໜ້າກວມລວມຂອງເມືອງເກົ່າແລະສິ່ງກໍ່ສ້າງແທ້ຈິງທີ່ຍັງເຫຼືອຢູ່ນັ້ນ ຕັ້ງໜ້າຊອກຄົ້ນເບົ້າແບບອຸດສາຫະກຳແລະພື້ນຖານໂຄງລ່າງທີ່ສອດຄ່ອງກັບການຂະຫຍາຍຕົວເມືອງເກົ່າ,ເພື່ອປົວແປງເງື່ອນໄຂການຜະລິດແລະດຳລົງຊີວິດຂອງໄທເມືອງໃນເຂດເມືອງເກົ່າໃຫ້ດີຂຶ້ນ.
ເມື່ອທ້າຍປີກາຍນີ້ ໄດ້ວາງສະແດງແຜນການທີ່ຮຽບຮຽງໃໝ່ຕໍ່ໄທເມືອງປັກກິ່ງຢ່າງເປີດເຜີຍ,ໄດ້ດຶງດູດຫຼາຍໝື່ນຄົນໄປຊົມ,ຫຼາຍຄົນຍັງໄດ້ວາງຂໍ້ສະເໜີແລະຄວາມເຫັນ.
ຕາມຊາບວ່າ,ແຜນການໃໝ່ຍັງໄດ້ວາງແຜນລາຍຈຳເພາະໃນດ້ານຕ່າງໆເຊັ່ນຕອບສະໜອງຄວາມຕ້ອງການທາງວັດທະນະທຳແລະວັດຖຸຂອງໄທເມືອງປັກກິ່ງ,ຍົກຄຸນນະພາບດຳລົງຊີວິດຂອງໄທເມືອງໃຫ້ສູງຂຶ້ນເປັນຕົ້ນ,ແລະຍິ່ງເອົາໃຈໃສ່ນຳບັນຫາໃນດ້ານຕ່າງໆເຊັ່ນຊັບພະຍາກອນ,ສິ່ງແວດລ້ອມແລະຄວາມປອດໄພສາທາລະນະເປັນຕົ້ນ. ຕົວຢ່າງຄື,ເພື່ອເຮັດໃຫ້ໄທເມືອງເຮັດວຽກ,ດຳລົງຊີວິດແລະສັນຈອນໄປມາຢ່າງສະດວກ,ແຜນການໃໝ່ໄດ້ສະເໜີຢ່າງຄັກແນ່ວ່າ,ຕໍ່ໄປພາຍໜ້າ,ປັກກິ່ງຈະປະຕິບັດຍຸດທະສາດພັດທະນາຄົມມະນາຄົມທີ່ພັດທະນາຄົມມະນາຄົມສາທາລະນະກ່ອນ. ນອກນີ້ ນະຄອນປັກກິ່ງຍັງໄດ້ກຳນົດຂະໜາດພັດທະນາປະຊາກອນແລະອື່ນໆຂອງນະຄອນປັກກິ່ງຈາກດ້ານຕ່າງໆເຊັ່ນຂະໜາດປະຊາກອນແລະທ່ວງທ່າປ່ຽນແປງ,ການປະກອບອາຊີບແລະອື່ນໆ.
|
|
|