
ທີ່ນີ້ວິທະຍຸສາກົນແຫ່ງປະເທດຈີນ, ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການໂລກກິລາ.
ທ່ານຜູ່ຟັງທີ່ໂຄລົບ, ໃນງານກິລາໂອລິມປິກອາແຕນ, ທີມຮອກກີເພດຍິງຈີນຊິງໄດ້ທີ 4, ບໍ່ພຽງແຕ່ໄດ້ມີການບຸກທະລຸຄັ້ງປະຫວັດສາດໃນງານກິລາໂອລິມປິກທໍ່ນັ້ນ, ຫາກຍັງເປັນທີມທີ່ມີຜົນງານດີເດັ່ນ ເຊິ່ງຖັດຈາກທີມບານສົ່ງເພດຍິງທີ່ຊິງໄດ້ແຊມປຽນໃນຄະນະນັກກິລາຈີນ. ແຕ່ວ່າ ນາງສາວໃນທີມຮອກກີທີ່ກ່ອນແຂ່ງຂັນຫວັງຢາກຊິງໄດ້ຫຼຽນແຕ່ໃນທີ່ສຸດພັດບໍ່ໄດ້ຫຼຽນລາງວັນ, ນີ້ໄດ້ເຮັດໃຫ້ທ່ານຫູຈຽນໂກ ຫົວໜ້າສູນຄຸ້ມຄອງກິລາບານປະເພດນ້ອຍຮູ້ສຶກເສຍດາຍຫຼາຍ.
ເຖິງວ່າບໍ່ໄດ້ຫຼຽນໃນງານກິລາໂອລິມປິກອາແຕນກໍ່ຕາມ, ແຕ່ທ່ານຫູຈຽນໂກກ່າວວ່າ, ບານປະເພດນ້ອຍຂອງຈີນ ເຊິ່ງລວມທັງທີມຮອກກີເພດຍິງ ທີມຊອຟບອນເພດຍິງ ທີມບານມືເພດຍິງກໍມີຄວາມຫວັງ, ໂດຍສະເພາະແມ່ນໃນໄລຍະກຽມງານກິລາໂອລິມປິກຄັ້ງໃໝ່ຄືງານກິລາໂອລິມປິກປັກກິ່ງປີ 2008, ເປົ້າໝາຍຂອງບານປະເພດນ້ອຍຂອງຈີນແມ່ນ: ທີມເພດຍິງຈະຊິງເອົາຫຼຽນລາງວັນ, ທີມເພດຊາຍຈະພະຍາຍາມຊິງໄດ້ສິດເຂົ້າຮ່ວມງານກິລາໂອລິມປິກ, ແລະຍາດແຍ່ງໄດ້ຜົນງານດີ.
ໃນງານກິລາໂອລິມປິກອາແຕນ, ທີມຮອກກີເພດຍິງຈີນເສຍໃຫ້ທີມເຢຍລະມັນ ເຊິ່ງເປັນທີມ "ມ້າມືດ" ແລະຊິງໄດ້ແຊມປຽນໃນການຍິງລູກໂທດ, ພາຍຫຼັງມາທີມຈີນຍັງເສຍໃຫ້ທີມອາກຊັງຕິນ ແລ້ວເປັນທີ 4.
ໃນ 5 ປີຜ່ານມາ, ທ່ານກິມຊາງແບັກ ຄົນສ.ເກົາຫຼີທີ່ເປັນຄູຝຶກໃຫຍ່ຂອງທີມຮອກກີເພດຍິງຈີນໄດ້ຊ່ອຍທີມຮອກກີເພດຍິງຈີນຂຽນໜ້າປະຫວັດສາດໃໝ່ເລື້ອຍໆ, ປີ 2002 ຊິງໄດ້ແຊມປຽນໂລກເທື່ອທຳອິດ ພາຍຫຼັງມາຊິງໄດ້ຫຼຽນຄຳງານເອຊຽນເກມຫຼຽນທຳອິດ ປີ 2004 ຊິງໄດ້ທີ 4 ໃນງານກິລາໂອລິມປິກອາແຕນ ເຊິ່ງເປັນຜົນງານດີທີ່ສຸດໃນປະຫວັດກິລາໂອລິມ ປິກ, ການລຽງລຳດັບໃນໂລກຂອງທີມຮອກກີເພດຍິງໄດ້ກ້າວຈາກທີ 17 ເມື່ອທ່ານຫາກໍ່ເປັນຄູຝຶກໃຫຍ່ຂຶ້ນເປັນໜຶ່ງໃນ 4 ທີມນຳໜ້າໃນໂລກປະຈຸບັນ.
