ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-22 14:30:31    
ຈີນ​ປະກາດ​ກົດ​ບັນຍັດ​ສາ​ສະຫນາ​ແບບ​ສັງ​ລວມ​ສະ​ບັບ​ທຳ​ອິດ​ເພື່ອ​ຮັບປະກັນ​ເສລີ​ພາບໃນ​ການ​ເຊື່ອ​ຖື​ສາສະ​ຫນາ​ຂອງ​ພົນລະ​ເມືອງ

cri
ຫວ່າງ​ມໍ່ໆ​ນີ້,ລັດຖະບານ​ຈີນ​ໄດ້​ປະກາດ​ກົດ​ຂໍ້​ກຳນົດ​ກ່ຽວ​ກັບ​ວຽກ​ງານ​ສາສະຫນາ​ຕໍ່ສັງຄົມ.ນີ້​ແມ່ນ​ຈີນ​ປະກາດ​ກົດ​ບັນຍັດ​ບໍລິຫານ​ແບບ​ສັງ​ລວມດ້ານ​ສາສະຫນາ​ສະບັບ​ທຳ​ອິດ,​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ຕໍ່​ການຮັບປະກັນ​ສິດ​ແລະຜົນປະ​ໂຫຍດທີ່​ຊອບ​ກົດຫມາຍ​ຂອງ​ພົນລະ​ເມືອງ​ທີ່​ເຊື່ອ​ຖື​ສາສະຫນາ ອົງການ​ສາສະຫນາ​ແລະ​ສະຖານ​ທີ່​ເຄື່ອນ​ໄຫວ​ທາງ​ສາສະຫນາ,ພ້ອມ​ກັນນັ້ນກໍ່​ໄດ້​ເຮັດ​ໃຫ້ວຽກ​ງານ​ສາສະຫນາ​ທີ່​ພົວພັນ​ເຖິງ​ສິດ​ປະ​ໂຫຍ​ດ​ແຫ່ງ​ຊາດ​ແລະ​ສາທາລະນະ​ປະ​ໂຫຍ​ດ ຂອງ​ສັງຄົມ​ເປັນ​ແບບ​ສະບັບ.ຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ກ່າວ​ວ່າ,ການ​ປະຕິບັດ​ກົດ​ຂໍ້​ກຳນົດ​ດັ່ງກ່າວ​ມີ​ຄວາມ​ຫມາຍ​ສຳຄັນ​ຕໍ່ການ​ຮັບປະກັນ​​​ເສລີ​ພາບ​ໃນ​ການເຊື່ອ​ຖື​ສາສະຫນາຂອງ​ພົນລະ​ເມືອງ​ແລະ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ວຽກ​ງານ​ສາສະຫນາ​ເປັນ​ແບບ​ສະບັບ.ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ທີ່​ກ່ຽວຂ້ອງ.

ຈີນ​ແມ່ນ​ປະ​ເທດ​ທີ່​ມີ​ສາສະຫນາ​ຫລາຍ​ຢ່າງ​ຊົງ​ຕົວ​​ຢູ່​ນຳ​ກັນ.ສາສະຫນາ​ທົ່ວ​ໂລກ​ເຊັ່ນ​ສາສະຫນາ​ພຸດ ສາສະຫນາ​ອິດສລາມ ສາສະຫນາ​ໂລ​ມັງ​ກະ​ໂຕ​ລິກ​ແລະ​ສາສະຫນາ​ຄິດ​ສຕຽນ​ລ້ວນ​ແຕ່​ໄດ້​ເຜີຍ​ແຜ່​ຢູ່​ຈີນ.ນອກ​ນີ້,ຈີນ​ຍັງ​ມີ​ສາສະຫນາ​ຂອງ​ຕົນ​ຈຳນວນ​ຫນຶ່ງ,​ເຊັ່ນ​ສາສະຫນາ​ເຕົາ ສາສະຫນາ​ອ້ອດ​ໂຕດ​ອກເປັນຕົ້ນ.ປະຈຸ​ບັນ,ຈີນ​ມີ​ສາສະ​ນິກະ​ຊົນ 100 ກວ່າ​ລ້ານ​ຄົນ​ແລະ​ຜູ້ປະຕິບັດ​ງານ​ທາງ​ສາສະຫນາ​ປະມານ 3 ​ແສນ​ຄົນ.

