ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-22 09:57:35    
ຣັດ​ເຊຍ​ອາ​ເມ​ລິ​ກາຫວັງຟື້ນ​ຟູ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​​ແຫຼມ​ເກົາຫຼີ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 21 ທັນວາ ທ່ານ​ອາ​ເລັກ​ເຊ​ຟ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ​ແລະ​ທ່ານ​ເວີສ​ໂບ ​ເອກ​ອັກຄະ​ລັດ​ຖະທູດ​ອາ​ເມ​ລິ​ກາ​ປະຈຳຣັດ​ເຊຍ​ກ່າວ​ວ່າ, ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ລ້ວນ​ແຕ່​ຫວັງ​ຟື້ນ​ຟູ​ການ​ເຈ​ລະ​ຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

 ວັນ​ທີ 21 ທັນວາ ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ອອກ​ປະກາດ​​ແຈ້ງ​ການວ່າ, ​ໃນ​ມື້​ດຽວ​ກັນ ທ່ານ​ອາ​ເລັກ​ເຊ​ຟ​ກັບ​ທ່ານ​ເວີສ​ໂບ​ໄດ້​ພົບ​ປະ​ເຈລະຈາ, ສອງ​ຝ່າຍ​ໄດ້​​ເນັ້ນໜັກ​ຄວາມ​ສຳຄັນ​ທີ່​ຮັບປະກັນ​ໃຫ້​ແຫຼມ​ເກົາຫຼີປາສະຈາກ​ນິວ​ເຄຼຍ, ​ແລະ​ຫວັງ​ຟື້ນ​ຟູ​ການ​ເຈ​ລະ​ຈາ 6 ຝ່າຍ​ຢູ່​ປັກ​ກິ່ງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ພາຍ​​ໃຕ້​ການ​ເປັນ​ປະທານ​ຂອງ​ຈີນໄດ້​ຈັດ​ຂຶ້ນ 3 ຮອບ​ແລ້ວ​. ຍ້ອນ​ຜູ່​ກ່ຽວ​ຕົ້ນຕໍ​ຄື​ຝ່າຍ​ອາ​ເມ​ລິ​ກາ​ແລະ​ຝ່າຍ​ສ.ປ.ປ.​ເກົາຫຼີຕ່າງ​ບໍ່​ເຊື່ອ​ໃຈ​ກັນ, ການ​ເຈລະຈາ​ຮອບ​ທີ 4 ທີ່​ໄດ້​ກຳນົດ​​ຈັດ​ຂຶ້ນຢູ່​ປັກ​ກິ່ງ​ໃນ​ເດືອນ​ກັນຍາ​ປີ​ນີ້​ ກໍ​ບໍ່​ໄດ້​ຈັດ​ຂຶ້ນທຸກ​ວັນ​ນີ້.