ແຕ່ໃນຂະນະດຽວກັນ ວິທີສອນຂອງຄົນສ.ເກົາຫຼີທີ່ມີຊື່ແຝງເປັນ "ຄູຝຶກຜີຍັກ" ຜູ່ນີ້ກໍພາໃຫ້ມີການໂຕ້ຖຽງກັນ. ນິດໄສໃຈຄໍຫງຸດຫງິດແລະວິທີບັນຊາໃນການແຂ່ງຂັນຂອງທ່ານໄດ້ເຮັດໃຫ້ນັກກິລາມີຄວາມກົດດັນອັນໜັກໜ່ວງ, ທ່ານຖືເບົາທີມເຢຍລະມັນ ກ່ອນແຂ່ງຂັນກະກຽມຢ່າງບໍ່ເຕັມສ່ວນ, ແລ້ວຈຶ່ງພາໃຫ້ທີມຮອກກີເພດຍິງຈີນເສຍໂອກາດຊິງເອົາຫຼຽນລາວັນ. ໂດຍແນໃສ່ບັນຫາທີ່ປະກົດອອກມາໃນງານກິລາໂອລິມປິກອາແຕນ, ສູນຄຸ້ມຄອງບານປະເພດນ້ອຍຂອງຈີນໄດ້ສະຫຼຸບຢ່າງຕັ້ງໜ້າ, ແລະໄດ້ກ້າວເຖິງຂັ້ນຕົກລົງກັນຄື ຄູຝຶກສັນຊາດຕ່າງປະເທດເຖິງວ່າມີລະດັບສູງ ມີທັດສະນະຄະຕິ ວິທີແລະພາຫະນະຝຶກແອບອັນກ້າວໜ້າກໍ່ຕາມ, ແຕ່ກໍມີຈຸດອ່ອນ. ປະຈຸບັນ ຄູຝຶກສັນຊາດຕ່າງປະເທດທີ່ເຮັດວຽກຢູ່ສູນຄຸ້ມຄອງບານປະເພດນ້ອຍມີ 6 ຄົນ,ກວມ 1/4 ໃນຈຳນວນຄູຝຶກສັນຊາດຕ່າງປະເທດຂອງບັນດາທີມຊາດຈີນ, ສະນັ້ນຕ້ອງປ່ຽນທັດສະນະຄະຕິໃໝ່, ເພີ່ມທະວີການກໍ່ສ້າງຖັນແຖວ, ບັນລຸຜົນທີ່ "ສົ່ງເສີມຈຸດເດັ່ນຫຼີກລຽງຈຸດອ່ອນ ປັບປຸງຈຸດເດັ່ນຕາບຈູນຈຸດອ່ອນ".
ທ່ານຫູຈຽນໂກສະເໜີວ່າ, ສູນຄຸ້ມຄອງບານປະເພດນ້ອຍໄດ້ໃຊ້ມາດຕະການຢ່າງເປັນລະບົບ, ຈຳກັດຄູຝຶກໃຫຍ່ຕາມລະບອບຄຸ້ມຄອງແລະຂໍ້ຜູກພັນ, ປ່ຽນແປງສະພາບການທີ່ຄູຝຶກໃຫຍ່ຕົກລົງແຕ່ຜູ່ດຽວໃນເມື່ອກ່ອນຢ່າງເຖິງຖອງ. ສູນຄຸ້ມຄອງໄດ້ກຳນົດຢ່າງຈະແຈ້ງວ່າ, ຕ້ອງໃຫ້ໜ່ວຍງານຫາລືຕົກລົງວຽກງານສຳຄັນ; ໃຕ້ປະຖົມປັດໄຈທີ່ເສີມຂະຫຍາຍບົດບາດຂອງຄູຝຶກໃຫຍ່ຢ່າງເຕັມທີ່, ເພີ່ມທະວີບົດບາດຂອງຫົວໜ້າທີມແລະຜູ່ຊ່ອຍຄູຝຶກ, ການປະກອບຄະນະຄູຝຶກຝ່າຍຈີນຕ້ອງເອົາໃຈໃສ່ "ຄວາມຕາບຈູນກັນ" ເປັນພິເສດ.
ຂໍ້ຜູກພັນໃໝ່ໄດ້ວາງຄາດໝາຍແລະໜ້າທີ່ຕໍ່ຄູຝຶກເປັນຄັ້ງທຳອິດ, ຖ້າບັນລຸຄາດໝາຍບໍ່ໄດ້ຈະຖືກຍົກເລີກຂໍ້ຜູກພັນ, ນີ້ແມ່ນຂໍ້ມາດຕາທີ່ບໍ່ເຄີຍມີໃນຂໍ້ຜູກພັນໃນເມື່ອກ່ອນ. ນອກນີ້, ການຄົ້ນຄວ້າວິທະຍາສາດກໍ່ກາຍເປັນພາຫະນະສຳຄັນໃນການຝຶກແອບເພື່ອງານກິລາໂອລິມປິກປັກກິ່ງ, ທີມບານໄດ້ປະກອບຄູຝຶກທີ່ຮັບຜິດຊອບການຄົ້ນຄວ້າວິທະຍາສາດເປັນຄັ້ງທຳອິດ, ຕໍ່ໄປພາຍໜ້າ ນັກກິລາທັງຫຼາຍບໍ່ພຽງແຕ່ຕ້ອງຝຶກແອບຢ່າງທໍລະຫົດອົດທົນທໍ່ນັ້ນ ຍັງຕ້ອງຝຶກແອບຢ່າງມີຫົວຄຶດແລະຕາມຫຼັກວິທະຍາສາດ.