ພາຍຫລັງ​ສ້າງຕັ້ງປະ​ເທດ​ຈີນໃຫມ່​ເມື່ອ​ປີ 1949 ​ແລ້ວ,ນະ​ໂຍບາຍ​ພື້ນຖານ​ຕໍ່​ບັນຫາ​ສາສະຫນາ​ຂອງລັດຖະບານ​ຈີນ​ແມ່ນ​ເຄົາລົບ​ແລະ​ປົກ​ປ້ອງ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ.

ຄຽງ​ຄູ່ກັບ​ການ​ພັດທະນາ​ຂອງ​ເສດຖະກິດ​ສັງຄົມ​ຈີນ,​ໃນ​ດ້ານ​ສາສະຫນາ​ໄດ້​ປະກົດ​ມີ​ສະພາບ​ການ​ແລະ​ບັນຫາ​ໃຫມ່​ຢ່າງ​ຫລວງຫລາຍ,ກົດ​ບັນຍັດ​ທີ່​ມີ​ຢູ່​ແລ້ວ​ບໍ່ສາມາດ​ສອດຄ່ອງ​ກັບ​ຄຳຮ​ຽກຮ້ອງ​ແຫ່ງ​ການ​ຂະຫຍາຍຕົວ​ຂອງ​ສະຖານະ​ການຢ່າງ​ສົມບູນ,ຕ້ອງການ​ວາງ​ກົດບັນຍັດ​ບໍລິຫານ​ແບບ​ສັງລວມສະບັບ​ຫນຶ່ງ.ກໍ່​ແມ່ນ​ຢູ່​ໃຕ້​ເບື້ອງ​ຫລັງ​ດັ່ງກ່າວ,ຈີນ​ໄດ້​ປະກາດ​ກົດ​ຂໍ້​ກຳນົດ​ກ່ຽວກັບ​ບັນຫາ​ສາສະຫນາ.ທ່ານ​ຈິນປິງຮາວ​ຂອງ​ມະຫາວິທະຍາ​ໄລ​ຊົນ​ເຜົ່າ​ສູນ​ກາງ​ແມ່ນ​ຜູ້​ຊ່ຽວຊານ​ດ້ານ​ການ ຄົ້ນຄ້າ​ນະ​ໂຍບາຍຊົນ​ເຜົ່າ​ແລະ​ສາສະຫນາ,ທ່ານ​ເຫັນ​ວ່າ,ການ​ປະກາດ​ກົດ​ຂໍ້​ກຳນົດ​ດັ່ງກ່າວ​ມີ​ຄວາມ​ຫມາຍ​ສຳຄັນ.

"ກົດ​ຂໍ້​ກຳນົດ​ກ່ຽວ​ກັບ​ວຽກ​ງານ​ສາສະຫນາ​ສະບັບ​ນີ້​ແມ່ນ​ກົດ​ບັນຍັດ​ບໍລິຫານ​ແບບ​ສັງ​ລວມດ້ານ​ສາສະຫນາ​ສະບັບທຳ​ອິດ​ຂອງ​ຈີນ,ການ​ປະກາດ​ແລະ​ຈະ​ປະຕິບັດ​ໃນ​ວັນ​ທີ 1 ມີນາ​ປີຫນ້າ​ສະ​ແດງ​ໃຫ້​ເຫັນ​ວ່າ ວຽກ​ງານ​ສາສະຫນາ​ແລະ​ວຽກ​ງານຄຸ້ມ​ຄອງສາສະຫນາ​ຂອງ​ປະ​ເທດ​ພວກ​ເຮົາ​ໄດ້​ເດີນ​ໄປ​ຕາມ​ເສັ້ນທາງ​ຫັນ​ເປັນ​ລະບອບ​ແລະ​ຫັນ​ເປັນລະບອບ​ກົດຫມາຍ."

