|
|
 |
| (GMT+08:00)
2005-01-19 14:42:17
|
|
ທ່ານນາງໄລຊ໌ຍ້ອງຍໍຈີນເສີມຂະຫຍາຍບົດບາດອັນຕັ້ງໜ້າໃນບັນຫານິວເຄຼຍແຫຼມເກົາຫຼີ
cri
Author: xlm
ຕາມຂ່າວສານຊິນຮວາ: ວັນທີ 18 ທ່ານນາງໄລຊ໌ ລັດຖະມົນຕີກະຊວງການຕ່າງປະເທດຜູ້ໃໝ່ທີ່ສະເໜີຊື່ໂດຍ ທ່ານບຸສ໌ ປະທານາທິບໍດີອາເມລິກາ ຍ້ອງຍໍຈີນໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນຂະບວນວິວັດການຈັດຕັ້ງການເຈລະຈາຫົກຝ່າຍກ່ຽວກັບບັນຫານິວເຄຼຍຂອງແຫຼມເກົາຫຼີ ໃນງານຟັງຄຳໃຫ້ການທີ່ຈັດໂດຍກຳມາທິການຕ່າງປະເທດສະພາສູງອາເມລິກາ ທ່ານນາງໄລຊ໌ເວົ້າວ່າ ອາເມລິກາຫວັງວ່າ ການເຈລະຈາຫົກຝ່າຍກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີສາມາດແກ້ໄຂບັນຫານິວເຄຼຍແຫຼມເກົາຫຼີ ຈີນໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນການເຈລະຈາຫົກຝ່າຍຕະຫຼອດມາ ການເຈລະຈານີ້ຕ້ອງການຈີນສືບຕຕໍ່ເສີມຂະຫຍາຍບົດບາດອັນຕັ້ງໜ້າ ເມື່ອເວົ້າເຖິງສາຍພົວພັນຈີນກັບອາເມລິກາ ທ່ານນາງໄລຊ໌ຊີ້ອອກວ່າ ບົນພື້ນຖານຜົນປະໂຫຍດຮ່ວມ ອາເມລິກາພວມສ້າງສາຍພົວພັນສະຫວ່າງສອງຝ່າຍທີ່ຊື່ກົງຈິງໃຈ ຮ່ວມມືກັນແລະມີລັກສະນະສ້າງສັນກັບຈີນ
|
|
|