ໃນຂະນະທີ່ກຳການກໍ່ສ້າງທີມຊາດໃຫ້ແໜ້ນນັ້ນ ສູນຄຸ້ມຄອງບານປະເພດນ້ອຍຍັງເລັງສາຍຕາໃສ່ການອົບຮົມນັກກິລາຢູ່ຮາກຖານອີກດ້ວຍ. ຍ້ອນສັງຄົມເອົາໃຈໃສ່ນຳກິລາຮອກກີບໍ່ຫຼາຍປານໃດ, ສະນັ້ນ ຢູ່ພາຍໃນປະເທດ ທີມຮອກກີເພດຍິງມີພຽງ 11 ທີມ ນັກກິລາມີປະມານ 400 ຄົນເທົ່ານັ້ນ, ຈຳນວນນັກກິລາທີມຮອກກີເພດຊາຍມີພຽງເຄິ່ງໜຶ່ງຂອງທີມເພດຍິງ, ນັກກິລາບານມື ຊອຟບອນແລະຄຼີເກກໍບໍ່ຫຼາຍປານໃດ.
ເພື່ອສະສົມນັກກິລາເກັ່ງໃຫ້ງານກິລາໂອລິມປິກປັກກິ່ງ, ແຕ່ປີກາຍນີ້ເປັນຕົ້ນມາ, ທີມ ຮອກກີເພດຍິງໄດ້ເລີ່ມສ້າງທີມທີສອງ, ຈັດການແຂ່ງຂັນໃນທົ່ວປະເທດ ຄັດເລືອກນັກກິລາເກັ່ງ ຝຶກຝົນຫຼໍ່ຫຼອມນັກກິລາໜຸ່ມ.
ຊອຟບານໄດ້ປະຕິຮູບລະບອບການແຂ່ງຂັນປະສົມ, ທີມທີ່ເຂົ້າຮ່ວມງານແຂ່ງຂັນຊິງແຊມປຽນທົ່ວປະເທດ ງານແຂ່ງຂັນຊິງຊະນະເລີດທົ່ວປະເທດແລະງານແຂ່ງຂັນລະຫວ່າງເໜືອໃຕ້, ຜູ່ໄດ້ຜູ່ເສຍ ລ້ວນແຕ່ໄລ່ເປັນຄະແນນ, ທີມທີ່ໄດ້ຄະແນນຫຼາຍຈະແຂ່ງຂັນຊິງຊະນະເລີດ ແລະກຳເນີດແຊມປຽນໃຫຍ່ໃນປີລຸນມາ. ການປະຕິຮູບດັ່ງກ່າວຈະເຮັດໃຫ້ທີມບານ 11 ທີມໃນທົ່ວປະເທດຢູ່ໃນສະພາບການແຂ່ງຂັນອັນຕັ້ງໜ້າເລື້ອຍໆ, ແລ້ວຍົກຄວາມສາມາດການແຂ່ງຂັນຂອງນັກກິລາໃຫ້ສູງຂຶ້ນ, ທຳການກະກຽມເພື່ອງານກິລາໂອລິມປິກປີ 2008.
ໃນປີ 2005, ບານມືຈະສືບຕໍ່ຈັດງານແຂ່ງຂັນປະສົມຊຸບເປີ, ຍັງຈັດງານແຂ່ງຂັນສະໂມສອນຂັບປີລະຄັ້ງ, ຜູ່ເຂົ້າຮ່ວມມີສະໂມສອນລະດັບສູງສຸດຂອງຈີນ ສ.ເກົາຫຼີແລະຍີ່ປຸ່ນ. ທ່ານຫູຈຽນໂກກ່າວວ່າ, ໃນງານກິລາໂອລິມປິກ, ທ່ານເຫັນວ່າຄວາມສາມາດໃຊ້ເຕັກນິກຂອງນັກກິລາທັງຫຼາຍຍັງບໍ່ເກັ່ງ, ເມື່ອແຂ່ງຂັນກັບທີມລະດັບສູງຍິ່ງຫຼາຍເທົ່າໃດກໍຍິ່ງຈະປັບປຸງສະພາບການດັ່ງກ່າວໃຫ້ດີຂຶ້ນເທົ່ານັ້ນ.