ຕາມ​ຮູ້​ວ່າ,​ໃນ​ຂະ​ບວນການວາງ​ກົດ​ຂໍ້​ກຳນົດ​ກ່ຽວ​ກັບ​ວຽກ​ງານສາສະຫນາ​ສະບັບ​ນີ້,​ໄດ້​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ນຳ​ການຮັບ​ເອົາ​ຄວາມ​ເຫັນ​ຂອງ​ບຸກຄົນ​ທາງ​ສາສະຫນາ​ແລະ​ມວນ​ຊົນ​ຜູ້​ເຊື່ອ​ຖື​ສາສະຫນາ​ເປັນ​,ສະນັ້ນຈິ່ງ​ໄດ້​ສ່ອງ​​ແສງ​ຢ່າງ​ເຕັມທີ່ເຖິງ​ຄວາມ​ຮຽກຮ້ອງ​ແລະ​ຄວາມ​ປາຖະຫນາ​ທົ່ວ​​ໄປ​ຂອງ​ບຸກຄົນ​ວົງ​ການ​ສາສະຫນາ​ແລະ​ມວນ​ຊົນ​ຜູ້​ເຊື່ອ​ຖື​ສາສະຫນາ​ອັນ​ໄພສານ​.

ກົດ​ຂໍ້​ກຳນົດ​ດັ່ງກ່າວ​ໄດ້​ກຳນົດ​ໄວ້​ຢ່າງ​ຈະ​ແຈ້ງວ່າ,ພົນລະ​ເມືອງ​ມີ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ;ພ້ອມ​ກັນນັ້ນ,ກົດ​ຂໍ້​ກຳນົດ​ໄດ້​ກຳນົດ​ຢ່າງ​ລະອຽດ​ຕໍ່​ສິດ​ຂອງພົນລະ​ເມືອງ​ທີ່​ເຊື່ອ​ຖື​ສາສະຫນາ​ແລະ​ອົງການ​ສາສະຫນາ​ທີ່ດຳ​ເນີນ​ການ​ເຄື່ອນ​ໄຫວທາງ​ສາສະຫນາ ພິມ​ຈຳຫນ່າຍ​ປຶ້ມ​ແລະ​ວາລະສານ​ທາງ​ສາສະຫນາ​ເປັນຕົ້ນ. ກົດຂໍ້​ກຳນົດ​ຍັງ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ຕໍ່ຫນ້າ​ທີ່​ຮັບຜິດຊອບ​ທາງ​ກົດ ຫມາ​ຍຂອງການ​ກະທຳ​ທີ່ລະ​ເມີດສິດ​ປະ​ໂຫຍ​ດອັນ​ຊອບ​ກົດຫມາຍ​ຂອງ​ພົນລະ​ເມືອງ​ຜູ້​ເຊື່ອ​ຖື​ສາສະຫນາ ອົງການ​ສາສະຫນາ​ແລະ​ສະຖ​ານທີ່​ສາສະຫນາ.

