ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-09 17:53:53    
ສ.ປ.​ປ.ເກົາຫຼີ​ກ່າວ​ລື້​ມ​ຫຼັກ​ໝັ້ນ​ໃນ​ບັນ​ຫາ​ນີວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫຼີ​​ອາ​ເມ​ລິ​ກາ​ປະຕິ​ເສດ​ບໍ່​ຮັບ​ຮູ້​ວ່າ​ຕົນ​​ໄດ້​ວາງ​​ເວລາ​ກຳນົດ​ສຸດ​ທ້າຍ​ຕໍ່​ການ​ຈັດ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຄືນ​​ໃໝ່

cri Author: Q
ຕາມ​ຂ່າວສາ​ນຊິນ​ຮວາ,ວັນ​ທີ8​ມັງກອນ,ຢູ່​ພຽງ​ຢາງ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສ.ປ.ປ.​ເກົາຫຼີ​ໄດ້​ໃຫ້​ສຳພາດ​ຕໍ່ສື່​ມວນ​ຊົນ​​,ກ່າວ​ລື້​ມຫຼັກ​ໝັ້ນ​ຂອງ​ສ.ປ.ປ.​ເກົາຫຼີກ່ຽວ​ກັບ​ບັນ​ຫາ​ນີວ​ເຄຼຍ​ຂອງ​ແຫຼມ​ເກົາຫຼີ.ກ່າວ​ເນັ້ນ​ວ່າ,ຂໍ​ກະ​ແຈ​ຂອງ​ການ​ແກ້​ໄຂ​ບັນ​ຫາ​ນີວ​ເຄຼຍ​ແຫຼມ​ເກົາ​ຫຼີ​ແມ່ນ​ອາ​ເມ​ລິ​ກາ​ປະລະ​ນະ​ໂຍ​ບາຍ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ກັບ​ສ.ປ.ປ.​ເກົາຫຼີ.

ນີ້​ແມ່ນ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສ.ປ.ປ.​ເກົາຫຼີ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ເປັນ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍຂອງ​ແຫຼມ​ເກົາຫຼີ​​ແຕ່​ເຂົ້າ​ສູ່​ປີ2005​ມາ​ນີ້.ທ່ານ​ກ່າວ​ວ່າ,ຂະ​ບວນ​ວິ​ວັດ​ແກ້​ໄຂ​ບັນຫາ​ນີວ​ເຄຼຍຂອງ​​ແຫຼມ​ເກົາຫຼີ​ໄດ້​ເລື່ອນ​ເວລາ​ໄປ​ຕັ້ງ​ຫຼາຍ​ເທື່ອ,ໜ້າ​ທີ່​ຮັບ​ຜິດ​ຊອບ​ ​ແມ່ນ​ຢູ່​ນຳ​ອາ​ເມ​ລິ​ກາໝົດ.ອາ​ເມ​ລິ​ກາ​ກ່າວ​ວ່າ,ບໍ່​ມີ​ເຈດຈຳນົງ​ຮຸກ​ຮານ​ສ.ປ.ປ.​ເກົາ​ຫຼີ,​ແຕ່​ທີ່​ຈິງ​ແລ້ວ​ພັດ​ຖື​ການ​​​ໂຄ່ນ​ລົ້ມ​ລະບອບ​ຂອງ​ສ.ປ.ປ.​ເກົາຫຼີ​ເປັນ​ຈຸດ​ປະ​ສົງ,ຊູ​ຊີ​ຮຽກ​ຮ້ອງ​ໃຫ້​ສ.ປ.ປ.​ເກົາ​ຫຼີ​ປະລະ​ແຜນການ​ນີວ​ເຄຼຍກ່ອນ.

ນອກ​ນີ້,ຂ່າວ​ແຈ້ງວ່າ,ວັນ​ທີ8​ມັງກອນ,ທ່ານ​ນາງດາລາ​ໂຈ​ດານໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມລິກາ​ໄດ້​ປະ​ຕີ​ເສດ​ບໍ່​ຮັບ​ຮູ້​ວ່າ​ອາ​ເມລິກາ​ໄດ້​ວາງ​ເວລາ​ກຳນົດ​ສຸດ​ທ້າຍ​ຕໍ່ການ​ຈັດການ​ເຈລະຈາ​ຫົວ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍຂອງ​​ແຫຼມ​ເກົາຫຼີ​ຄືນ​ໃໝ່.