ທ່ານຫູຈຽນໂກກ່າວວ່າ, ຄາດໝາຍຂອງພວກເຂົາເຈົ້າບໍ່ພຽງແຕ່ຕ້ອງມີການບຸກທະລຸໃນງານກິລາໂອລິມປິກປັກກິ່ງທໍ່ນັ້ນ ຫາກຍັງຈະຖືໂອກາດງານກິລາໂອລິມປິກປີ 2008 ເຮັດໃຫ້ຄົນທັງຫຼາຍສົນໃຈນຳກິລາບານປະເພດນ້ອຍອີກດ້ວຍ.
ໂດຍທົ່ວໄປແລ້ວ, ຈີນດຳເນີນການແຂ່ງຂັນບານປະເພດນ້ອຍຍັງບໍ່ດົນປານໃດ, ນັກກິລາໜ້ອຍ ພື້ນຖານອ່ອນ. ສະນັ້ນ ສູນຄຸ້ມຄອງບານປະເພດນ້ອຍໄດ້ເພີ່ມທະວີການຮ່ວມມືກັບຕ່າງປະເທດ, ປີກາຍນີ້ ສະມາຄົມຊອຟບອນຈີນກັບສະຫະພັນຊອຟບອນສາກົນໄດ້ກ້າວເຖິງຂັ້ນຕົກລົງກັນວາງແຜນການຮ່ວມມືໃນ 5 ປີຂ້າງໜ້າ, ອຸປະກອນຊອຟບອນທີ່ສະຫະພັນຊອຟບອນສາກົນສະໜອງໃຫ້ໃນປີ 2004 ໄດ້ຈັດແບ່ງໃຫ້ມະຫາວິທະຍາໄລ ໂຮງຮຽນມັດທະຍົມແລະໂຮງຮຽນປະຖົມ 100 ແຫ່ງໃນທົ່ວປະເທດແລ້ວ.
ທ່ານຫູຈຽນໂກກ່າວວ່າ: "ພວກເຮົາບໍ່ພຽງແຕ່ກໍ່ສ້າງທີມຊາດທໍ່ນັ້ນ ຍັງສະໜັບສະໜູນແຂວງ ກຳແພງນະຄອນ ເຂດແລະໂຮງຮຽນຫຼິ້ນກິລາບານປະເພດນ້ອຍ, ການກິລາກັບການສອນປະສົມປະສານກັນແລະໄດ້ຮັບຜົນໃນເບື້ອງຕົ້ນແລ້ວ."
ຕົວຢ່າງຄືແຂວງຈຽງຊູທີ່ຈະເປັນເຈົ້າພາບຈັດງານກິລາທົ່ວປະເທດຄັ້ງທີ 10 ໄດ້ຈັດວາງທີມຊອຟບອນໄປຝຶກຢູ່ມະຫາວິທະຍໄລອຸດສາຫະກຳໜານກິງ, ນັກກິລາທັງຮ່ຳຮຽນທັງຝຶກແອບ, ໃນມະຫາວິທະຍາໄລໜານກິງ ການຫຼິ້ນຊອຟບອນໄດ້ເປັນຂະບວນ, ແລະໄດ້ສ້າງສະໂມສອນຊອຟບານທີ່ມີຜູ່ຫຼິ້ນ 3000 ຄົນ.
ສູນຄຸ້ມຄອງບານປະເພດນ້ອຍຍັງໄດ້ສ້າງໂຄງການຄວາມຫວັງບານມືແລະຊອຟບອນຢູ່ໂຮງຮຽນສອງແຫ່ງຢູ່ເມືອງໄຕ້ແຂວງຊານຊີ, ເຮັດໃຫ້ມີການຫຼິ້ນກິລາບານປະເພດນ້ອຍຢູ່ເຂດທຸກຍາກ. ນອກນີ້, ງານແຂ່ງຂັນເບສບອນປະສົມໃນເຂດແຄວ້ນກໍໄດ້ດຳເນີນໄປໃນມະຫາວິທະຍາໄລ ໂຮງຮຽນມັດທະຍົມແລະໂຮງຮຽນປະຖົມ.
ທ່ານຫູຈຽນໂກກ່າວວ່າ: ຄຽງຄູ່ກັບວຽກງານເຜີຍແຜ່ເຫຼົ່ານີ້ໄດ້ດຳເນີນໄປແລະລົງສູ່ລວງເລິກ, ເຊື່ອວ່າການກິລາບານປະເພດນ້ອຍຂອງຈີນຈະນັບມື້ນັບຂະຫຍາຍກວ້າງອອກ, ການເຮັດໃຫ້ກິລາບານປະເພດນ້ອຍເຕີບໃຫຍ່ມີລະດັບສູງຂຶ້ນ ແມ່ນຄາດໝາຍຂອງພວກຂ້າພະເຈົ້າ.
|