ໃນ​ຂະນະ​ທີ່​ກຳນົດ​ສິດ​ຂອງ​ພົນລະ​ເມືອງ​ຜູ້​ເຊື່ອ​ຖື​ສາສະຫນາ​ຢ່າງ​ຈະ​ແຈ້ງ​ນັ້ນ,ກົດ​ຂໍ້​ກຳນົດ​ທີ່​ປະກາດ​ເທື່ອ​ນີ້​ກໍ່​ໄດ້​ກຳນົດ​ພັນທະ​ຂອງ​ພົນລະ​ເມືອງ​ຜູ້​ເຊື່ອ​ຖື​ສາສະຫນາ​ນັ້ນຢ່າງ​ຈະ​ແຈ້ງ.ຕົວຢ່າງ​ຄື​ການ​ເຄື່ອນ​ໄຫວ​ທາງ​ສາສະຫນາ​ຄວນ​ດຳ​ເນີນ​ພາຍ​ໃນ​ຂອບ​ເຂດ​ຂໍ້​ກຳນົດ​ຂອງ​ລັດຖະທຳມະນູນ​ແລະ​ກົດຫມາຍ​ເປັນຕົ້ນ.ກົດ​ຂໍ້​ກຳນົດ​ຍັງ​ລະບຸ​ໄວ້​ວ່າ,ຕ້ອງກັ້ນກາງ​ການ​ນຳ​ໃຊ້​ສາສະຫນາ​ດຳ​ເນີນ​ການເຄື່ອນ​ໄຫວ​ຕ້ອງ​ໂທດ​ລະ​ເມີດ​ກົດຫມາຍ​ທີ່​ມີ​ຜົນ​ຮ້າຍ​ຕໍ່​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ແລະ​ຄວາມ​ປອດ​ໄພ​ສາທາລະນະ​ເປັນຕົ້ນຕາມ​ກົດຫມາຍ.ຕໍ່​ຜູ້​ທີ່​ລະ​ເມີດ​ຂໍ້​ກຳນົດ​ເຫົ່ຼານີ້​ຕ້ອງ​ລົງ​ໂທດ​ຕາມ​ກົດຫມາຍ​ທີ່​ສົມ​ຄູ່​ກັນ.

ທ່ານ​ຈິນປິງຮາວ ສາ​ສະ​ດາ​ຈານ​ມະຫາວິທະຍາ​ໄລ​ຊົນ​ເຜົ່າ​ສູນ​ກາງ​ເຫັນ​ວ່າ,ຂໍ້​ກຳນົດ​ກ່ຽວ​ກັບ​ສິດ​ປລະ​ພັນທະ​ຂອງ​ພົນລະ​ເມືອງ​ຜູ້​ເຊື່​ອຖື​ສາສະຫນາ​ໃນກົດ​ຂໍ້​ກຳນົດ​ວຽກ​ງານ​ສາສະຫນາ​ໄດ້​ສ່ອງ​ແສງ​ເຖິງ​ຄວາມນອກ​ຕົວ​ແລະ​ຄວາມ​ທ່ຽງ​ທຳ​ຂອງ​ກົດຫມາຍ.ທ່ານ​ເວົ້າວ່າ,"ກົດ​ຂໍ້​ກຳນົດ​ດັ່ງກ່າວ​ໄດ້​ກຳນົດ​ສິດ​ແລະ​ພັນທະ​ເປັນ​ຢ່າງ​ດີ.​ໃຕ້​ປະຖົມ​ປັດ​​ໄຈ​ຮັບປະກັນ​ສິດ​ປະ​ໂຫຍ​ດຢ່າງ​ເຕັມທີ່​ນັ້ນ,ກໍ່​ໄດ້​ກຳນົດ​ພັນທະ​ເທົ່າ​ທີ່​ຄວນ.ພ້ອມ​ກັນນັ້ນ​ໄດ້​ກຳນົດ​ຫນ້າ​ທີ່​ຮັບຜິດຊອບ​ທາງ​ກົດຫມາຍ​ທີ່​ກ່ຽວຂ້ອງ​ຢ່າງ​ຈະ​ແຈ້ງ,ນີ້​ແມ່ນ​ມີການ​ຮັບປະກັນ​ທີ່​ສຳຄັນ​ທີ່​ສຸດທີ່​ມີ​ຜົນ​ດີຕໍ່​ກົດ​ຂໍ້​ກຳນົດ​ເສີມ​ຂະ​ຫຍາ​ຍບົດ​ບາດ​ຕົວ​ຈິງ."